ກອງປະຊຸມປຶກສາຫາລືຄົ້ນຄວ້ານໍາໃຊ້ວັດທະນາທໍາ 24 Solar Terms ເພື່ອ ສ້າງແຜນຍຸດທະສາດສົ່ງເສີມ ແລະ ພັດທະນາການຜະລິດມັນຕົ້ນ ໃນ ສປປ ລາວ

ກອງປະຊຸມປຶກສາຫາລືຄົ້ນຄວ້ານໍາໃຊ້ວັດທະນາທໍາ 24 Solar Terms ເພື່ອ ສ້າງແຜນຍຸດທະສາດສົ່ງເສີມ ແລະ ພັດທະນາການຜະລິດມັນຕົ້ນ ໃນ ສປປ ລາວ

ໃນຕອນບ່າຍຂອງວັນທີ 9 ແລະ ວັນທີ 10 ມັງກອນ 2025 ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ), ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມຄົ້ນຄວ້າແຜນຍຸດທະສາດກ່ຽວກັບການສົ່ງເສີມ

 

ແລະ ພັດທະນາມາດຕະຖານມັນຕົ້ນເພື່ອນໍາໃຊ້ເຂົ້າໃນວຽກງານອຸດສາຫະກຳຢາ ແລະ ການແພດ ຢູ່ ສປປ ລາວ ຂຶ້ນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ປອ. ດຣ ບຸນເລື່ອນ ດວງເດືອນ, ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ, ທ່ານ ບຸນເລີດ ຫຼວງປະເສີດ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ມານິດໂຕ ພົມໂພທິ ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານຜູ້ຕ່າງໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ທ່ານຜູ້ຕ່າງໜ້າສະມາຄົມມັນຕົ້ນລາວ, ທ່ານຜູ້ຕ່າງໜ້າປະທານສະມາຄົມມັນຕົ້ນນະຄອນຫຼວງວຽງຈັນ, ທ່ານຜູ້ຕ່າງໜ້າສະມາຄົມທຸລະກິດກະສິກຳລາວ, ແລະ ທ່ານ Zhang Qiuli, ຜູ້ກໍ່ຕັ້ງບໍລິສັດ 24 Solar Terms Health Management Co., Ltd ສປ ຈີນ, ທັງເປັນປະທານ ບໍລິສັດ 24 Solar Terms Health Investment Sole Co.,ltd ແລະ ບັນດາຊ່ຽວຊານ ແລະ ຄະນະນັກທຸລະກິດ ຈາກ ສປ ຈີນ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເປັນການປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຮ່ວມກັນເພື່ອຄົ້ນຄວ້າການນໍາໃຊ້ວັດທະນາທໍາ 24 Solar Terms ທີ່ເປັນມໍລະດົກໂລກດ້ານນາມມະທໍາຂອງມວນມະນຸດ ເພື່ອສ້າງແຜນຍຸດທະສາດສົ່ງເສີມ ແລະ ການຜະລິດມັນຕົ້ນໃຫ້ມີປະສິດທິພາບ, ສ້າງມູນຄ່າເພີ່ມ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ ແລະ ເພື່ອສຸຂະພາບທີ່ດີຂອງປະຊາຊົນ. ໂດຍສະເພາະແມ່ນໄດ້ປຶກສາຫາລືວິທີທາງການກຳນົດມາດຕະຖານຂອງຂະບວນການຜະລິດມັນຕົ້ນເພື່ອນໍາໃຊ້ເປັນອາຫານ ແລະ ເພື່ອນໍາໃຊ້ຜະລິດເປັນຢາ ໃຫ້ເກີດປະໂຫຍດສູງສຸດ ແລະມີຄຸນນະພາບສູງ ສອດຄ່ອງກັບຄວາມຕ້ອງການຂອງແຕ່ລະຂະແໜງການ. ໃນກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບເບື້ອງຕົ້ນກ່ຽວກັບການສ້າງຍຸດທະຍາດສົ່ງເສີມມັນຕົ້ນ, ໂດຍຈະສ້າງເປັນສູນຄົ້ນຄ້ວາ ແລະ ພັດທະນາຄຸນຄ່າມັນຕົ້ນ ແລະ ມັນຕົ້ນເພື່ອສຸກຂະພາບ ຢູ່ພາຍໃນໂຄງການຮ່ວມມືສະຖານບັນຄົ້ນຄ້ວາ 24 Solar Terms ສຸຂະພາບດີຈີຕອນລາວ-ຈີນ ທີ່ໄດ້ຮ່ວມມືກັບສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ໂດຍສົມທົບກັບຂະແໜ່ງການທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອຄົ້ນຄວ້າມາດຕະຖານມັນຕົ້ນ, ແນ່ໃສ່ເພີ່ມມູນຄ່າໃຫ້ແກ່ການຜະລິດມັນຕົ້ນ, ເຊິ່ງຖ້າໂຄງການປະສົບຜົນສຳເລັດ, ຄາດຄະເນຈະສາມາດເພີ່ມລາຍຮັບຈາກການປູກມັນຕົ້ນໄດ້ ຢ່າງໜ້ອຍ 1 ຕື້ໂດລາ ຕໍ່ປີ . ພາຍໃນກອງປະຊຸມຍັງໄດ້ປຶກສາຫາລືຈັດຕັ້ງຄະນະຜູ້ບໍລິຫານ, ນັກວິຊາການ ແລະ ຊ່ຽວຊານ ຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອປະກອບເຂົ້າສູນຄົ້ນຄວ້າດັ່ງກ່າວ ແລະ ໄດ້ສະເໜີໃຫ້ແຕ່ລະພາກສ່ວນກະກຽມ ແລະ ສະເໜີລາຍຊື່ຊ່ຽວຊານ ແລະ ນັກວິຊາການ ທີ່ມີຄຸນວຸດທິ, ຄວາມສາມາດ ແລະ ມີປະສົບການ ເຂົ້າເປັນຄະນະ ເຊັ່ນ: ດ້ານການປູກມັນຕົ້ນ, ດ້ານການຜະລິດປຸງແຕ່ງ, ຜູ້ເກັບຊື້ ຫຼື ໂຮງງານ ແລະ ຜູ້ສະໜອງ ເປັນຕົ້ນ ໂດຍໃຫ້ ສະຖານບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເປັນຈຸດໃຈກາງປະສານງານ ແລະ ວາງການຈັດຕັ້ງປະຕິບັດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more
ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 27 ພຶດສະພາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ),…Read more
ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword