ໂຄງການ ອາຊີວະສຶກສາ (GIZ-VELA) ໄດ້ຈັດພິທີມອບ-ຮັບ ອຸປະກອນໄອທີ ແລະ ຄອມພິວເຕີ ຈຳນວນ 12 ຊຸດ ໃຫ້ ສຄອຊ
ນະຄອນຫຼວງວຽງຈັນ, 13 ກຸມພາ 2026 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໂຄງການ ອາຊີວະສຶກສາ (GIZ-VELA) ໄດ້ຈັດພິທີມອບ-ຮັບ ອຸປະກອນໄອທີ ແລະ ຄອມພິວເຕີ ຈຳນວນ 12 ຊຸດ
ໃຫ້ກັບສູນບໍລິການອາຊີວະສຶກສາແບບຄວບຄູ່ (ອສຄ) ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ ລວມມູນຄ່າກວ່າ 250 ລ້ານກີບ. ຕາງໜ້າມອບໂດຍ ທ່ານ ນາງ ບໍຣິວອນ ຜາຟອງ ຊ່ຽວຊານອາຊີວະສຶກສາ, ໂຄງການ ອາຊີວະສຶກສາໃນ ສປປ ລາວ (GIZ-VELA) ແລະ ຕາງໜ້າຮັບໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ອຸປະກອນດັ່ງກ່າວ ມີຈຸດປະສົງນຳໃຊ້ເຂົ້າໃນວຽກງານຄຸ້ມຄອງຂໍ້ມູນຂ່າວສານ ແລະ ປະສານງານໃນກິດຈະກຳສົ່ງເສີມອາຊີວະສຶກສາ ຜ່ານກົນໄກການຮ່ວມມື ພາກລັດ-ພາກທຸລະກິດ.
ສູນບໍລິການ ອສຄ ໃຫ້ການບໍລິການ ສະໜັບສະໜູນພາກທຸລະກິດ ໃນການວາງແຜນ, ຈັດຕັ້ງ ແລະ ປະຕິບັດ ການຮຽນ-ການສອນ ແບບຄວບຄູ່. ພວກເຮົາຍັງສະໜອງການບໍລິການ ທີ່ສອດຄ່ອງສະເພາະ ລວມທັງ:
- ການສະໜອງປ່ອງບໍລິການ ປະຕູດຽວ
- ການຝຶກອົບຮົມ
- ການຢັ້ງຢືນ
- ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT
- ການສົ່ງເສີມ ແລະ ສົນທະນາ ລະຫວ່າງພາກລັດ ແລະ ພາກທຸລະກິດ
- ການໂຄສະນາ ແລະ ຍ້ອງຍໍສູນບໍລິການອາຊີວະສຶກສາ
ການມອບ-ຮັບໃນຄັ້ງນີ້ ຖືເປັນອີກກ້າວໜຶ່ງທີ່ສຳຄັນໃນການຂັບເຄື່ອນລະບົບອາຊີວະສຶກສາຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຜະລິດບຸກຄະລາກອນທີ່ມີຄຸນນະພາບ ຕອບສະໜອງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.
#DCTSC #ອາຊີວະສຶກສາແບບຄວບຄູ່#LNCCI
