ງານມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2022

ງານມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2022

ໃນຕອນຄໍ່າຂອງວັນພຸດ, ວັນທີ 29 ມີນາ 2023 ທີ່ຜ່ານມາ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະໜັບສະໜູນໂດຍໂຄງການ

ພັດທະນາອະຊີວະສຶກສາ (RECOTVET) ແລະ ໂຄງການ VELA ຂອງ ອົງການຮ່ວມມື ລາວ-ເຢຍລະມັນ (GIZ) ປະຈຳລາວ ໄດ້ຈັດງານ “ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2022 ທີ່ ໂຮງແຮມ ເມືອງແທ່ງ.
ໃຫ້ກຽດມອບໂລ່ລາງວັນໃຫ້ກັບຜູ້ຊະນະເລີດໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງນອກຈາກນີ້ຍັງມີແຂກເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ, ມລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປອ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳລາວ, ຕາງຫນ້າທູດຕານຸທູດ ປະຈຳລາວ, ອົງການຈັດຕັ້ງສາກົນ ປະຈຳລາວ ແລະ ຜູ້ສື່ຂ່າວ ລວມເຖິງບັນດານັກທຸລະກິດ, ວິທຍາໄລ ແລະ ຄູຝຶກຂອງສະຖານປະກອບການເຂົ້າຮ່ວມ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword