ການທັດສະນະສຶກສາ ແລກປ່ຽນບົດຮຽນໃນການກະກຽມສ້າງຕັ້ງ ກອງທຶນພັດທະນາອາຊີວະສຶກສາ ທີ່່ ຣາຊະອານາຈັກກໍາປູເຈຍ

ການທັດສະນະສຶກສາ ແລກປ່ຽນບົດຮຽນໃນການກະກຽມສ້າງຕັ້ງ ກອງທຶນພັດທະນາອາຊີວະສຶກສາ ທີ່່ ຣາຊະອານາຈັກກໍາປູເຈຍ

ການທັດສະນະສຶກສາ ແລກປ່ຽນບົດຮຽນໃນການກະກຽມສ້າງຕັ້ງ ກອງທຶນພັດທະນາອາຊີວະສຶກສາ ໃນລະຫວ່າງ ວັນທີ 12 ຫາ 15 ມີນາ 2024 ທີ່ຜ່ານມາ ທີ່່ ຣາຊະອານາຈັກກໍາປູເຈຍ.

ທ່ານ ນາງ ບຸບຜາມະນີ ຈຸນລະມະນີ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຂົ້າຮ່ວມພ້ອມຄະນະ ອາຊີວະສຶກສາແບບຄວບຄູ່ ສຄອຊ, ພາຍໃຕການນຳພາ ໂດຍທ່ານ ໜູພັນ ອຸດສາ ຫົວໜ້າກົມ ອາຊີວະສຶກສາ ພ້ອມດ້ວຍຄະນະ ຈຳນວນ 16 ທ່ານ ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ, ກະຊວງການເງິນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະມາຄົມອຸດສາຫະກຳຍານພາຫະນະລາວ, ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ, ເຊັ່ນດຽວກັນກັບທີມງານຂອງອົງການພັດທະນາ ແລະ ການຮ່ວມມືສະວິດເຊີແລນ (Cooperation Office and Consular Agency Vientiane – SDC), ຜູ້ຕາງໜ້າຫ້ອງການອີຢູ ປະຈໍາ ສປປ ລາວ ແລະ ຜູ້ຕາງໜ້າຈາກອົງການ ການຮ່ວມມື ລາວ-ລຸກຊຳບວກ (Luxembourg Development Cooperation Agency – LuxDev).
ຈຸດປະສົງ ຂອງການທັດສະນະສຶກສາຄັ້ງນີ້້:
1. ເພື່ອຮຽນຮູ້ກ່ຽວກັບກົນໄກການຈັດຕັ້ງປະຕິບັດ, ລະບົບການຄຸ້ມຄອງ ແລະ ການມີສ່ວນຮ່ວມໃນການບໍລິຫານກອງທຶນ ພັດທະນາທັກສະສີມືແຮງງານ (Skill Development Fund – SDF) ໃນປະເທດກຳປູເຈຍ.
2. ເພື່ອມີການແລກປ່ຽນກັບຄູ່ຮ່ວມມືກຳປູເຈຍ ກ່ຽວກັບຜົນປະໂຫຍດ ແລະ ສິ່ງທ້າທາຍຂອງການປະຕິບັດກອງທຶນພັດທະນາສີມືແຮງງານ
3. ຮຽນຮູ້ຈາກຄູ່ຮ່ວມງານຂອງລັດຖະບານທີ່ກ່ຽວຂ້ອງ ກ່ຽວກັບໂຄງການ, ລະບຽບການ, ນະໂຍບາຍ, ໂຄງການຂອງລັດ, ແລະ ກົນໄກການປະສານງານຂອງລະບົບ TVET ໃນກໍາປູເຈຍ.
ໃນການເດີນທາງທັດສະນະສຶກສາໃນຄັ້ງນີ້ ຄະນະຜູ້ແທນຍັງໄດ້ມີໂອກາດຢ້ຽມຢາມສະຖາບັນພັດທະນາສີມືແຮງງານ, ບໍລິສັດ ຜະລິດອຸປະກອນໄຟຟ້າ, ຂອງກອງທຶນພັດທະນາທັກສະສີມືແຮງງານ, ກະຊວງແຮງງານ ແລະ ຝຶກອົບຮົມວິຊາຊີບ.
ພ້ອມດຽວກັນນີ້, ຄະນະຜູ້ແທນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍັງໄດ້ນຳສະເໜີ ແລກປ່ຽນ ກ່ຽວກັບ ຈຸດປະສົງ ໃນການສ້າງຕັ້ງ ກອງທຶນພັດທະນາ ອາຊີວະສຶກສາ ຂອງ ສປປ ລາວ (TVET Development Fund – TDF) ພ້ອມທັງ ແຜນການຈັດຕັ້ງປະຕິບັດ ກອງທຶນດັ່ງກ່າວ ແລະ ຍັງໄດ້ສະເໜີຂໍ້ແນະນຳຈາກ ຄະນະບໍລິຫາງານ ຂອງກອງທຶນພັດທະນາທັກສະສີມືແຮງງານ ປະເທດກຳປູເຈຍ (SDF) ກະຊວງແຮງງານ ແລະ ຝຶກອົບຮົມວິຊາຊີບ ໄດ້ໃຫ້ຄຳແນະນຳທີ່ດີ ເປັນປະໂຫຍດ ໃນການຄຸ້ມຄອງ ແລະ ຈັດສັນແຫຼ່ງທຶນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ເສດຖະກິດ – ສັງຄົມຂອງ ສປປ ລາວ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword