ກອງປະຊຸມການລົງທຶນສາກົນ ຄັ້ງທີ 8

ກອງປະຊຸມການລົງທຶນສາກົນ ຄັ້ງທີ 8

ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍ ທຸລະກິດລາວ ເຂົ້າຮ່ວມກອງປະຊຸມການລົງທຶນສາກົນ ຄັ້ງທີ 8 (8th World Investment Forum 2023)

ແລະ ພົບປະນັກທຸລະກິດລາວ, ໃນລະຫວ່າງວັນທີ 16-20 ຕຸລາ 2023, ທີ່ ເມືອງຫຼວງອາບູດາບີ, ສະຫະລັດອາລັບເອມິເຣດ (UAE).
ເຊິ່ງໃນງານດັ່ງກ່າວນີ້ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ແມ່ນໄດ້ຖືກເຊີນເຂົ້າເປັນຜູ້ບັນຍາຍໃນວາລະພິເສດຄືຫົວຂໍ້ ສະພາທີ່ປຶກສາການລົງທຶນ “the Investment Advisory Council” ໂດຍຈັດຂຶ້ນພາຍໃຕ້ຫົວຂໍ້ລວມຂອງການລົງທຶນໃນການພັດທະນາແບບຍືນຍົງ, ເວທີປາໄສດັ່ງກ່າວຈະໄດ້ປຶກສາຫາລື, ແລກປ່ຽນຄວາມຄິດເຫັນລະຫວ່າງ ພາກລັດ-ທຸລະກິດ, ອົງການຈັດຕັງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໃນການຈະແກ້ໄຂບັນດາສິ່ງທ້າທາຍທີ່ສຳຄັນ ແລະ ການພັດທະນາການລົງທຶນທີ່ເກີດຈາກວິກິດການທົ່ວໂລກໃນປັດຈຸບັນ. ເຊິ່ງມີຄວາມຕ້ອງການລົງທຶນໃນການຄ້ຳປະກັນສະບຽງອາຫານ, ການຫັນປ່ຽນພະລັງງານ, ດ້ານສຸຂະພາບ, ການປັບປຸງຂອງຕ່ອງໂສ້ເພື່ອຂະຫຍາຍຕົວທາງດ້ານການສະໜອງ ແລະ ຜະລິດຕະພັນ ໂດຍສະເພາະແມ່ນປະເທດທີ່ທຸກຍາກ ພ້ອມການສຸມໃສ່ຊຸກຍູ້ການລົງທຶນ ແລະ ສະໜອງດ້ານການເງິນຂະເເໜງການດິນຟ້າອາກາດ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword