ສຄອ.ນວ ຮ່ວມນ້ຳໃຈປະກອບສ່ວນຊ່ວຍກອງບັນຊາການ ປກສ ນະຄອນຫຼວງວຽງຈັນຕ້ານການແຜ່ລະບາດຂອງພະຍາດ COVID-19

ສຄອ.ນວ ຮ່ວມນ້ຳໃຈປະກອບສ່ວນຊ່ວຍກອງບັນຊາການ ປກສ ນະຄອນຫຼວງວຽງຈັນຕ້ານການແຜ່ລະບາດຂອງພະຍາດ COVID-19

ໃນຕອນບ່າຍຂອງວັນທີ 6 ຕຸລາ 2021, ບັນດາທ່ານຄະນະບໍລິຫານງານ, ບັນດາທ່ານສະມາຊິກສະພາການຄ້າແລະອຸດສາຫະກຳນະຄອນຫຼວງວຽງຈັນ ຮ່ວມກັບ ສະພາການຄ້າແລະອຸດສາຫະກຳເມືອງຫາດຊາຍຟອງ , ເມືອງນາຊາຍທອງ , ເມືອງໄຊເສດຖາ ແລະ ເມືອງສີໂຄດຕະບອງໄດ້ຮ່ວມຈິດຮ່ວມໃຈກັນປະກອບສ່ວນເງີນສົດ, ຢາພື້ນເມືອງລາວ, ນ້ຳດື່ມ ແລະ ໝີ່ສຳເລັດຮູບ ລວມເປັນມູນຄ່າ 34.650.000 ກີບ ໄປມອບໃຫ້ແກ່ ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນເພື່ອຊ່ວຍເຫລືອເຈົ້າໜ້າທີ່ ປກສ ຊື່ງກຳລັງປະຕິບັດໜ້າທີ່ດ່ານໜ້າ,ບ່ອນທີ່ມີຄວາມສ່ຽງຕໍ່ການຕິດພະຍາດ COVID-19 ຊື່ງຕາງໜ້າໃຫ້  ສຄອ.ນວກ່າວມອບໂດຍທ່ານ ປອ.ຄຳຫລ້າ ນາກຄະວົງ ຮອງປະທານ,ຜູ້ປະຈຳການ ສຄອ.ນວແລະຕາງໜ້າໃຫ້ ກອງບັນຊາການ ປກສ.ນວ ກ່າວຮັບໂດຍ ທ່ານ ພັນເອກ ພູພອນ ວົງພະໄຕ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.

ນັບຕັ້ງແຕ່ເລີ້ມມີການແຜ່ລະບາດຂອງພະຍາດ COVID-19 ຄະນະບໍລິຫານງານ ກໍ່ຄື ສະມາຊິກສະພາການຄ້າແລະອຸດສາຫະກຳນະຄອນຫຼວງວຽງຈັນ ສຄອ.ນວ , ສຄອເມືອງ ຕ່າງກໍ່ໄດ້ສະລະວັດຖຸປັດໃຈປະກອບສ່ວນຊ່ວຍເຫລືອໃຫ້ພາກສ່ວນຕ່າງໆ ໃນ ນະຄອນຫຼວງວຽງຈັນ ເລື້ອຍມາຈົນເຖີງປະຈຸບັນ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword