ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,

ໃນວັນທີ 25 ເມສາ 2024, ທີ່ ໂຮງແຮມ JW Marriott Kuala Lumpur, ທີ່ ນະຄອນຫຼວງກົວລາລຳເປີ, ປະເທດ ມາເລເຊຍ
ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະຫນັບສະຫນູນໂດຍ ສະພາການຄ້າ ແລະ ອຸດສາຫະກໍາ ມາເລເຊຍ ໄດ້ຈັດກອງປະຊຸມ ຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100 (100th ASEAN Business Advisory Council-ASEAN BAC) ຂື້ນ ໂດຍມີການຜູ້ເຂົ້າຮ່ວມ ຈາກບັນດາສະມາຊິກສະພາທີ່ປຶກສາທຸລະກິດອາຊຽນ ຂອງ 10 ປະເທດອາຊຽນ. ເຊິ່ງຈຸດປະສົງຂອງກອງປະຊຸມດັ່ງກ່າວເເມ່ນເພື່ອເປັນການທົບທວນຄືນ, ປຶກສາຫາລືຜົນ ຂອງ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 99 ທີ່ຜ່ານມາ ລວມເຖິງເເຜນວຽກໃນຕໍ່ຫນ້າດ້ານເເຜນວຽກງານລວມ ຂອງ ສະພາທີ່ປຶກສາທຸລະກິດອາຊຽນຕະຫລອດໄລຍະປີ 2024 ເຊັ່ນ: 1. ASEAN Mentorship Entrepreneurs Networking (AMEN) Phase3, 2. Agri-MSME Development, 3. ASEAN Applied Research Centre (AARC), 4. SGConnect, 5. Digital Trade Connect, 6. ASEAN Business Entity (ABE).

Related Posts

ກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະຮັບຜິດຊອບກະກຽມກອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຄັ້ງທີ VIII

ກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະຮັບຜິດຊອບກະກຽມກອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຄັ້ງທີ VIII…Read more
ພາກລັດ ແລະ ພາກທຸລະກິດ ຮ່ວມແລກປ່ຽນບົດຮຽນ ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ ຈາກປະເທດສະວິດ

ພາກລັດ ແລະ ພາກທຸລະກິດ ຮ່ວມແລກປ່ຽນບົດຮຽນ ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ ຈາກປະເທດສະວິດ

ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 15 ທັນວາ 2025 – ໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາ ອາຊຽນ-ສະວິດເຊີແລນ(ASTI) ໄດ້ຈັດກອງປະຊຸມເຜີຍແຜ່ບົດຮຽນ ແລະ ແລກປ່ຽນປະສົບການທີ່ດີທີ່ສຸດ…Read more
ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ

ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ

ກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ, ໃນວັນທີ 20 ມີນາ 2024, ທີ່ຫ້ອງປະຊຸມ ກະຊວງອຸດສາຫະກຳ ແລະ ການຄ້າ.…Read more

Enter your keyword