ຄະນະຜູ້ແທນ ສະພາແຫ່ງຊາດ   ແລະ ຄະນະຜູ້ແທນ ສະພາປະຊາຊົນ ນວ ຢ້ຽມຢາມ ສຄອຊ

ຄະນະຜູ້ແທນ ສະພາແຫ່ງຊາດ ແລະ ຄະນະຜູ້ແທນ ສະພາປະຊາຊົນ ນວ ຢ້ຽມຢາມ ສຄອຊ

ໃນຕອນບ່າຍຂອງວັນທີ 17 ກັນຍາ 2019 ທີ່ ຫ້ອງປະຊຸມ ສຄອ ແຫ່ງຊາດລາວ, ຄະນະຜູ້ແທນສະພາແຫ່ງຊາດ ແລະ ຄະນະຜູ້ແທນສະພາປະຊາຊົນ ນະຄອນຫຼວງວຽງຈັນ

ໄດ້ມາຢ້ຽມຢາມ ສຄອຊ ໂດຍການເປັນປະທານ ຂອງ ທ່ານ ປອ ນາງ ພອນເພັດ ບຸບຜາ ຮອງປະທານກຳມະທິການ ວັດທະນະທຳສັງຄົມ ສະພາແຫ່ງຊາດ ໃນການມາຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ໃນການກະກຽມຕ້ອນຮັບ ແລະ ກະກຽມຂໍ້ມູນ ເພື່ອລາຍງານຕໍ່ກຳມະທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ

ແລະ ກໍ່ໄດ້ມີຄຳຖາມເຈາະຈີ້ມກໍຄື: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ມີການປະສານສົມທົບກັບບັນດາຫົວໜ່ວຍທຸລະກິດ ແລະ ພາກສ່ວນທີ່ກ້ຽວຂ້ອງ ໃນການສ້າງແຜນຄວາມຕ້ອງການກຳລັງແຮງງານ ໂດຍສະເພາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາ ແລະ ກິລາ ໃນການຈ້າງງານ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຄືແນວໃດ?; ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໃນການດຳເນີນທຸລະກິດ ຂະຫນາດນ້ອຍ ແລະ ກາງ (SME) ຄືແນວໃດ? ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ສົ່ງເສີມ ທຸລະກິດຂະຫນາດນ້ອຍ ແລະ ກາງ (SME) ຄືແນວໃດ?


ໃນທີ່ປະຊຸມໂດຍມີການເຂົ້າຮ່ວມຂອງ ຄະນະຜູ້ແທນສະພາແຫ່ງຊາດ ແລະ ຄະນະຜູ້ແທນສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ຄະນະບໍລິຫານງານ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

 

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword