ພິທີເປີດງານວາງສະແດງມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ

ພິທີເປີດງານວາງສະແດງມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ

ໃນຕອນເຊົ້າຂອງວັນທີ 04 ທັນວາ 2020 ທີ່ ຫໍປະຊຸມແຫ່ງຊາດ ຫຼັກ 6, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ບໍລິສັດ ດີຈິຕອລ ຄລາສສິຟາຍ ຈຳກັດ ໄດ້ຈັດພິທີເປີດງານວາງສະແດງມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ

ໂດຍໃຫ້ກຽດເຂົ້າຮ່ວມເປີດງານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປອ ຄຳແສນ ສີສະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ Laurent Laboise ອໍານວຍການໃຫຍ່ ບໍລິສັດ ດິຈິຕອລຄລາດຊິຟາຍ ລາວ, ທ່ານ Kenyon Ho Chief Commercial Officer of Prudential Life Assurance (Lao) Company Limited, ແລະ ມີຕ່າງໜ້າຈາກພາກລັດ ແລະ ບັນດາບໍລິສັດເຂົ້າຮ່ວມໃນງານຄັ້ງນີ້.

ງານວາງສະແດງມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ ແມ່ນຈະໄດ້ເປີດໃຫ້ທ່ຽວຊົມເປັນເວລາ 3ວັນ, ໃນລະຫວ່າງວັນທີ 4 – 6 ທັນວາ 2020 ທີ່ ຫໍປະຊຸມແຫ່ງຊາດແຫ່ງ. ເພື່ອເປັນການຊຸກຍູ້, ສົ່ງເສີມທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ດໍາເນີນທຸລະກິດ ແລະ ລົງທຶນໃນ ສ ປປ ລາວ ໃນຫຼາກຫຼາຍຂະແໜງການ ບໍ່ວ່າຈະເປັນ ຂະ ແໜງການອະສັງຫາລິມະຊັບ, ການເງິນ, ການພັດທະນາ ແລະ ການເປັນຢູ່. ເພື່ອກະກຽມຮອງຮັບ ການຂະຫຍາຍຕົວເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ, ທີ່ມີທ່າອ່ຽງ ນັບມື້ນັບຂະຫຍາຍຂຶ້ນເລື້ອຍໆ. ງານມະຫະກຳ ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ ໃນຄັ້ງນີ້ຈະໄດ້ຮວບຮວມເອົາບັນດາບໍລິສັດຫຼາກຫຼາຍຂະແໜງການທີ່ມີຊື່ສຽງທົ່ວປະເທດລາວ, ໄດ້ມາວາງສະແດງ ເຊັ່ນ: ໂຄງການບ້ານຈັດສັນ, ອຸປະກອນກໍ່ສ້າງ, ຕົບແຕ່ງພາຍໃນ, ທີ່ດິນ, ປະກັນໄພ, ບໍລິການທາງດ້ານການເງິນ   ຮ້ານອາຫານ ແລະ ອື່ນໆ. ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີທາງເລືອກທີ່ຫຼາກຫຼາຍ ແລະ ເປັນເວທີໜື່ງ ທີ່ເປີດໂອກາດໃຫ້ແກ່ຫົວໜ່ວຍທຸລະກິດໄດ້ນຳສະເໜີໂຄງການຂອງຕົນເອງ ແລະ ຍັງເປັນເວທີອັນດີໃນການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ໃນຫຼາຍຂະແໜງການ. ເຊິ່ງຈະເປັນທາງເລືອກທີ່ດີທີ່ສຸດໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຜູ້ທີ່ຕ້ອງການຊື້ ທີ່ດິນ, ບ້ານ, ສິນເຊື່ອ, ປະກັນໄພ ແລະ ອື່ນໆ.

ພ້ອມດຽວກັນນັ້ນຄຽງຄູ່ກັນກັບ ງານວາງສະແດງຍັງຈະມີການຈັດກອງປະຊຸມພົບປະທຸລະກິດ ແລະ ກອງປະຊຸມສຳມະນາໃນຫົວຂໍ້ຕ່າງໆ ກ່ຽວກັບ ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ ເຊິ່ງຈະເປັນຜົນດີໃຫ້ແກ່ຫົວໜ່ວຍທຸລະກິດທັງຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ລວມເຖິງທ່ານໃດທີ່່ກຳລັງຄິດເລີ່ມເຮັດທຸລະກິດໃນຂະແໜງນີ້, ເຊິ່ງກອງປະຊຸມສຳມະນາດັ່ງກ່າວຈະໄດ້ເຊີນຜູ້ບັນຍາຍທີ່ມີປະສົບໃນຂະແໜງສະເພາະ. ກອງປະຊຸມສຳມະນາດັ່ງກ່າວຈະເປັນການສະໜອງຄວາມຮູ້ໃຫ້ແກ່ຜູ້ປະກອບການ ອີກທັງເປັນເວທີໜຶ່ງທີ່ສ້າງໂອກາດໃຫ້ຜູ້ປະກອບການໃນທຸລະກິດດຽວກັນ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ທີ່ສຳຄັນໃນການສ້າງເຄືອຂ່າຍທຸລະກິດຮ່ວມກັນ, ໄດ້ຮັບຮູ້ເຖິງນະໂຍບາຍຕ່າງໆທີ່ກ່ຽວຂອງໃນຂະແໜງດັ່ງກ່າວ ແລະ ກ້າວໄປເຖິງການຕົກລົງຮ່ວມມືກັນຢ່າງແທ້ຈິງ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຈະຊ່ວຍກະຕຸ້ນ ສົ່ງເສີມໃຫ້ມີການລົງທຶນພາຍໃນ, ຊຸກຍູ້ການສ້າງວຽກເຮັດງານທຳ ໃຫ້ບັນດາປະຊາຊົນບັນດາເຜົ່າ, ແລະ ເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword