ກອງປະຊຸມທຸລະກິດລາວ ຄັ້ງທີ 15

ກອງປະຊຸມທຸລະກິດລາວ ຄັ້ງທີ 15

ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຈະຈັດຂຶ້ນໃນວັນທີ 2​ ເມສາ 2024 ຢູ່ນະຄອນຫຼວງວຽງຈັນ.

ກອງປະຊຸມ ຈະມີຜູ້ເຂົ້າຮ່ວມທີ່ສຳຄັນ ຈາກທັງພາກລັດ ແລະ ເອກະຊົນ ເພື່ອປຶກສາຫາລື ກ່ຽວກັບປະເດັນສຳຄັນ ແລະ ແນວທາງແກ້ໄຂບັນຫາ ທີ່ສົ່ງຜົນກະທົບຕໍ່ພາກທຸລະກິດໃນ ສປປ ລາວ ເຊິ່ງຈະເນັ້ນໃສ່:
➡️ ການປັບປຸງການເລີ້ມຕົ້ນທຸລະກິດ ແລະ ຂັ້ນຕອນການລົງທຶນ, ການອຳນວຍຄວາມສະດວກທາງການຄ້າ ແລະ ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ.
➡️ ການສົ່ງເສີມການຜະລິດ ແລະ ການບໍລິການພາຍໃນ ​ແລະ ສົ່ງເສີມສະຖຽນລະພາບຂອງ ຂະແໜງການ ທະນາຄານ ແລະ ການເງິນ.
➡️ ປັງປຸງນະໂຍບາຍ ແລະ ມາດຕະການ ເພື່ອສົ່ງເສີມການພັດທະນາແບບຍືນຢົງຂອງຂະແໜງທ່ອງທ່ຽວ ແລະ ຂະແໜງພະລັງງານໄຟຟ້າ.
ກອງປະຊຸມດັ່ງກ່າວຈະໄດ້:
➡️ ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບປະເດັນສຳຄັນເຫຼົ່ານີ້ ສ້າງໂອກາດໃນການຮ່ວມມື ລະຫວ່າງ ພາກພາກລັດ ແລະ ເອກະຊົນ ວາງຍຸດທະສາດທີ່ສາມາດນຳໄປຈັດຕັ້ງປະຕິບັດ ເພື່ອແກ້ໄຂຄວາມທ້າທາຍ ແລະ ເຮັດໃຫ້ທຸລະກິດເຕີບໂຕຂຶ້ນ.
ດັ່ງນັ້ນ, ທ່ານບໍ່ຄວນພາດໂອກາດທີ່ຈະໄດ້ ສ້າງເຄືອຂ່າຍກັບນັກທຸລະກິດຜູ້ອື່ນ ແລະ ຜູ້ທີ່ມີບົດບາດສຳຄັນຈາກພາກລັດ, ຮັບຮູ້ຂໍ້ມູນອັນສຳຄັນ ແລະ ​ມີສ່ວນຮ່ວມໃນການສ້າງສະພາບແວດລ້ອມຂອງການດຳເນີນທຸລະກິດທີ່ດີຂຶ້ນ ໃນ ສປປ ລາວ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ແຈ້ງການ ລະບຽບການເດີນທາງເຂົ້າ ຣາຊະອານາຈັກໄທ

ແຈ້ງການ ລະບຽບການເດີນທາງເຂົ້າ ຣາຊະອານາຈັກໄທ

ແຈ້ງການ ລະບຽບການເດີນທາງເຂົ້າ ຣາຊະອານາຈັກໄທ ຜົນລະເມືອງຕ່າງປະເທດ ທີ່ຖືໜັງສືຜ່ານແດນ (Passport) ແມ່ນຕ້ອງໄດ້ລົງທະບຽນ TDAC ( Thailand Digital Arrival Card ) ແບບອອນລາຍ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more

Enter your keyword