ການຝຶກອົບຮົມການນຳໃຊ້ບິກດາຕາ ເຂົ້າໃນລະບົບການຄ້າທາງອີເລັກໂທຣນິກສໍາລັບຜູ້ບໍລິຫານລະດັບກາງ ແລະ ລະດັບສູງ

ການຝຶກອົບຮົມການນຳໃຊ້ບິກດາຕາ ເຂົ້າໃນລະບົບການຄ້າທາງອີເລັກໂທຣນິກສໍາລັບຜູ້ບໍລິຫານລະດັບກາງ ແລະ ລະດັບສູງ

ໃນວັນທີ 12 ຕຸລາ 2021, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ຄະນະກໍາມະທິການສຶກສາທິການນະຄອນຊົງຊິ້ງ, ວິິທະຍາໄລຝີມືແຮງງານນະຄອນຊົງຊິ້ງ ແລະ ກົມອະຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ເປີດຊຸດ “ຝຶກອົບຮົມ ທາງອອນໄລ ໃນຫົວຂໍ້“ ການນໍາໃຊ້ Big data ເຂົ້າໃນລະບົບການຄ້າທາງອີເລັກໂທຣນິກ”ສໍາລັບຜູ້ບໍລິຫານລະດັບກາງ ແລະ ລະດັບສູງ

 ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການທຶນການສຶກສາເສັ້ນທາງສາຍໄໝສໍາລັບນັກຮຽນຕ່າງປະເທດຂອງນະຄອນຊົງຊີ້ງ, ໃຫ້ກຽດ ເຂົ້າຮ່ວມ ເປັນຄະນະປະທານເປີດການຝຶກອົບຮົມ ໂດຍ
ທ່ານ ອຸເດດສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI),
ທ່ານ ຫຼີ ປິ່ນ ຫົວໜ້າພະແນກຮ່ວມື ແລະ ແລກປ່ຽນສາກົນ, ຄະນະກຳມະທິການສຶກສາທິການນະຄອນຊົງຊິ້ງ,
ທ່ານ ສຸມານາ ຈຸນລະມະນີ, ຫົວໜ້າກົມນະວັດຕະກຳເຕັກໂນໂລຊີວິຊາຊີບ, ກະຊວງໂທລະຄົມມະນາຄົມ ແລະ ເຕັກໂນໂລຊີ,
ທ່ານ ສົມລິດ ວິຣະວົງ, ຮອງຫົວໜ້າກົມ ອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ແລະ ມີຜູ້ເຂົ້າຮ່ວມຝຶກອົບຮົມຫຼາຍກວ່າ 60 ຄົນ
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການຈັດກິດຈະກຳໜຶ່ງໃນການຫັດແໜ້ນສາຍພົວພັນການຮ່ວມມືລະຫວ່າງ ລາວ – ຈີນ ເນື່ອງໃນໂອກາດຄົບຮອບສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ, ພ້ອມດຽວກັນນັ້ນກໍ່ເພື່ອແລກປ່ຽນບົດຮຽນນໍານະຄອນຊົງຊິ້ງ, ສປ ຈີນກ່ຽວກັບການບໍລິການດ້ານການສຶກສາ ແລະ ການຝຶກອົບຮົມທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຍີ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະການດຳລົງຊີວິດຮູບແບບໃໝ່ (New Normal), ໂດຍສະເພາະແມ່ນເພື່ອເປັນການສົ່ງເສີມການສ້າງບຸກຄະລະກອນຂອງ ສປປ ລາວ ໃຫ້ມີຄວາມຮັບຮູ້, ຄວາມສາມາດ ແລະ ເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບການນໍາໃຊ້ Big Data ເຂົ້າໃນລະບົບການຄ້າທາງເອເລັກໂທຣນິກ ແລະ ເພື່ອໃຫ້ເຂົ້າໃຈເຕັກນິກຂອງການຕະຫຼາດໃຫ້ຫຼາຍຂຶ້ນ ເຊິ່ງຄວາມຮູ້ດັ່ງກ່າວຈະເປັນພື້ນຖານອັນໜັກແໜ້ນ ແລະ ຈະສ້າງຜົນປະໂຫຍດທີ່ສຳຄັນໃຫ້ແກ່ຜູ້ເຂົ້າຮ່ວມກໍ່ຄືຜູ້ປະກອບການໃນການນໍາໃຊ້ເຂົ້າໃນວຽກງານຕົວຈິງ, ຊ່ວຍພັດທະນາຕົນເອງ ແລະ ບໍລິສັດ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ, ເພິ່ມທະວີຊ່ອງທາງການຮ່ວມມືທຸລະກິດການຄ້າ ກັບ ຕ່າງປະເທດ ໂດຍສະເພາະ ສປ ຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເປັນສ່ວນໜຶ່ງໃນການປະກອບສ່ວນຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດໃຫ້ນັບມື້ນັບຂະຫຍາຍຕົວ.
ການຝຶກອົບຮົມດັ່ງກ່າວຈະໄດ້ດໍາເນີນເປັນໄລຍະເວລາ 30 ວັນ

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword