ກອງ​ປະ​ຊຸ​ມ​ປຶກ​ສາ​ຫາ​ລື ພາກ​ທຸ​ລະ​ກິດ ຂະ​ແໜງ​ກະ​ສິ​ກຳ

ກອງ​ປະ​ຊຸ​ມ​ປຶກ​ສາ​ຫາ​ລື ພາກ​ທຸ​ລະ​ກິດ ຂະ​ແໜງ​ກະ​ສິ​ກຳ

ໃນ​ວັນ​ອັງ​ຄານ​, ທີ 1 ເດືອນ ພະ​ຈິກ 2022, ພາຍ​ໃຕ້​ກົນ​ໄກ​ກອງ​ປະ​ຊຸມ​ທະ​ລະ​ກິດ​ລາວ ກອງ​ເລ​ຂາ​​ປະ​ຊຸມ​ທະ​ລ​ະ​ກິດລາວ ໄດ້​ຈັດ​ກອງ​ປະ​ຊຸ​ມ​ປຶກ​ສາ​ຫາ​ລື ພາກ​ທຸ​ລະ​ກິດ ຂະ​ແໜງ​ກະ​ສິ​ກຳ ທີ່​ ຫ້ອງ​ປະຊຸມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອ​ຊ), ​ນະ​ຄ​ອນຫຼວງວຽງ​ຈັນ

ແລະ ​ສະ​ໜັ​ບ​ສະ​ໜຸນ​ໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ. ຈຸ​ດ​ປະ​ສົງ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ໄດ້​ຈັດ​ຂຶ້ນ ​ເພື່ອ​ໃຫ້​​ທຸ​ລ​ະ​ກິດຂະ​ແໜງກະ​ສິ​ກຳ ໄດ້​ສະ​ເໜີ​ບັນ​ຫາ​ຕ່າງໆ​ທີ່​ຕິດ​ພັນ​ກັບ​ຂະ​ແໜງການດັ່ງ​ກ່າວ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​​ເປັນປະ​ທານ​ຮ່ວມ​ໂດຍ ທ່ານ ບຸ​ນ​ເລີດ ຫຼວງ​ປະ​ເສີດ, ຮອງ​ປະ​ທານ ສ​ຄອ​ຊ ແລະ ທ່ານ ບຸນ​ທ່ຽງ ລັດ​ຕະ​ນະ​ວົງ, ຄ​ະ​ນະ​ບໍ​ລິ​ຫານງານ ສ​ຄອ​ຊ. ພາຍຫຼັງ​ທີ່​ທ່ານປະ​ທານ​ໄດ້​​ກ່າວເປີດກອງ​ປະ​ຊຸມ​ແລ້ວ, ໃນ​ວາ​ລະ​ຕໍ່​ມາ​ແມ່ນ ໄດ້​ເປີດ​ສາຍວີ​ດີ​ໂອກ່ຽວ​ກັບ ວິ​ທີການ​ສະ​ເໜີ​ບັນ​ຫາເຂົ້າ​ສູ່​ກົນ​ໄກ ກອງ​ປະ​ຊຸມ​ທຸ​ລະ​ກິດ​ລ​າວ ​ໃຫ້​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຊົມ ເພື່ອ​ເຂົ້າ​ໃຈຂະ​ບວນ​ການ ແລະ ຂັ້ນ​ຕອນ​ຕ່າງໆ ຂອງ ກອງ​ປະ​ຊຸມ​ທ​ະ​ລ​ກິດ​ລາວ. ຈາກ​ນັ້ນ ກໍ​ໄດ້ມີການສະເໜີ​ບັນ​ຫາ ແລະ ສົນ​ທະ​ນາ​ລະ​ຫວ່າງ​ຜູ້​ເຂົ້າ​ຮ່ວມ​ຢ່າງ​ກົງ​ໄປ​ກົງ​ມາ ຂອງ​ຜູ້​ປະ​ກອບ​ການ​ທັງ​ພາຍ​ໃນ ແລະ​ ​ຕ່າງ​ປະ​ເທດ.  ໃນຕອນ​ທ້ານຂອງກອງ​ປະ​ຊຸມ​, ປະ​ທານ​ໄດ້​ສະຫຼຸບ​ບັນ​ຫາ ທີ່​ໄດ້​ຍົກ​ຂຶ້ນ ລວມ​ມີ 8 ບັນ​ຫາ​ທັງ​ໝົດ.

8 ບັນ​ຫ​າ​ດັ່ງ​ກ່າວ​ມີ ດັ່ງ​ຕ່​ໄປ​ນີ້:

  1. ການ​ສະ​ໜອງ ເຕັກ​ນິກວິ​ຊາ​ການ ໃນ​ດ້ານ​ກະ​ສິກຳ
  2. ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ພາກ​ການຜະ​ລິດ ໃນ​ຂະ​ແໜງ​ກະ​ສິ​ກຳ​ໃຫ້​ມີ​ຄວາມສະ​ດວກ​ຫຼາຍ​ຂຶ້ນ
  3. ການ​ແ​ກ້​ໄຂ​ຂັ້ນ​ຕອນ ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ສິນ​ຄ້າ​ກະ​ສິກຳ ເພື່ອ​ຫຼຸດ​ຕົ້ນ​ທຶນ​ການ​ຜະ​ລິດ
  4. ການ​ສ້າງ ແຫຼ່ງ​ທຶນ​ທີ່​ຮັ​ບ​ໃຊ້ ໃນ​ຂະ​ແໜງກະ​ສິ​ກຳ
  5. ການ​ເອື້ອ​ອຳ​ນວຍ​ໃນ​ການ ນຳ​ເຂົ້າ​ ​ປັດໃຈການ​ຜະ​ລິດ
  6. ການ​ປົກ​ປ້ອງ​ຜູ້​ຜະ​ລິດ ພາຍ​ໃນ​ເພື່ອ​ຮັກ​ສາ​ລາ​ຄາ​ໃນ​ທ້ອງ​ຕະຫຼາດ
  7. ການ​ເຂົ້າ​ເຖິງ​ຂໍ້​ມູນ ທີ່​ກ່ຽວ​ຂ້ອງ​ກັບດ້ານກະ​ສິ​ກຳ
  8. ການ​ຄຸ້ມ​ຄອງ​ລາ​ຄາ ສິນ​ຄ້າ​ກະ​ສິ​ກຳ

8 ບັນ​ຫາ​ດັ່ງ​ກ່າວ​ທີ່​ໄດ້​ຖືກກ​ສະ​ເໜີ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ຈະ​ຖືກຄັດ​ຈ້ອນ ໃນ​ຂັ້ນ​ຕອນ​ຕໍ່​ໄປ ​ໂດຍ ກອງ​ເລ​ຂ​າ ກອງ​ປະ​ຊຸມ​ທຸ​ລະ​ກິດ​ລາວ ແລະ ຫົ​ວ​ໜ້າໜ່ວຍ​ງານ​ປຶກ​ສາ​ຫາ​ລື ພາກ​ທຸ​ລະ​ກິດ​ຂອງ​ຂະ​ແໜງ​ການ ກະ​ສິ​ກຳ, ແລະ​ ຈະ​ໄດ້​ຖຶກ​ນຳ​ສະ​ເໜີ​ເຂົ້າ​ກອງ​ປະ​ຊຸ​ມ ປຶກ​ສາ​ຫາ​ລື ລະ​ຫວ່າງ ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ໃນ​ເດືອນ​ຕໍ່ໆ​ໄປ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword