ພິທີຖະແຫຼ່ງຂ່າວ ງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020

ພິທີຖະແຫຼ່ງຂ່າວ ງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020

ໃນວັນທີ 28 ມັງກອນ 2020 ທີ່ ສຄອຊ ໄດ້ຈັດ ພິທີຖະແຫຼ່ງຂ່າວ ງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ລັດຕະນາ ອິນທະພົນ ຮອງຫົວໜ້າກົມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ, ທ່ານ ເຈມ ອາເລັກຊານເດີ້ ໄວເຮດ ອຳນວຍການ ບໍລິສັດ ດີຈິຕອນ ຄລາດຊີຟາຍ ລາວ ຈຳກັດຜຸ້ດຽວ.

ງານມະຫະກໍາຫາບ້ານ banlao.la ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ທ່ີຈະຈັດຂຶ້ນໃນວັນທີ 13, 14, 15/03/2020 ທ່ີຫໍປະຊຸມແຫ່ງຊາດ (ຫຼັກ6), ນະຄອນຫຼວງວຽງຈັນ, ຫຼັງຈາກທ່ີປະສົບຜົນສໍາເລັດຄັ້ງຫຍ່ິງໃຫຍ່ຈາກການຈັດງານຄັ້ງແລກໃນເດືອນມີນາທ່ີຜ່ານມາປີ 2019, ເຊ່ິງມີຜູ້ເຂົ້າຮ່ວມຫຼາຍກ່ວາ 3,000 ຄົນ ໃນນັ້ນມີທັງຄົນລາວ ແລະ ຄົນຕ່າງປະເທດທ່ີມາຈາກທ່ົວພາກພື້ນອາຊຽນ ແລະ ມີຍອດຂາຍຫຼາຍກວ່າ 10 ລ້ານໂດລ້າຈາກການຂາຍອະສັງຫາລິມະຊັບ. ທີມງານ banlao.la ແລະ yula.la ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຈ່ຶງກັບມາສ້າງງານຄັ້ງໃໝ່ທ່ີຈະດີກວ່າເກ່ົາ, ໃຫຍ່ກວ່າເກ່ົາພ້ອມຂໍ້ສະເໜີທ່ີພິເສດ ກວ່າເກ່ົາຈາກບໍລິສັດອະສັງຫາລິມະຊັບ, ບໍລິສັດເຊ່ົາສິນເຊ່ືອ ແລະ ປະກັນໄພຊັ້ນນໍາໃນລາວ!

ພາຍໃນງານ banlao.la ບ້ານ, ສິນເຊ່ືອ ແລະ ໄລຟສະໄຕລ, ທ່ານຈະໄດ້ພົບກັບ 100 ກວ່າບໍລິສັດເຂົ້າຮ່ວມທ່ີຫໍປະຊຸມແຫ່ງຊາດ (ຫຼັກ6) ໃນນະຄອນຫຼວງວຽງຈັນ ເຊ່ິງຈະມີຜູ້ເຂົ້າຊົມຫຼາຍກວ່າ 8000 ຄົນ, ທັງຄົນລາວ ແລະ ຄົນທ່ົວພາກພື້ນອາຊຽນ ລວມທັງຄົນຈີນ. ງານແມ່ນຈະຈັດຂຶ້ນເປັນເວລາ 3 ວັນ ໃນນັ້ນແມ່ນຈະມີການສໍາມະນາ ທ່ີມີທັງພາສາລາວ, ອັງກິດ ແລະ ຈີນ ກວມເອົາຫົວຂໍ້ກ່ຽວກັບນັກລົງທຶນອະສັງຫາລິມະຊັບທັງພາຍໃນລາວ ແລະ ຕ່າງປະເທດ. ໃນຂະນະດຽວກັນ, ສໍາລັບຜູ້ຂາຍອະສັງຫາໃນລາວ ແລະ ຕ່າງປະເທດ, ບູທ ແລະ ຜູ້ສະໜັບສະໜູນສໍາລັບງານໃນເດືອນ 03 ແມ່ນເປີດໃຫ້ເລືອກແລ້ວ. ຕົວເລືອກຕ່າງໆເຫ່ຼົານີ້ຈະຊ່ວຍໃຫ້ບໍລິສັດຂອງທ່ານມີໂອກາດໃນການນໍາສະເໜີຜະລິດຕະພັນໃຫ້ແກ່ຜູ້ທ່ີຈະເຂົ້າຊົມຫຼາຍກວ່າ 8000 ຄົນ, ເພ່ືອສ່ົງເສີມແບຣນ ແລະ ເປັນໜ່ຶງໃນຜູ້ສະໜັບສະໜຸນພາກສ່ວນອະສັງຫາລິມະຊັບໃນລາວ.

ທາງ Banlao.la ຂໍຂອບໃຈຢ່າງສູງມາຍັງທາງໂຄຄາໂຄລາລາວ ໃນການເປັນຜູ້ສະະໜັບສະໜູນຫຼັກຂອງງານໃນຄັ້ງນີ້. ຖ້າປາສະຈາກການສະໜັບສະໜູນຂອງທ່ານງານໃນຄັ້ງນີ້ກໍບ່ໍສາມາດເກີດຂຶ້ນໄດ້. ພາຍໃນງານທາງໂຄ໊ກເອງແມ່ນຈະມີກິດຈະກໍາໜ້າສົນໃຈຕ່າງໆ ແລະ ຂອງແຈກຂອງແຖມອີກຢ່າງຫຼວງຫຼາຍ. ນອກນັ້ນກໍຂໍຂອບໃຈມາຍັງທາງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທ່ີໃຫ້ກຽດໃນການສະໜູນງານທັງໃນຄັ້ງທໍາອິດ ແລະ ຄັ້ງທີ 2 ທ່ີກໍາລັງຈັດຂຶ້ນໃນໄວໆ ນີ້. ນອກຈາກນີ້, ຂໍຂອບໃຈມາຍັງຜູ້ສະໜັບສະໜູນຊິວເວີ້ກໍຄື, ຜູ້ສະໜັບສະໜູນບອນຊ໌ ແລະ ຜູ້ສະໜັບສະໜູນ. ຂໍຂອບໃຈຜູ້ສະໜັບສະໜູນຊິວເວີ້ກໍຄື  Lao telecom, Landmark mekong riverside hotel, Krittaphong Group, Tangchareon (TCR) Group, Thatluang lake, foodpanda ແລະ ຜູ້ສະໜັບສະໜູນບອນຊ Sakuna, Real Estate Sole Co., Ltd, Aristo, Modern lao home, Harvey Law Group, Allianz general Laos, Vientiane Center, King leasing realestate ແລະ ບັນດາສ່ືຮ່ວມກັນກໍຄື  American lao business association, Lao post, Austcham lao, Bizgital, Yula.la, The laotian time, Talalao, Realestate.com.kh, Champa meuanglao, J&C, 108job, CV connect, Alipay, Kiwi pay, Silkroad media, Line, Kuanjai, Target, Mahason, KHB media, Tholakhong, Loca, Eccil Eurocham lao, Chinese Chamber of Commerce in Lao PDR, Asean contact center, Construction & Property.

 

ການນັບຖອຍຫຼັງແມ່ນໄດ້ເລ່ີມຂຶ້ນແລ້ວສໍາລັບງານມະຫະກໍາຫາບ້ານ banlao.la ບ້ານ, ສິນເຊ່ືອ ແລະ ໄລຟສະໄຕລ 2020 ຢ່າພາດຂອງລາງວັນທ່ີຈະແຈກພາຍໃນງານບ່ໍວ່າຈະເປັນປີ້ຍົນທ່ຽວຕ່າງປະເທດ, ເຄ່ືອງປັບອາກາດ, ເຟີນິເຈີ ຕົບແຕ່ງ ແລະ ຂອງລາງວັນອີກຫຼາກຫຼາຍລາຍການ – ລົງທະບຽນຟຣີເພ່ືອເຂົ້າຮ່ວມໃນການຊິງໂຊກ. ສໍາລັບຂໍ້ມູນເພ່ີມຕ່ືມກ່ຽວກັບງານ banlao.la, ສາມາດຕິດຕ່ໍໄດ້ທາງອີເມວ contact@yula.la ຫຼື ໂທ +8562055550906. ຢ່າລໍຊ້າ! ຂາຍຫຍັງກໍໄດ້  ໃນລາວ ທ່ີ Yula.la & Banlao.la ໄດ້ແລ້ວມື້ນີ້!

ເຂົ້າເບ່ິງລາຍລະອຽດຂອງງານທັງໝົດ ແລະ ລົງທະບຽນເຂົ້າຮ່ວມງານເພ່ືອລຸ້ນຮັບລາງວັນອີກຫຼາກຫຼາຍ ຟຣີ

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword