ພາກລັດ ແລະ ພາກທຸລະກິດ ຮ່ວມແລກປ່ຽນບົດຮຽນ ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ ຈາກປະເທດສະວິດ
ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 15 ທັນວາ 2025 – ໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາ ອາຊຽນ-ສະວິດເຊີແລນ(ASTI) ໄດ້ຈັດກອງປະຊຸມເຜີຍແຜ່ບົດຮຽນ ແລະ ແລກປ່ຽນປະສົບການທີ່ດີທີ່ສຸດ
ຈາກການທັດສະນະສຶກສາຢູ່ປະເທດສະວິດ ປີ 2025 ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ ທີ່ ໂຮງແຮມ ເສດຖາປາລາສ.
ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງຫຼາຍກວ່າ 30 ທ່ານ ລວມມີ: ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ກົມອາຊີວະສຶກສາ (ກົມ ອສ), ກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍຜູ້ຕາງໜ້າຈາກອົງການ SDC, EU ແລະ HELVETAS.
ຈຸດສຳຄັນຂອງງານແມ່ນການນຳສະເໜີແນວຄວາມຄິດ “ການຮຽນວິຊາຊີບຢູ່ສະຖານປະກອບການ” (WBL) ໂດຍ ທ່ານ ນາງ ມິນລາ ນັນທະວົງ, ຫົວໜ້າ ໂຄງການ ASTI, ແລະ ການແລກປ່ຽນບົດຮຽນຈາກ ທ່ານ ສີໄທ ວົງສຸວັນ ຈາກບໍລິສັດ ລາວ ໂຕໂຢຕາ ເຊີວິດ ຕາງໜ້າຄະນະຜູ້ແທນລາວ. ນອກຈາກນີ້, ຍັງມີການເສວະນາແລກປ່ຽນກ່ຽວກັບການປັບໃຊ້ບົດຮຽນຈາກສະວິດ ເຂົ້າໃນສະພາບຕົວຈິງຂອງ ສປປ ລາວ ໂດຍເນັ້ນໃສ່ການມີສ່ວນຮ່ວມຂອງພາກທຸລະກິດ ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ.
ການຮ່ວມມືນີ້ ຖືເປັນບາດກ້າວສຳຄັນໃນການພັດທະນາທັກສະສີມືແຮງງານລາວ ໃຫ້ຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ.

