ທະນາຄານ ລາວ-ຝຣັ່ງ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VIP ຂອງ ສຄອຊ ເພື່ອຮ່ວມກັນພັດທະນາເສດຖະກິດ ແລະ ຍົກສູງຂີດຄວາມສາມາດການແຂ່ງຂັນຂອງພາກທຸລະກິດລາວໃຫ້ກ້າວໄປສູ່ຄວາມເຂັ້ມແຂງຍິ່ງຂຶ້ນ.
ນະຄອນຫຼວງວຽງຈັນ-05 ກັນຍາ 2025 ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ທະນາຄານ ລາວ-ຝຣັ່ງ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VIP ຂອງ ສຄອຊ,
ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງຊ່ວຍສົ່ງເສີມພັດທະນາຂີດຄວາມສາມາດຂອງພາກທຸລະກິດໃນ ສປປ ລາວ.
ໃນໂອກາດນີ້, ຕາງໜ້າມອບເງິນສະໜັບສະໜູນໂດຍ ທ່ານ ມິກາແອລ໌ ເດິ ແຄຼ໋ກ ຜູ້ອຳນວຍການໃຫຍ່ ທະນາຄານ ລາວ-ຝຣັ່ງ ແລະ ຕາງໜ້າຮັບໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ການສະໜັບສະໜູນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຮ່ວມມືລະຫວ່າງ ສຄອຊ ແລະ ພາກທຸລະກິດ ເພື່ອຮ່ວມກັນພັດທະນາເສດຖະກິດ ແລະ ຍົກສູງຂີດຄວາມສາມາດການແຂ່ງຂັນຂອງພາກທຸລະກິດລາວໃຫ້ກ້າວໄປສູ່ຄວາມເຂັ້ມແຂງຍິ່ງຂຶ້ນ.
ທະນາຄານ ລາວ-ຝຣັ່ງ (ທລຝ) ໄດ້ໃຫ້ການສະໜັບສະໜູນລູກຄ້າລາຍຍ່ອຍ ແລະ ບັນດາຫົວໜ່ວຍທຸລະກິດ ດ້ວຍການສະໜອງຜະລິດຕະພັນທີ່ຫຼາກຫຼາຍ:
– ການເຮັດທຸລະກໍາທະນາຄານປະຈໍາວັນ: ການທະນາຄານອອນໄລເທິງມືຖືທີ່ມີຄວາມປອດໄພສູງ, ບັດວີຊ້າ, ບັດເອທີເອັມ, ສັນຍາເບີກເງິນເກີນບັນຊີ, ການແລກປ່ຽນເງິນຕາຕ່າງປະເທດ, ຕູ້ຝາກເງິນທີ່ປອດໄພ, ການຄໍ້າປະກັນພາຍໃນ ແລະ ຕ່າງປະເທດ.
– ການສະໜັບສະໜູນເງິນທຶນປະເພດຕ່າງໆ: ສໍາລັບລູກຄ້າລາຍຍ່ອຍ, ລູກຄ້າລະດັບມືອາຊີບ ແລະ ລູກຄ້າວິສາຫະກິດ
– ບັນດາຜະລິດຕະພັນເງິນຝາກ
– ປະກັນໄພ ແລະ ປະກັນໄພຊີວິດ
