ໂຄງການເຝິກອົບຮົມ ຫຼັກສູດ Voluntary Sustainability Standards module (VSS)

ໂຄງການເຝິກອົບຮົມ ຫຼັກສູດ Voluntary Sustainability Standards module (VSS)

ເຜີຍແຜ່ ໂຄງການເຝິກອົບຮົມ ຫຼັກສູດ Voluntary Sustainability Standards module (VSS) ວັນທີ 09 ຕຸລາ 2019, ເວລາ 9:00 – 11:30 ທີ່ຫ້ອງ​ການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມ​ກັບ ສູນ​ການ​ຄ້າ ສາ​ກົນ International Trade Centre (ITC) ໄດ້​ຈັດ ສຳ​ມະ​ນາ ເຜີຍແຜ່ໂຄງການເຝິກອົບຮົມ ຫຼັກສູດ Voluntary Sustainability Standards module (VSS) ໂດຍ​ການ​ເປັນ​ປະ​ທານ ຂອງ ທ່ານ ສຸ​ພາ​ພອນ ຄຳ​ແສນ​ນາມ – ຮອງ​ເລ​ຂາ​ທິ​ການ ສ​ຄອ​ແຫ່ງ​ຊາດ​ລາວ, ທ່ານ ນາງ ນິດ​ດາ​ວອນ ດວງ​ພອນ​ໄຊ- ຫົວ​ໜ້າ​ທີມ Trade For Sustainable Development (T4SD) Hub Laos, ແລະ ທ່ານ ທະ​ວີ​ສິດ ບຸນ​ຍາ​ສຸກ ຫົວ​ໜ້າ ທີມ​ຄູ​ຝຶກ ໂຄງການເຝິກອົບຮົມ ຫຼັກສູດ VSS. ເຊິ່ງ​ມີຜູ້​ເຂົ້າ​ຮ່ວມ 33 ທ່ານ ຈາກ 03 ຂະ​ແໜງ​ການ ຄື: ກຸ່ມ​ຜູ້​ປະ​ກອບ​ການ ກາ​ເຟ, ຊາ ແລະ ເຂົ້າ ຈາກ​ທົວ​ປະ​ເທດ.

ຈຸດ​ປະ​ສົງ​ໃນ​ການ​ຈັດ​ສຳ​ມະ​ນາ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ແນະ​ນຳແນວ​ທາງການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ໂຄງການ ເຝິກອົບຮົມ ແລະ ວິທີການເຮັດວຽກຂອງທີມງານຄູຝຶກ ຮ່ວມກັບ ບໍລິສັດເປົ້າໝາຍ. ແລະເປັນ ໂອກາດອັນດີສໍາລັບບັນ​ດາ ທີ່​ສົນ​ໃຈເຂົ້າຮ່ວມ ໂຄງ​ການໄດ້ ປະກອບ ແບບຟອມ ສະໝັກ.
​ ສຳ​ລັບບໍລິສັດທີ່ຖືກ​ຄັດ​ເລືອກເຂົ້າຮ່ວມເຝິກອົບຮົມ ຈະໄດ້ຮັບການ​ເຝິກອົບຮົ​ມກ່ຽວກັບ ການ ຈັດຕັ້ງປະຕິບັດ ຂໍ້ກຳນົດຕ່າງໆ ທີ່ລະບຸໄວ້ໃນມາດຖະມາດສາກົນ ແລະ ວິເຄາະ ບັນຫາທີ່ເປັນຊ່ອງ ວ່າງຕ່າງໆ.
• ໃຫ້ຄຳແນະນຳກ່ຽວກັບບັນຫາຕ່າງໆທີ່ພາໃຫ້ເກີດອຸປະສັກທີ່ກ່ຽວຂ້ອງກັບບັນຫາທາງສິ່ງແວດລ້ອມ ​ແລະ ສັງຄົມທີ່ຕິດພັນກັບການຜະລິດ.
• ​ຕິດຕາມຄືນຂະບວນການ ອອກໃບຢັ້ງຢືນ ແລະ ລະບົບບັນຊີ.
• ວິເຄາະການເງິນເພື່ອທຳຄວາມເຂົ້າໃຈ ກ່ຽວ​ກັບຕົ້ນທຶນ – ກຳ​ໄລ ແລະ ຜົນປະໂຫຍດທີ່ໄດ້ຮັບ ຈາກການໄດ້ໃບຢັ້ງຢືນມາດຕະຖານ ວ່າບໍລິສັດດັ່ງກ່າວ​ເໝາະ​ສົມ​ທີ່​ຈະລົງທຶນໃນຂະບວນການພັດ ທະນາສິນຄ້າ ໃຫ້ໄດ້ ຕາມມາດຕະຖານສາກົນກຳນົດໄວ້ ຫຼື ບໍ່.
• ນອກຈາກນັ້ນ, ທີມຄູຝຶກຍັງຈະ​ໄດ້ຊ່ວຍ​ໃນ​ການພັດທະນາຍຸດທະສາດແບບຢຶນຍົງໃຫ້ແກ່ບໍລິສັດ.

 

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword