ໂຄງການ ອາຊີວະສຶກສາ (GIZ-VELA) ໄດ້ຈັດພິທີມອບ-ຮັບ ອຸປະກອນໄອທີ ແລະ ຄອມພິວເຕີ ຈຳນວນ 12 ຊຸດ ໃຫ້ ສຄອຊ

ໂຄງການ ອາຊີວະສຶກສາ (GIZ-VELA) ໄດ້ຈັດພິທີມອບ-ຮັບ ອຸປະກອນໄອທີ ແລະ ຄອມພິວເຕີ ຈຳນວນ 12 ຊຸດ ໃຫ້ ສຄອຊ

ນະຄອນຫຼວງວຽງຈັນ, 13 ກຸມພາ 2026 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໂຄງການ ອາຊີວະສຶກສາ (GIZ-VELA) ໄດ້ຈັດພິທີມອບ-ຮັບ ອຸປະກອນໄອທີ ແລະ ຄອມພິວເຕີ ຈຳນວນ 12 ຊຸດ

ໃຫ້ກັບສູນບໍລິການອາຊີວະສຶກສາແບບຄວບຄູ່ (ອສຄ) ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ ລວມມູນຄ່າກວ່າ 250 ລ້ານກີບ. ຕາງໜ້າມອບໂດຍ ທ່ານ ນາງ ບໍຣິວອນ ຜາຟອງ ຊ່ຽວຊານອາຊີວະສຶກສາ, ໂຄງການ ອາຊີວະສຶກສາໃນ ສປປ ລາວ (GIZ-VELA) ແລະ ຕາງໜ້າຮັບໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.  ອຸປະກອນດັ່ງກ່າວ ມີຈຸດປະສົງນຳໃຊ້ເຂົ້າໃນວຽກງານຄຸ້ມຄອງຂໍ້ມູນຂ່າວສານ ແລະ ປະສານງານໃນກິດຈະກຳສົ່ງເສີມອາຊີວະສຶກສາ ຜ່ານກົນໄກການຮ່ວມມື ພາກລັດ-ພາກທຸລະກິດ.

ສູນບໍລິການ ອສຄ ໃຫ້ການບໍລິການ ສະໜັບສະໜູນພາກທຸລະກິດ ໃນການວາງແຜນ, ຈັດຕັ້ງ ແລະ ປະຕິບັດ ການຮຽນ-ການສອນ ແບບຄວບຄູ່. ພວກເຮົາຍັງສະໜອງການບໍລິການ ທີ່ສອດຄ່ອງສະເພາະ ລວມທັງ:

  • ການສະໜອງປ່ອງບໍລິການ ປະຕູດຽວ
  • ການຝຶກອົບຮົມ
  • ການຢັ້ງຢືນ
  • ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT
  • ການສົ່ງເສີມ ແລະ ສົນທະນາ ລະຫວ່າງພາກລັດ ແລະ ພາກທຸລະກິດ
  • ການໂຄສະນາ ແລະ ຍ້ອງຍໍສູນບໍລິການອາຊີວະສຶກສາ

ການມອບ-ຮັບໃນຄັ້ງນີ້ ຖືເປັນອີກກ້າວໜຶ່ງທີ່ສຳຄັນໃນການຂັບເຄື່ອນລະບົບອາຊີວະສຶກສາຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຜະລິດບຸກຄະລາກອນທີ່ມີຄຸນນະພາບ ຕອບສະໜອງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

#DCTSC #ອາຊີວະສຶກສາແບບຄວບຄູ່#LNCCI

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword