ສຳເລັດຝຶກອົບຮົມຫົວຂໍ້: “ຄູຝຶກ ໃນສະຖານປະກອບການ”

ສຳເລັດຝຶກອົບຮົມຫົວຂໍ້: “ຄູຝຶກ ໃນສະຖານປະກອບການ”

ໃນລະຫວ່າງ ​ວັນ​ທີ 16-18 ທັນວາ 2020 ຜ່ານມາ ສູນບໍລິການອາຊີວະສຶກສາແບບຄວບຄູ່ ທີ່​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​​ກຳແຫ່ງ​ຊາດ​ລາວ (ສອຄຊ) ໄດ້​ຈັດຊຸຸດ​ຝຶກ​ອົບ​ຮົມ​ຫົວຂໍ້: “ຄູຝຶກໃນສະຖານປະກອບການ”.

ໃຫ້ກັບບັນດາຫົວໜ່ວຍທຸລະກິດ ທີ່ເປັນສະມາຊິກຂອງ ສຄອຊ ໂດຍການເປັນປະທານຂອງ ທ່ານ ປອ ໄຊບັນດິດ ຣາຊພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທັງເປັນຮອງຫົວໜ້າຄະນະຊີ້ນໍາ ສູນບໍລິການອາຊີວະສຶກສາແບບຄວບຄູ່. ຊຸດຝຶກອົບຮົມມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ ຍິງ 6 ທ່ານ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອສ້າງຂີດຄວາມສາມາດ ໃນດ້ານບົດບາດ ແລະ ໜ້າທີ່ການເປັນຄູຝຶກໃນສະຖານປະກອບການ, ການບໍລິຫານຈັດການ ການຮຽນ-ການສອນຂອງຜູ້ໃຫ່ຍ, ການວິເຄາະໜ້າວຽກ ແລະ ຄວາມຕ້ອງການການຮຽນຮູ້, ການວາງແຜນ ແລະ ກະກຽມການຝຶກອົບຮົມ, ທັກສະໃນການດໍາເນີນການຝຶກອົບຮົມ, ການປະເມີນຜົນ ແລະ ພັດທະນາການຝຶກອົບຮົມ ຢ່າງມີປະສິດທິຜົນ.

ການຝຶກອົບຮົມຫົວຂໍ້ “ຄູຝຶກໃນສະຖານປະກອບການ” ຄັ້ງນີ້ແມ່ນເປັນຊຸດທົດລອງ ດໍາເນີນການຝຶກອົບຮົມໂດຍ ຄູຝຶກຕົ້ນແບບສ້າງໂດຍໂຄງການຮ່ວມມືລະດັບພູມມີພາກເພື່ອສົ່ງເສີມຄຸນນະພາບຂອງອາຊີວະສຶກສາ ທີ່ເນັ້ນໃສ່ຄວາມຕ້ອງການຂອງຕະຫລາດແຮງງານ (RECOTVET) ແລະ ໄດ້ອີງໃສ່ມາດຕະຖານສໍາລັບຄູຝຶກໃນສະຖານປະກອບການ ໃນປະເທດອາຊຽນ ໃນການສ້າງເນື້ອໃນຊຸດຝຶກອົບຮົມ.

ທ່ານ ປອ ໄຊບັນດິດ ຣາຊພົນ ໄດ້ເນັ້ນໜັກເຖິງຈຸດປະສົງຂອງການຝຶກອົບຮົມວ່າ: “ການຝຶກອົບຮົມດັ່ງກ່າວ ແມ່ນເພື່ອປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບຄວາມຮູ້ ຄວາມເຂົ້າໃຈກ່ຽວກັບບົດບາດຂອງຄູຝຶກໃນສະຖານປະກອບການ ແລະ ເຊື່ອມສານການຈັດຕັ້ງປະຕິບັດອາຊີວະສຶກສາແບບຄວບຄູ່ ເຂົ້າໃນການພັດທະນາ ແລະ ສ້າງສີມືແຮງງານ ພ້ອມທັງສົ່ງເສີມການສ້າງວຽກເຮັດງານທໍາ”.

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ນະຄອນຫຼວງວຽງຈັນ, 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ.…Read more

Enter your keyword