ກອງປະຊຸມ ກວດຜ່ານ ແລະ ຮັບຮອງ ຄູ່ມືການຮຽນວິຊາຊີບໃນສະຖານປະກອບການສຳເລັດຜົນຢ່າງຈົບງານ

ກອງປະຊຸມ ກວດຜ່ານ ແລະ ຮັບຮອງ ຄູ່ມືການຮຽນວິຊາຊີບໃນສະຖານປະກອບການສຳເລັດຜົນຢ່າງຈົບງານ

ວັງວຽງ, ສປປ ລາວ – ວັນທີ 30 ເມສາ 2025 – ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ ASEAN-Swiss TVET Initiative (ASTI), ກອງປະຊຸມວິຊາການ ເພື່ອກວດຜ່ານ ແລະ ຮັບຮອງເອົາຄູ່ມືການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ໄດ້ດຳເນີນໄປເປັນເວລາ 2 ວັນ ໃນລະຫວ່າງວັນທີ 29 – 30 ເມສາ 2025, ທີ່ຫ້ອງປະຊຸມ ໂຮງແຮມຝຶກປະຕິບັດ ແລະ ຮ້ານອາຫານ ໃນເມືອງ ວັງວຽງ.
ພາຍໃຕ້ການເປັນປະທານຂອງ ທ່ານ ຕິ່ງຄຳ ສຸລິນທາ, ຮອງຫົວໜ້າ ກົມອາຊີວະສຶກສາ (ກົມ ອສ), ກະຊວງສຶກສາທິການ ແລະ ກິລາ (ສສກ), ກອງປະຊຸມຄັ້ງນີ້ມີຜູ້ແທນຈາກບັນດາກະຊວງ, ຄູ່ຮ່ວມພັດທະນາ ແລະ ຊ່ຽວຊານດ້ານວິຊາການເຂົ້າຮ່ວມ ເພື່ອຍົກລະດັບຄຸນນະພາບ ແລະ ຄວາມສອດຄ່ອງຂອງວຽກງານອາຊີວະສຶກສາໃນ ສປປ ລາວ.
ຈຸດປະສົງຕົ້ນຕໍແມ່ນເພື່ອທົບທວນ, ກວດແກ້, ແລະ ສະຫຼຸບແນວທາງປະຕິບັດຂອງ ຄູ່ມື WBL ໂດຍໃຫ້ມີຄວາມຈະແຈ້ງ ຊັດເຈນ, ກ່ຽວຂ້ອງກັບສະພາບການ, ແລະ ການນໍາໄປໃຊ້ໃນພາກປະຕິບັດຕົວຈົງ. ຄູ່ມືນີ້ເປັນເຄື່ອງມືສຳຄັນໃນການຈັດຕັ້ງປະຕິບັດວຽກງານການຮຽນວິຊາຊີບຢູ່ສະຖານປະກອບການທີ່ດຳເນີນຢູ່ນະຄອນຫຼວງວຽງຈັນ ໂດຍມີແຜນການຈະຂະຫຍາຍອອກໄປທົ່ວປະເທດ.
ຜູ້ເຂົ້າຮ່ວມໄດ້ປຶກສາຫາລືຢ່າງສ້າງສັນ ແລະ ກົງໄປກົງມາກ່ຽວກັບຄໍາສັບວິຊາການ, ການສອດຄ່ອງກັບຮູບແບບການຮຽນວິຊາຊີບໃນ ສະຖານປະກອບການ, ແລະ ການເຊື່ອມສານກັບນະໂຍບາຍ ແລະ ແນວທາງການປະຕິບັດດ້ານອາຊີວະສຶກສາທີ່ມີຢູ່. ການປະກອບສ່ວນຂອງພວກເຂົາເຈົ້າຈະຊ່ວຍປັບປຸງຄູ່ມື, ຊຸກຍູ້ການຮ່ວມມືລະຫວ່າງ ຂະແໜງການສຶກສາ-ອຸດສາຫະກໍາທີ່ເຂັ້ມແຂງ ແລະ ການພັດທະນາທັກສະທີ່ຕ້ອງການ.
ກອງປະຊຸມດັ່ງກ່າວເປັນຂີດໝາຍທີ່ສຳຄັນໃນການກ້າວໄປສູ່ການພັດທະນາການຮຽນວິຊາຊີບໃນສະຖານປະກອບການ ແບບຍືນຍົງຢູ່ ສປປ ລາວ, ປັບປຸງໂອກາດການຈ້າງງານຂອງຜູ້ຮຽນ ແລະ ສ້າງກຳລັງແຮງງານໃຫ້ແກ່ວິສາຫະກິດ. ຄູ່ມືສະບັບນີ້ສະທ້ອນເຖິງຄວາມເຂົ້າໃຈຮ່ວມກັນຂອງພາກສ່ວນກ່ຽວຂ້ອງ ພ້ອມທັງຮັບປະກັນຄວາມຖືກຕ້ອງທາງດ້ານວິຊາການ.
ຂໍ້ລິເລີ່ມນີ້ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ, ເສີມຂະຫຍາຍຄຸນນະພາບ ແລະ ຄວາມກ່ຽວຂ້ອງຂອງການຮຽນວິຊາຊີບໃນສະຖານປະກອບການ, ແລະ ການຈັດ ການຝຶກອົບຮົມສີມືແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ. ຄຸ່ມືທີ່ໄດ້ຮັບການປັບປຸງ ກວດຜ່ານຫຼ້າສຸດຈະເປັນຂໍ້ມູນອ້າງອີງທີ່ສຳຄັນໃຫ້ແກ່ອົງກອນຕ່າງໆ ແລະ ຜູ້ໃຫ້ບໍລິການຝຶກອົບຮົມໃນການຮ່ວມມືດ້ານອາຊີວະສຶກສາ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword