ກອງປະຊຸມ ປຶກສາຫາລື ພາກລັດ-ພາກທຸລະກິດ (LPPD) ໃນຂະແໜງການການທ່ອງທ່ຽວ ຂອງແຂວງຫຼວງພະບາງ

ກອງປະຊຸມ ປຶກສາຫາລື ພາກລັດ-ພາກທຸລະກິດ (LPPD) ໃນຂະແໜງການການທ່ອງທ່ຽວ ຂອງແຂວງຫຼວງພະບາງ

ກອງປະຊຸມ ປຶກສາຫາລື ພາກລັດ-ພາກທຸລະກິດ (LPPD) ໃນຂະແໜງການການທ່ອງທ່ຽວ ຂອງແຂວງຫຼວງພະບາງ, ຈັດຂື້ນໃນຕອນເຊົ້າ ວັນອັງຄານ, ວັນທີ 04 ເມສາ 2023, ທີ່ ໂຮງແຮມ ສຸພັດຕຣາ ຫຼວງພະບາງ, ແຂວງຫຼວງພະບາງ ທີ່ຜ່ານມາ.ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານຂອງ ທ່ານ ປອ. ນ. ວາລີ ເວດສະພົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຄະນະຜູ້ຮັບຜິດຊອບວຽກງານ ກອງປະຊຸມນັກທຸລະກິດລາວ, ສຄອຊ ຮ່ວມກັບ ທ່ານ ນ. ສິລິພອນ ສຸພັນທອງ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ, ມີບັນດາຜູ້ເຂົ້າຮ່ວມຈາກ ສະພາປະຊາຊົນແຂວງຫຼວງພະບາງ, ຫົວນ້າກົມກົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງພະບາງ, ພ້ອມທັງຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງໃນຂະແໜງການທ່ອງທ່ຽວພາກລັດ-ພາກທຸລະກິດ.

ກອງປະຊຸມໃນຄັ້ງນີ້ ກໍ່ເພື່ອລາຍງານບັນຫາທີ່ໄດ້ຮັບການແກ້ໄຂ, ຄວາມຄືບໜ້າຂອງການແກ້ໄຂບັນຫາທີ່ຍັງຄົງຄ້າງພາຍໃນແຂວງ ເພື່ອຂໍທິດຊີ້ນຳຈາກທ່ານຮອງເຈົ້າແຂວງ ໃນການຫາທາງອອກ ແລະ ຂໍ້ສະຫຼຸບໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຮ່ວມກັນ, ທີ່ນອນຢູ່ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວທີ່ຈະນໍາສະເໜີຕໍ່ພາກລັດທີ່ກ່ຽວຂ້ອງ ນຳໄປພິຈາລະນາ ແລະ ແກ້ໄຂຢູ່ຂັ້ນແຂວງ ແລະ ຂັ້ນສູນກາງ ພ້ອມທັງສ້າງຄວາມພ້ອມໃຫ້ພາກທຸລະກິດຂະແໜງການທ່ອງທ່ຽວອີກດ້ວຍ

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword