ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກຽມເປັນເຈົ້າພາບການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024)

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກຽມເປັນເຈົ້າພາບການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024)

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກຽມເປັນເຈົ້າພາບການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024)

ແລະ ຈະໄດ້ມີກອງປະຊຸມປີ່ນອ້ອມຫົວຂໍ້ຕ່າງຂອງອົງກອນຈາກພາກທຸລະກິດໃນໄລຍະເເຕ່ວັນທີ 3-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ

ເຊິ່ງມີລາຍລະອຽດດັ່ງນີ້:
1. ວັນທີ 3 ຕຸລາ 2024 ກອງປະຊຸມ: ASEAN Young Entrepreneur Council (AYEC) Carnival and AGM
2. ວັນທີ 4 ຕຸລາ 2024 ກອງປະຊຸມ: ASEAN Women Entrepreneurs Conference 2024 and AWEN Special Awards Ceremony.
3. ວັນທີ 7 ຕຸລາ 2024 ກອງປະຊຸມ: ASEAN Investment Forum (AIF):
4. ວັນທີ 8-11 ຕຸລາ 2024 ກອງປະຊຸມ: ASEAN Business and Investment Summit 2024)
5. ວັນທີ 10-11 ຕຸລາ 2024 ກອງປະຊຸມ: International Logistics Symposium:
ໂດຍອີງຕາມຮອບມຸນວຽນການເປັນປະທານອາຊຽນ ກໍຄືພາກລັດຖະບານ ແລະ ທາງພາກທຸລະກິດກໍຄື ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍຖືກຮອບມຸນວຽນໃນການປະທານ ສະພາທີ່ປຶກສາທຸລະກິດອາຊຽນ ປະຈຳປີ 2024 ແລະ ໃນໄລຍະການຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ ຂອງພາກລັດຖະບານ ໃນເດືອນ ຕຸລາ 2024 ນີ້, ສະພາທີ່ປຶກສາທຸລະກິດອາຊຽນ 2024 ພ້ອມດ້ວຍຄະນະກໍຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 (ASEAN Business and Investment Summit 2024).
ເຊິ່ງຈະໄດ້ຈັດຂື້ນຢ່າງເປັນທາງການໃນລະຫວ່າງວັນທີ 8-11 ຕຸລາ 2024, ທີ່ ໂຮງແຮມເເລນມາກ, ນະຄອນຫຼວງວຽງຈັນ ໂດຍເເມ່ນຈັດຄຽງຄູ່ກັບການເປັນປະເທດເຈົ້າພາບໃນການຈັດກອງປະຊຸມສຸດຍອດອາຊຽນ, ເຊິ່ງກອງປະຊຸມຄັ້ງນີ້ຈະໄດ້ເຊື້ອເຊີນນໍາເອົາຜູ້ນໍາຂອງໂລກ, ອົງການຈັດຕັ້ງສາກົນຕ່າງໆ ແລະ ຜູ້ບໍລິຫານລະດັບສູງຈາກບໍລິສັດຫຼາກຫຼາຍປະເທດ ແລະ ພາກພື້ນມາຮ່ວມພາຍໃນງານ.
ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ ອາຊຽນ ແມ່ນຈະໄດ້ມີພິທີເປີດງານຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 8 ຕຸລາ 2024, ເວລາ: 15:00-15:45 ໂມງ, ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ສປປ ລາວ. ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນໃນປີນີ້ ແມ່ນຄາດຄະເນຈະໄດ້ເຊີນເອົາບັນດາຫົວໜ່ວຍທຸລະກິດຈາກ ສປປ ລາວ, ບັນດາປະເທດອາຊຽນ ແລະ ປະເທດອື່ນໆ ເຂົ້າຮ່ວມ ແລະ ລວມມີຜູ້ເຂົ້າຮ່ວມງານທັງພາກລັດ ແລະ ທຸລະກິດຕະຫຼອດໄລຍະກອງປະຊຸມ ຫລາຍກວ່າ 500-600 ຄົນ. ວາລະ ແລະ ເນື້ອໃນຂອງກອງປະຊຸມປະກອບມີດັ່ງນີ້:
– ຫົວຂໍ້ສົນທະນາທີ່ 1: ຈຸດຢືນຂອງອາຊຽນຕໍ່ກັບເສດຖະກິດພາກພື້ນ ແລະ ພູມສາດການເມືອງ ເສດຖະກິດໂລກ
– ຫົວຂໍ້ສົນທະນາທີ່ 2: ຈາກອາຊຽນເຖິງອາຊຽນ: ເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນພາກພື້ນ:
– ນອກນີ້ຈະມີຫົວຂໍ້ນຳສະເໜີພິເສດຢູ່ໃນວາລະດັ່ງກ່າວ: ຫົວຂໍ້ການເຊື່ອມໂຍງພັດທະນາຄົນສູ່ຄົນຜ່ານຊ່ອງທາງດ້ານກິລາ ແລະ ກິລາບານເຕະ ນຳສະເຫນີໂດຍ ປະທານສະຫະພັນບານເຕະໂລກ (Federation International Football Association-FIFA)
– ຫົວຂໍ້ສົນທະນາທີ່ 3: ການເຊື່ອມຕໍ່ອາຊຽນ – ເພີ່ມທະວີຄວາມເຂັ້ມແຂງການເຊື່ອມໂຍງເຊື່ອມຈອດ ແລະ ການສະໜອງຕ່ອງໂສ້ໃນຂົງເຂດຊາຍແດນ:
– Networking Lunch Session: ເພື່ອນໍາສະເຫນີໂຄງການມໍລະດົກຂອງອາຊຽນແບັກໃນການພັດທະນາໂຄງລ່າງລະບົບຕ່ອງໂສ້ການສະໜອງ ແລະ ການພັດທະນາເຕັກໂນໂລຊີ
– ຫົວຂໍ້ສົນທະນາທີ່ 4: ການຫັນເປັນດິຈິຕອລຂອງອາຊຽນ:
– ຫົວຂໍ້ສົນທະນາທີ່ 5: ການຫັນເປັນພະລັງງານອາຊຽນ:
– ຫົວຂໍ້ສົນທະນາທີ່ 6: ຄວາມໝັ້ນຄົງດ້ານສະບຽງອາຫານອາຊຽນ:
– Networking breakfast session (ສະເພາະທ່ານທີ່ໄດ້ຮັບບັດເຊີນ): ຫົວຂໍ້ການຄ້າ ແລະ ການລົງທຶນພາຍໃນພາກພື້ນ
– ຫົວຂໍ້ສົນທະນາທີ່ 7: ຍົກລະດັບການຮ່ວມມືອາຊຽນ-ຈີນ ພາຍໃຕ້ກອບສັນຍາການຮ່ວມມື FTA ແລະ RCEP:
– ຫົວຂໍ້ສົນທະນາທີ່ 8: ຕະຫຼາດທີ່ເປັນທ່າແຮງຂອງອາຊຽນ ແລະ ການເຊື່ອມໂຍງເສດຖະກິດຮ່ວມກັບພາກພື້ນກຸ່ມປະເທດຢູເຣເຊຍ:
– Networking Lunch Session: ເພື່ອນໍາສະເຫນີເຕັກໂນໂລຊີການຫັນປ່ຽນພະລັງງານ, ຍານພາຫະນະໄຟຟ້າ
– ຫົວຂໍ້ສົນທະນາທີ່ 9: ຕະຫຼາດທີ່ເປັນທ່າແຮງຂອງອາຊຽນ ແລະ ການເຊື່ອມໂຍງເສດຖະກິດອາຊຽນ-ອິນເດຍ ແລະ ພາກພື້ນອາຊີໃຕ້:
– Networking breakfast session: ທັດສະນະຂອງອາຊຽນຕໍ່ກັບອິນໂດປາຊີຟິກໃນຂະແຫນງການຕ່າງໆ
– ຫົວຂໍ້ສົນທະນາທີ່ 10: ການຈັດຕັ້ງປະຕິບັດທັດສະນະຂອງອາຊຽນຕໍ່ກັບອິນໂດປາຊີຟິກໃນຂະແຫນງການຕ່າງໆ:
6. ການຈັດງານເເຂ່ງຂັນລາງວັນທຸລະກິດອາຊຽນ 2024 ASEAN Business Award-ABA 2024)
ນອກຈາກຈະເປັນເຈົ້າພາບຈັດງານ ASEAN-BIS ແລ້ວ ຍັງຈະໄດ້ຈັດການເເຂ່ງຂັນລາງວັນທຸລະກິດອາຊຽນດີເດັ່ນປະຈຳປີ 2024 (ASEAN Business Award 2024-ABA) ທີ່ໄດ້ມີການຈັດຂື້ນເປັນທຸກປີ, ສໍາລັບການເເຂ່ງຂັນລາງວັນດັ່ງກ່າວແມ່ນໄດ້ມີການເປີດກ້ວາງໃຫ້ບັນດາຫົວໜ່ວຍທຸລະກິດປະເທດອາຊຽນເຂົ້າຮ່ວມສະມັກງາມອບລາງວັນເເມ່ນຈະຈັດຂື້ນໃນຕອນແລງວັນທີ 9 ຕຸລາ 2024, ທີ່ ໂຮງແຮມດອນຈັນພາເລສ, ນະຄອນຫຼວງວຽງຈັນ ເຊິ່ງເປົ້າຫມາຍເເຂກທີ່ຈະເຂົ້າຮ່ວມງານຈາກ ABIS & ABA . ສໍາລັບປະເພດລາງວັນປີນີ້ເເມ່ນປະກອບມີ 3 ປະເພດລາງວັນໃຫຍ່ຄື:
• ປະເພດລາງວັນເຊື່ອມໂຍງຂະແໜງການບູລິມາສິດດີເດັ່ນ: ເຊິ່ງບໍລິສັດຂະໜາດນ້ອຍ ແລະ ໃຫຍ່ ສາມາດສະຫມັກເເຂ່ງຂັນໄດ້ໂດຍເເບ່ງເປັນບໍລິສັດນ້ອຍ 1 ລາງວັນ ແລະ ບໍລິສັດ ຂະຫນາດໃຫຍ່ 1 ລາງວັນ ເຊິ່ງລວມມີ 20 ລາງວັນ ລາງວັນປະເພດດັ່ງກ່າວນີ້ລວມມີທັງຫມົດ 10 ຂະແໜງການເຊັ່ນ:
1. Agriculture/Agri-Food Based 5.Energy / Renewable Energy 8.Food and Beverages
2. Handicraft and Textiles 6.Digital Transformation 9.Infrastructure
3.Tourism 7.Transport and Logistics 10.Health Care
4.Education
• ປະເພດລາງວັນສຳລັບທຸລະກິດ SMEs ດີເດັ່ນເຊິ່ງສະຫງວໃຫ້ເເຕ່ບໍລິສັດທຸລະກິດ SME ເທົ່ານັ້ນທີ່ສາມາດສະຫມັກລາງວັນປະເພດນີ້ໄດ້ ໂດຍຈະປະກອບມີ 5 ຂະເເໜງການເຊັ່ນ:
1. SME-Growth
2. SME-Employment
3. SME-Innovation
4. SME- Corporate Social Responsibility (CSR)
5. SME-Digitalization
• ປະເພດລາງວັນພິເສດ ເຊິ່ງລາງວັນປະເພດນີ້ເເມ່ນບໍລິສັດຂະຫນາດນ້ອຍ ຫລື ຂະຫນາດໃຫຍ່ກໍ່ສາມາດສະຫມັກເເຂ່ງຂັນໄດ້ ໂດຍລາງວັນປະເພດນີ້ຈະປະກອບມີ 8 ຊະແໜງການເຊັ່ນ:
1. Woman Entrepreneur
2. Young Entrepreneur
3. Green Enterprise
4. Sustainable Social Enterprise
5. Family Business
6. Skill Development
7. Friend of ASEAN
8. ASEAN Special Awards
• ການດຳເນີນການເເຂ່ງຂັນ:
– ເເຈ້ງການອອກໄປຍັງບັນດາປະເທດສະມາຊິກອາຊຽນໂດຍຜ່ານສະພາການຄ້າ ຂອງ ເເຕ່ລະປະເທດເພື່ອເເຈ້ງເຖິງສະມາຊິກຂອງທຸກໆປະເທດໃນການສະຫມັກເຂົ້າເເຂ່ງຂັນເພື່ອປະກອບຟອມສະຫມັກນັບເເຕ່ວັນທີ 15 ພຶດສະພາ 2024 ເຖິງ 31 ກໍລະກົດ 2024
– ເຊິິ່ງຄະນະກຳມະການຈະປະກອບມີຕາງຫນ້າຈາກບັນດາ 10 ປະເທດອາຊຽນ ເພື່ອເປັນຕົວເເທນ ຂອງ ເເຕ່ລະປະເທດຮ່ວມກັນຕັດສິນຜູ້ຊະນະເເຕ່ລະປະເພດລາງວັນຢ່າງໂປ່ງໃສ ແລະ ຕາມເງື່ອນໄຂທີ່ວາງອອກ
– ພິທີມອບລາງວັນໃຫ້ເເກ່ຜູ້ຊະນະເລີດແມ່ນຈັດຂື້ນໃນຕອນເເລງ ຂອງ ວັນທີ 9 ຕຸລາ 2024, ທີ່ ໂຮງແຮມດອນຈັນພາເລສ, ນະຄອນຫຼວງວຽງຈັນ.
7. Package sponsor ສຳລັບການສະຫນັບສະຫນູນການເປັນເຈົ້າພາບຈັດກອງປະຊຸມ ASAEAN-BIS 2024 ແພັກເກັດການສະໜັບໜູນມີລາຍລະອຽດລຸ່ມນີ້:
• Dimond package ມູນຄ່າສະໜັບສະໜູນ 200,000 ໂດລາ
• Platinum Package ມູນຄ່າສະໜັບສະໜູນ 100,000 ໂດລາ
• Gold Package ມູນຄ່າສະໜັບສະໜູນ 50,000 ໂດລາ
• Silver package ມູນຄ່າສະໜັບສະໜູນ 25,000 ໂດລາ
ຕິດຕໍ່ພົວພັນເພີ່ມເຕີມ:
ໂທ: 02052562729 ທ. ສຸພັນທອງ
ໂທ: 02094443513 ນ. ລະມີຕາ
ອີເມວ: phonseyakai@gmail.com

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword