ຝຶກອົບຮົມຫົວຂໍ້: ການເຂົ້າເຖິງແຫ່ງທຶນ ສໍາລັບ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ ທີ່ ແຂວງວຽງຈັນ

ຝຶກອົບຮົມຫົວຂໍ້: ການເຂົ້າເຖິງແຫ່ງທຶນ ສໍາລັບ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ ທີ່ ແຂວງວຽງຈັນ

ໃນວັນທີ 07 ມີຖຸນາ 2023 ທີ່ ເມືອງວັງວຽງ, ແຂວງວຽງຈັນ. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ), ສະພາການຄ້າ ແລະ ອຸດສາຫະກໍາ ແຂວງວຽງຈັນ

ຮ່ວມກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ, ອົງການແພລນສາກົນ ປະຈໍາ ສປປ ລາວ (Plan International Laos) ແລະ ສູນສະຫະພາບເອີຣົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ (ECEAT – European Centre for Ecological and Agricultural Tourism)  ໄດ້ຈັດການຝຶກອົບຮົມຫົວຂໍ້: “ການເຂົ້າເຖິງແຫ່ງທຶນ ສໍາລັບ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ” ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ທອງພາລິດ (Mr.Khamphet Thongphalith), ຮອງຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ, ທ່ານ ຂັນທອງ ດວງປະເສີດ (Mr Khanthong Duangphaserth), ຮອງປະທານ ສຄອ ແຂວງ ວຽງຈັນ ແລະ ມີຕາງໜ້າຈາກພາກທຸລະກິດ, ຜູ້ປະກອບການຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມທັງໝົດຫຼາຍກວ່າ 30 ທ່ານ.

ຈຸດປະສົງເພື່ອເປັນການຊຸກຍູ້ ແລະ ສົ່ງເສີມຂະແຫນງການທີ່ປິ່ນອ້ອມການທ່ອງທ່ຽວເຊັ່ນ: ສະຖານທີ່ພັກໂຮງແຮມ, ຮ້ານອາຫານ, ບໍລິສັດທ່ອງທ່ຽວ, ເຄື່ອງຫັດຖະກໍາ ແລະ ອື່ນໆທີ່ກ່ຽວຂ້ອງ ໃຫ້ສາມາດເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບ ແຫລ່ງທຶນ ແລະ ສາມາດຍື່ນບົດສະເໜີກູ້ຢືມເງິນຈາກທາງທະນາຄານ ຫຼື ສະຖາບັນການເງິນໄດ້, ແລະ ຈະໄດ້ເຂົ້າໃຈຈະແຈ້ງຂຶ້ນກ່ຽວກັບຂໍ້ມູນນະໂຍບາຍ, ເງື່ອນໄຂ ແລະ ຂັ້ນຕອນຕ່າງໆກ່ຽວກັບການກູ້ຢືມເງິນ ຈາກບັນດາທະນາຄານ ແລະ ສະຖາບັນການເງິນ. ນອກຈາກນັ້ນ ການຝຶກອົບຮົມໃນຄັ້ງນີ້ ໂດຍສະເພາະທ່ານໃດທີ່ມີທຸລະກິດເປັນຂອງຕົນເອງ ແຕ່ຍັງບໍ່ທັນໄດ້ຂື້ນທະບຽນຢ່າງເປັນທາງການ ຈະໄດ້ຮຽນຮູ້ການຈົດທະບຽນວິສາຫະກິດ, ຮູ້ຂັ້ນຕອນ ແລະ ເຕັກນິກຂຽນແບບຟອມກູ້ຢືມເງິນຂອງທະນາຄານ, ເຂົ້າໃຈພື້ນຖານການເຮັດບັນຊີຈົດກ່າຍລາຍຮັບ-ລາຍຈ່າຍປະຈໍາວັນຂອງທຸລະກິດທ່ານ ແລະ ຮຽນຮູ້ລະບົບການເງິນແບບດິຈິຕອນ ພ້ອມຮ່ວມຮັບຟັງ ແລະ ສົນທະນາແລກປ່ຽນກັບຕົວແທນຈາກທະນາຄານ ແລະ ສະຖາບັນການເງິນຕໍ່ກັບຂໍ້ມູນທີ່ຈຳເປັນ ແລະ ກ່ຽວຂ້ອງໃນຂັ້ນຕອນການກູ້ຢືມເງິນອີກດ້ວຍ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword