ກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະຮັບຜິດຊອບກະກຽມກອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຄັ້ງທີ VIII
ກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະຮັບຜິດຊອບກະກຽມກອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຄັ້ງທີ VIII
ເພື່ອປະຕິບັດຕາມທິດຊີ້ນຳຂອງລັດຖະບານ, ໃນວັນທີ 28 ມັງກອນ 2026 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກຂອງຄະນະຮັບຜິດຊອບກະກຽມກອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຄັ້ງທີ VIII ໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ພົວພັນຮ່ວມມືກັບຕ່າງປະເທດ, ມີຄະນະນຳ ກະຊວງ ອຄ, ຄະນະນຳຈາກຂະແໜງການກ່ຽວຂ້ອງ ພ້ອມດ້ວຍກົມ, ລັດວິສາຫະກິດ, ປະທານ, ຮອງປະທານ ສຄອຊ, ຄະນະທີ່ປຶກສາປັບປຸງ ສຄອຊ ແລະ ກອງເລຂາ ເຂົ້າຮ່ວມ ລວມທັງໝົດ 50 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້: ແມ່ນຮັບຟັງການລາຍງານຄວາມຄືບໜ້າຕໍ່ກັບການກະກຽມກອງປະຊຸມໃຫຍ່ຂອງ ສຄອຊ ແລະ ບັນຫາທີ່ຂໍທິດຊີ້ນຳ ພາຍຫລັງທີ່ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ສຄອຊ ໄດ້ປຶກສາຫາລືແຕ່ລະໜ້າວຽກຫລາຍຮອບຜ່ານມາ ຕາມແຈ້ງການ 1422/ຫສນຍ, ລົງວັນທີ 1 ສິງຫາ 2023, ແຈ້ງການ 1342/ຫສນຍ, ລົງວັນທີ 9 ກໍລະກົດ 2024, ແຈ້ງການ 751/ຫສນຍ, ລົງວັນທີ 30 ເມສາ 2025 ແລະ ຕາມຂໍ້ຕົກລົງ 117/ນຍ, ລົງວັນທີ 24 ກັນຍາ 2025.
ໃນນີ້, ກອງປະຊຸມ ໄດ້ລົງເລິກປຶກສາຫາລື ແລະ ຂໍທິດຊີ້ນຳ ໂດຍສະເພາະໃນ 03 ວຽກງານ ລຸ່ມນີ້:
1. ແຜນການກະກຽມກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ສຄອຊ ໃນແຕ່ລະດ້ານ;
2. ຄວາມຄືບໜ້າໃນການ ປັບປຸງ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂອງ ສຄອຊ ສະບັບເລກທີ 237/ນຍ, ລົງວັນທີ 18 ພຶດສະພາ 2020 ;
3. ການກະກຽມກອງປະຊຸມສໍາມະນາ ວິທະຍາສາດ ຂອງ ສຄອຊ.
ການປຶກສາຫາລືໃນຄັ້ງນີ້, ນອກຈາກເປັນການທົບທວນຄືນການຈັດຕ້ັງ ແລະ ການເຄື່ອນໄຫວຂອງ ສຄອຊ ໃນໄລຍະ 5 ປີ ຜ່ານມາ, ຮັບຟັງແຜນພັດທະນາ ສຄອຊ ໃນ 5 ປີ ຄັ້ງໜ້າແລ້ວ, ຍັງເປັນການເປີດໂອກາດໃນການປັບປຸງ ແລະ ຍົກສູງພາລະບົດບາດຂອງ ສຄອຊ ໃຫ້ພົ້ນເດັ່ນ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ, ແນ່ໃສ່ສ້າງ ສຄອຊ ໃຫ້ກາຍເປັນຕົວແທນແກ່ພາກທຸລະກິດ ໃນການເປັນຂົວຕໍ່ໃຫ້ແກ່ລັດຖະບານ ເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານ ໃນການດຶງດູດການຄ້າ, ການລົງທຶນ ແລະ ເຕົ້າໂຮມຄວາມສາມັກຄີຂອງພາກທຸລະກິດ.
ພາບ-ຂ່າວ: ຂ່າວສານອຸດສາຫະກຳ ແລະ ການຄ້າ
