ກອງປະຊຸມ ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ຄັ້ງທີ 02 ເພື່ອຜ່ານ ແລະ ຮັບຮອງແນວຄວາມຄິດ, ຄູ່ມືນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການ ແລະ ລາຍງານແຜນຄວາມຄືບໜ້າໃນການຈັດຕັ້ງປະຕິບັດກີດຈະກໍາຂອງໂຄງການການ ເດືອນມີນາ-ສິງຫາ 2024 ຜ່ານມາ

ໃນລະຫວ່າງວັນທີ 02-03 ກັນຍາ 2024 ທີ່ ໂຮງແຮມເດີແກຣນ ຣີເວີໄຊ2, ເມືອງວັງວຽງ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກົມອາຊີວະສຶກສາ,

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ໂຄງການຮຽນວິຊາຊີບຢູ່ສະຖານປະກອບການ ພາຍໃຕ້ຂອບການຮ່ວມມື ອາຊຽນ-ສະວິດເຊີແລນ (ASTI) ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ຄັ້ງທີ 02 ເພື່ອຜ່ານ ແລະ ຮັບຮອງແນວຄວາມຄິດ, ຄູ່ມືນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການ ແລະ ລາຍງານແຜນຄວາມຄືບໜ້າໃນການຈັດຕັ້ງປະຕິບັດກີດຈະກໍາຂອງໂຄງການການ ເດືອນມີນາ-ສິງຫາ 2024 ຜ່ານມາ.
ກອງປະຊຸມດັ່ງກ່າວ ໄດ້ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ວິໄລພອນ ພົມມະຫາໄຊ ຮອງ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໃນນາມ ຫົວໜ້າຄະນະຈັດຕັ້ງປະຕິບັດໂຄງການ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງາຊາດລາວ ໃນນາມ ຮອງຫົວໜ້າຄະນະຈັດຕັ້ງປະຕິບັດໂຄງການ, ກອງປະຊຸມໃນຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມຕ່າງໜ້າຈາກ ກົມອາຊີວະສຶກສາ, ສະຖາບັນພັດທະນາອາຊີວິສຶກສາ, ສູນພັດທະນາສີມືແຮງງານ, ວິທະຍາໄລເຕັກນິກ ປາກປາສັກ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ວິທະຍາໄລເຕັກນິກ ວິຊາຊີບສັບພະວິຊາ, ຕາງໜ້າພະແນກການອ້ອມກະຊວງ ສຶກສາທິການ -ກິລາ ແລະ ພາກທຸລະກິດທີ່ເປັນຄູ່ຮ່ວມໂຄງການ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊມຄະນະຈັດຕັ້ງປະຕິບັດໂຄງການ ແມ່ນເພື່ອ ຜ່ານ ແລະ ຮັບຮອງບົດແນວຄວາມຄິດ (WBL), ຄູ່ມືນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການ ເຊັນ: ຄູ່ມືການຮ່ວມມືລະຫວ່າງພາກລັດ ແລະ ຜູ້ປະກອບການ, ຄູ່ມືການປະກັນຄຸນນະພາບ ແລະ ຄຸ່ມືການວັດປະເມີນຜົນສິ່ງທີ່ຮຽນມາກ່ອນ ລວມທັງຈະໄດ້ ລາຍງານແຜນຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກໍາາຕ່າງໆຂອງໂຄງການ ໃນເດືອນມີນາ-ສິງຫາ 2024 ຜ່ານມາ ເພື່ອໃຫ້ຄະນະມີຄໍາເຫັນຕໍ່ບົດລາຍງານ ແລະ ສະເໜີແຜນຈັດຕັ້ງປະຕິບັດໂຄງການໃນສາມເດືອນທ້າຍປີ 2024.

Related Posts

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ…Read more
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024)

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024)

ຄະນະຜູ້ເເທນຈາກ ສປປ ລາວ ນໍາພາໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍຜູ້ຕ່າງໜ້າຈາກ ກົມສົ່ງເສີມການລົງທຶນ,…Read more
ກອງປະຊຸມປຶກສາຫາລືຂະແໜງການບໍລິການທົ່ວໄປ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມປຶກສາຫາລືຂະແໜງການບໍລິການທົ່ວໄປ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມປຶກສາຫາລືຂະແໜງການບໍລິການທົ່ວໄປ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ, ໃນວັນທີ 03 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,…Read more

Enter your keyword