ກອງປະຊຸມ ປຶກສາຫາລື ລະຫວ່າງຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ໃນຫົວຂໍ້ ບັນຫາທີ່ຕິດພັນກັບການທ່ອງທ່ຽວ

ກອງປະຊຸມ ປຶກສາຫາລື ລະຫວ່າງຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ໃນຫົວຂໍ້ ບັນຫາທີ່ຕິດພັນກັບການທ່ອງທ່ຽວ

ວັນທີ 27 ກັນຍາ 2023, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍຮ່ວມກັບ ກະຊວງຖະແຫຼງຂ່າວວັດທະນາທໍາ ແລະ ທ່ອງທ່ຽວ (ຖວທ)

ໄດ້ຈັດກອງປະຊຸມເປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໄຕ້ກົນໄກກອງປະຊຸມທຸລະກິດລາວ (LBF) ຂື້ນທີ່ຫ້ອງປະຊຸມໂຮງແຮມແລນມາກ, ໂດຍການເປັນປະທານຮ່ວມຂອງ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖວທ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ. ນອກຈາກນີ້ ຍັງມີຜູ້ເຂົ້າຮ່ວມຈາກ 8 ກະຊວງ ທີ່ກ່ຽວຂ້ອງ, ສະມາຄົມ ແລະ ພາກທຸລະກິດ ທີ່ຕິດພັນກັບຂະ ແໜງການທ່ອງທ່ຽວ, ແລະ ອົງການຈັດຕັ້ງສາກົນ ຫລາຍກວ່າ 55 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ ເປຶກສາຫາລືເພື່ອ ເລັ່ງແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ບັນຫາໃໝ່ທີ່ພາກທຸລະກິດໄດ້ສັງລວມ ແລະ ຄັດຈ້ອນເປັນເອກະພາບ ຈາກກອງປະຊຸມເປຶກສາຫາລື ພາກທຸລະກິດຂອງຂະແໜງການທ່ອງທ່ຽວທີ່ໄດ້ຈັດຂື້ນ ໃນວັນທີ 28 ກໍລະກົດ ທີ່ຜ່ານມາ. ບັນຫາທີ່ໄດ້ສະເໜີ ທີ່ກອງປະຊຸມມີທັງໝົດ 4 ບັນຫາບູລິມະສິດ ທີ່ຍັງເປັນບັນຫາຄົງຄ້າງ ຈາກກອງປະຊຸມທຸລະກິດລາວ, 2 ບັນຫາບູລິມະສິດໃໝ່, ແລະ 5 ບັນຫາຍ່ອຍ.
ໃນບົດກ່າວເປີດກອງປະຊຸມ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວເຖິງຄວາມສໍາຄັນຂອງ ກອງປະຊຸມໃນມື້ນີ້ຕໍ່ກັບວຽກງານທ່ອງທ່ຽວ ໃນການແກ້ໄຂສີ່ງທ້າທາຍ ແລະ ບັນຫາຫຍໍ້ທໍ້ຕ່າງໆ ພ້ອມທັງຮຽກຮ້ອງໃຫ້ຜູ້ຕາງໜ້າຂອງແຕ່ລະກະຊວງທີ່ກ່ຽວຂ້ອງ ຊີ້ແຈງບັນຫາທີ່ຕິດພັນຂອງຕົນໃຫ້ທີ່ປະຊຸມຮັບຊາບ. ທັງນີ້ກໍ່ເພື່ອເປັນການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປີດປີທ່ອງທ່ຽວລາວ ປີ 2024 ທີ່ຈະມາເຖິງນີ້. ນອກຈາກນີ້ ທ່ານ ຍັງໄດ້ແຈ້ງໃຫ້ທີ່ປະຊຸມຊາບກ່ຽວກັບຂໍ້ຕົກລົງຂອງລັດຖະບານໃນການອະນຸຍາດໃຫ້ສ້າງຕັ້ງ ຄະນະກໍາມະທິການແຫ່ງຊາດເພື່ອຊຸກຍູ້ແລະ ສົ່ງເສີມວຽກງານທ່ອງທ່ຽວ ທີ່ປະກອບດ້ວຍຄະນະນໍາຂັ້ນສູງຈາກແຕ່ລະກະຊວງທີ່ກ່ຽວຂ້ອງ ລວມທັງ ສຄອຊ ເພື່ອເຮັດໜ້າທີ່ຮ່ວມກັນໃນການຊຸກຍູ້, ສົ່ງເສີມ ແລະ ແກ້ໄຂບັນຫາທີ່ຕິດພັນກັບວຽກງານທ່ອງທ່ຽວໃຫ້ໄດ້ທັນກັບສະພາບການ.
ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ “ພາຍຫຼັງຂອງກອງປະຊຸມໃນມື້ນີ້ ພວກເຮົາຈະໄດ້ນໍາເອົາຜົນໄດ້ຮັບຈາກກອງປະຊຸມ ສັງລວມໃຫ້ແກ່ກອງເລຂາກອງປະຊຸມທຸລະກິດລາວ ເພື່ອລາຍງານແກ່ຄະນະຊີ້ນໍາ ທີ່ນໍາໂດຍທ່ານຮອງນາຍົກລັດຖະມົນຕີ ພິຈາລະນາກໍານົດທິດທາງ, ແລະ ລາຍງານໃນກອງປະຊຸມທຸລະກິດລາວຄັ້ງທີ 15 ທີ່ ທ່ານ ນາຍົກລັດຖະມົນຕີ ເປັນປະທານ ເຊິ່ງຄາດວ່າຈະຖືກຈັດຂຶ້ນໃນເດືອນ ມີນາ ປີ 2024.”
ກອງປະຊຸມໄດ້ມີການແລກປ່ຽນຄໍາຄິດເຫັນຕໍ່ກັບບັນຫາທີ່ສະເໜີ ແບບກົງໄປກົງມາ ຢ່າງສ້າງສັນ ແລະ ຍັງໄດ້ເປີດໂອກາດໃຫ້ບັນດາບໍລິສັດທີ່ເຂົ້າຮ່ວມສາມາດປະກອບຄໍາຄິດເຫັນ ແລະ ສະເໜີເພີ້່ມເຕີມບັນຫາທີ່ພວກເຂົາພົບພໍ້ ເພື່ອໃຫ້ພາກລັດພິຈາລະນາ ແກ້ໄຂໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍ ອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ (USAID) ໂດຍຜ່ານໂຄງການສ້າງສະພາບແວດທີ່ເອື້ອອໍານວຍຕໍ່ທຸລະກິດລາວ (LBE) ແລະ ການຮ່ວມມືຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword