ກອງປະຊຸມສ້າງຂີດຄວາມສາມາດໃນການພັດທະນາຫຼັກສູດສຳລັບສະຖານອາຊີວະສຶກສາ ແລະ ສະຖານປະກອບການ

ກອງປະຊຸມສ້າງຂີດຄວາມສາມາດໃນການພັດທະນາຫຼັກສູດສຳລັບສະຖານອາຊີວະສຶກສາ ແລະ ສະຖານປະກອບການ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 20 ພຶດສະພາ 2025 – ກອງປະຊຸມສ້າງຂີດຄວາມສາມາດເປັນເວລາ 2 ວັນກ່ຽວກັບການພັດທະນາຫຼັກສູດສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-20 ພຶດສະພາ 2025, ທີ່ໂຮງແຮມ ຮໍດິເດ ອິນ ແອນ ສຫວີທສ໌ ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ 40 ທ່ານ. ໂດຍການເປັນປະທານຮ່ວມຂອງ ທ່ານ ຕິ່ງຄຳ ສຸລິນທາ, ຮອງຫົວໜ້າ ກົມອາຊີວະສຶກສາ (ກົມ ອສ), ກະຊວງສຶກສາທິການ ແລະ ກິລາ (ສສກ), ແລະ ທ່ານ ວິບູນ ສິດທິມໍລະດາ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ).
ກອງປະຊຸມວິຊາການຄັ້ງນີ້ມີວິທະຍາກອນ ຜູ້ຊ່ຽວຊານຈາກມະຫາວິທະຍາໄລ ອາຊີວະສຶກສາ ຂອງສະຫະພັນທະລັດປະເທດສະວິດ (SFUVET) ເປັນຜູ້ບັນຍາຍ, ໂດຍໄດ້ສຸມໃສ່ການເສີມສ້າງທັກສະໃນການອອກແບບ 4 ຫຼັກສູດທີ່ເປັນບູລິມະສິດ ໄດ້ແກ່: ພະນັກງານຄຸ້ມຄອງສິນຄ້າຄົງຄັງ, ພະນັກງານບໍລິການລູກຄ້າ, ຊ່າງເຄື່ອງຈັກ-ເຄື່ອງມື, ແລະ ຊ່າງສ້ອມແປງລົດໄຟຟ້າ. ຂໍ້ລິເລີ່ມນີ້ ເປັນສ່ວນໜຶ່ງຂອງໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາ ອາຊຽນ-ສະວິດເຊີແລນ (ASTI), ແນໃສ່ສ້າງຄວາມເຂັ້ມແຂງດ້ານອາຊີວະສຶກສາໂດຍຜ່ານແຜນງານຝຶກອົບຮົມທີ່ສອດຄ່ອງກັບອຸດສາຫະກໍາ.
ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈ ແລະ ໄດ້ຮັບຂໍ້ມູນ ທີ່ສາມາດນຳໄປຈັດຕັ້ງປະຕິບັດ ເພື່ອພັດທະນາຫຼັກສູດການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ເຊິ່ງຈະຊ່ວຍໃຫ້ມີຄວາມໝັ້ນໃຈວ່າ: ແຮງງານມີຄວາມພ້ອມ ແລະ ມີຄວາມກ່ຽວຂ້ອງກັບອຸດສາຫະກໍາ. ກອງປະຊຸມດັ່ງກ່າວຖືເປັນຂີດໝາຍສຳຄັນໃນການກ້າວໄປສູ່ຄວາມເປັນເລີດຂອງວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບໃນປະເທດລາວ.

Related Posts

ກອງປະຊຸມສ້າງຂີດຄວາມສາມາດໃນການພັດທະນາຫຼັກສູດສຳລັບສະຖານອາຊີວະສຶກສາ ແລະ ສະຖານປະກອບການ

ກອງປະຊຸມສ້າງຂີດຄວາມສາມາດໃນການພັດທະນາຫຼັກສູດສຳລັບສະຖານອາຊີວະສຶກສາ ແລະ ສະຖານປະກອບການ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 20 ພຶດສະພາ 2025 – ກອງປະຊຸມສ້າງຂີດຄວາມສາມາດເປັນເວລາ 2 ວັນກ່ຽວກັບການພັດທະນາຫຼັກສູດສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດຂຶ້ນໃນລະຫວ່າງວັນທີ…Read more
ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ເຜີຍແຜ່ກົນໄກການຮ່ວມມື ແລະ ການຕອບໂຕ້ໄພພິບັດ ໃນ ສປປ ລາວ ຂອງ ຄະນະ LDPP Laos Disaster Preparedness Partnership

ກອງປະຊຸມ ເຜີຍແຜ່ກົນໄກການຮ່ວມມື ແລະ ການຕອບໂຕ້ໄພພິບັດ ໃນ ສປປ ລາວ ຂອງ ຄະນະ LDPP Laos Disaster Preparedness Partnership

ໃນລະຫວ່າງວັນທີ 13-14 ພືດສະພາ 2025 ທີ່ຫ້ອງປະຊຸມ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ. ທ່ານ ສະເຫຼີມໄຊ ທ່ຽງທຳ, ຄະນະບໍລິຫານງານ ສະພາການຄ້າ ແລະ…Read more
ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ

ກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ການບໍລິຫານຈັດການ ແລະ ວຽກງານຄວາມປອດໄພ ແລະ ສູຂະພາບແຮງງານໃນສະຖານທີ່ເຮັດວຽກ ໃນວັນທີ 13ໍ-14 ພືດສະພາ 2025,…Read more
ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more

Enter your keyword