ກອງປະຊຸມ ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ຄັ້ງທີ 02 ເພື່ອຜ່ານ ແລະ ຮັບຮອງແນວຄວາມຄິດ, ຄູ່ມືນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການ ແລະ ລາຍງານແຜນຄວາມຄືບໜ້າໃນການຈັດຕັ້ງປະຕິບັດກີດຈະກໍາຂອງໂຄງການການ ເດືອນມີນາ-ສິງຫາ 2024 ຜ່ານມາ
ໃນລະຫວ່າງວັນທີ 02-03 ກັນຍາ 2024 ທີ່ ໂຮງແຮມເດີແກຣນ ຣີເວີໄຊ2, ເມືອງວັງວຽງ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກົມອາຊີວະສຶກສາ,
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ໂຄງການຮຽນວິຊາຊີບຢູ່ສະຖານປະກອບການ ພາຍໃຕ້ຂອບການຮ່ວມມື ອາຊຽນ-ສະວິດເຊີແລນ (ASTI) ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ຄັ້ງທີ 02 ເພື່ອຜ່ານ ແລະ ຮັບຮອງແນວຄວາມຄິດ, ຄູ່ມືນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການ ແລະ ລາຍງານແຜນຄວາມຄືບໜ້າໃນການຈັດຕັ້ງປະຕິບັດກີດຈະກໍາຂອງໂຄງການການ ເດືອນມີນາ-ສິງຫາ 2024 ຜ່ານມາ.
ກອງປະຊຸມດັ່ງກ່າວ ໄດ້ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ວິໄລພອນ ພົມມະຫາໄຊ ຮອງ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໃນນາມ ຫົວໜ້າຄະນະຈັດຕັ້ງປະຕິບັດໂຄງການ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງາຊາດລາວ ໃນນາມ ຮອງຫົວໜ້າຄະນະຈັດຕັ້ງປະຕິບັດໂຄງການ, ກອງປະຊຸມໃນຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມຕ່າງໜ້າຈາກ ກົມອາຊີວະສຶກສາ, ສະຖາບັນພັດທະນາອາຊີວິສຶກສາ, ສູນພັດທະນາສີມືແຮງງານ, ວິທະຍາໄລເຕັກນິກ ປາກປາສັກ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ວິທະຍາໄລເຕັກນິກ ວິຊາຊີບສັບພະວິຊາ, ຕາງໜ້າພະແນກການອ້ອມກະຊວງ ສຶກສາທິການ -ກິລາ ແລະ ພາກທຸລະກິດທີ່ເປັນຄູ່ຮ່ວມໂຄງການ ເຂົ້າຮ່ວມ.

