ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ການສຶກສາຄົ້ນຄວ້າ ການໃຫ້ສະຕະຍາບັນຮັບເອົາ ສົນທິສັນຍາ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ສົນທິສັນຍາ 187 ວ່າດ້ວຍແຜນງານແຫ່ງຊາດ ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ການສຶກສາຄົ້ນຄວ້າ ການໃຫ້ສະຕະຍາບັນຮັບເອົາ ສົນທິສັນຍາ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ສົນທິສັນຍາ 187 ວ່າດ້ວຍແຜນງານແຫ່ງຊາດ ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ໃນວັນທີ 23 ພະຈິກ 2020 ທີ່ ໂຮງແຮມ ເສດຖາປາລາສ, ສຄອຊ ແລະ ໂຄງການ ILO ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືປະກອບຄຳເຫັນໃສ່ການສຶກສາຄົ້ນຄວ້າ ການໃຫ້ສະຕະຍາບັນຮັບເອົາ ສົນທິສັນຍາ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ສົນທິສັນຍາ 187 ວ່າດ້ວຍແຜນງານແຫ່ງຊາດ ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ,

ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສຄອຊ ແລະ ທ່ານ ນາງ ເຂັມພອນ ເຜົ່າຄຳແກ້ວ, ຜູ້ປະສານງານໂຄງການ ILO ປະຈຳ ສປປ ລາວ.

ຈຸດປະສົງຂອງກອງປະຊຸມແມ່ນຮັບຟັງການນຳສະເໜີສົນທິສັນຍາ ສະບັບເລກທີ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ (C155 – Occupation Safety and Health Convention, 1981 (No.155)), ຮັບຟັງການນຳສະເໜີສົນທິສັນຍາ ສະບັບເລກທີື 187 ວ່າດ້ວຍແຜນງານແຫ່ງຊາດ (C187 – Promotional Framework for Occupational Safety and Heath Convention, (No. 187)), ຮັບຟັງດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ, ໃນສປປ ລາວ, ເລກທີ 22/ລບ, 05 ກຸມພາ 2020, ຄົ້ນຄວ້າປະກອບຄຳເຫັນໃສ່ ການໃຫ້ສະຕະຍາບັນຮັບເອົາ ສົນທິສັນຍາ ທັງສອງສະບັບ.

ນັບແຕ່ ສປປລາວ ໄດ້ເປັນສະມາຊິກຂອງອົງການແຮງງານສາກົນ ນັບແຕ່ປີ 1964, ຊຶ່ງໄດ້ໃຫ້ສັດຕະຍາບັນສົນທິສັນຍາຫຼັກ ແລະ ສົນທິສັນຍາຫຼາຍສະບັບເພື່ອມາປັບໃຊ້ກັບເຂົ້າໃນນິຕິກັບຂອງ ສປປລາວ ພາຍຫຼັງທີໄດ້ໃຫ້ສັດຕະຍາບັນ ຫຼື ກະກຽມສຶກສາໃນການໃຫ້ສັດຕະຍາບັນບັນດາສົນທິສັນຍາດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້ ແມ່ນມີສໍາຄັນທີພາກທຸລະກິດຕ້ອງໄດ້ຮັບຮູ້ເຖິງພັນທະ ແລະ ລະບຽບການຕ່າງໆໃນໃຫ້ສັດຕະຍາບັນຂອງອົງການແຮງງານສາກົນ, ຊຶ່ງທັງສາມຝ່າຍກໍ່ຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຕ່າງໜ້າໃຫ້ພາກທຸລະກິດ ແລະ ສູນກາງສະຫະພັນກໍາມະບານລາວຕ່າງໜ້າ ຜູ້ອອກແຮງງານ ຕ້ອງໄດ້ມີຄວາມເປັນເອກະພາບຕໍ່ການຄົ້ນຄວານິຕິກໍາທີ່ເຫັນວາມີຄວາມຈໍາເປັນ ແລະ ມີຄວາມເປັນໄປໄດ້ໃນການສຶກສາຄົ້ນຄວາ ແລະ ສະໜັບສະໜູນລັດຖະບານເພື່ອພິຈາລະນາໃຫ້ສັດຕະຍາບັນ ແລະ ພ້ອມໃນການຈັດຕັ້ງປະຕິບັນສົນທິສັນຍາສາກົນໃນການມາປັບໃຊ້ໃນກົດໝາຍ ແລະ ມີພັນທະລາຍງານຕໍ່ອົງການແຮງງານສາກົນ. ພ້ອມກັນນີ້ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການນຳສະເໜີ ດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ, ເລກທີ 22/ລບ, 05 ກຸມພາ 2020 ໂດຍ ການນໍາສະເໜີ ຂອງ ທ່ານ ນາງ ວຽງໄຊລັກ ສຸກສະຫວັນ, ຫົວໜ້າພະແນກຄວາມປອດໄພ ແລະສຸຂະພາບແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົົມ.

ພາກທຸລະກິດ ໄດ້ເຮັດບົດບາດສໍາຄັນໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ແລະ ສ້າງວຽກເຮັດງານທໍາທີເປັນທໍາໃນ ສປປ ລາວ ຈາກທີໄດ້ປະກອບສວນຕັ້ງໜ້າໃນການເສຍອາກອນລາຍໄດ້ ແລະ ພັນທະໃນການດໍາເນີນທຸລະກິດ. ຊຶ່ງເຫັນໄດ້ນອກເໜືອຈາກນັ້ນ, ພາກທຸລະກິດກໍ່ຄືຜູ້ໃຊ້ແຮງງານລາວ ກໍໄດ້ເຫັນຄວາມສຳຄັນເຖິງວຽກງານ ສຸຂະພາບ ແລະ ຄວາມປອດໄພແຮງງານ ໃນສະຖານທິເຮັດວຽກ ແລະ ໄດ້ອໍານວຍຄວາມສະດວກຫຼາຍດ້ານໃຫ້ແກ້ຜູ້ອອກແຮງງານຂອງທ່ານ. ສໍາລັບ ສຄອຊ ໃນນາມຕາງໜ້າຜູ້ໃຊ້ແຮງງານ ກໍໄດ້ສະໜັບສະໜູນ ແລະ ປະສານງານກັບຄູຮ່ວມພັດທະນາກໍ່ຄືອົງການແຮງງານສາກົນ ໃນການ ສົ່ງເສີມ ແລະ ເຜີຍແຜ່ໃຫ້ບັນສະມາຊິກໄດ້ ຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມສໍາຄັນວຽກງານດັ່ງກ່າວ ແລະ ໃຫ້ເຫັນເຖິງຄວາມສໍາຄັນຖ້າຫາມີວິທີການປ້ອງກັນກ່ອນລ່ວງໜ້າກໍ່ຈະຕັດຄ່າໃຊ້ຈ່າຍໃນການເກີດອຸປະຕິເຫດແຮງງານ ແລະ ບັນຫາອື່ນໆໄດ້ບໍຫຼາຍກໍ່ໜ້ອຍ.

ການສຶກສາຄົ້ນຄົ້ວຕໍ່ກັບສົນທິສັນຍາ 155 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ສົນທິສັນຍາ 187 ວ່າດ້ວຍແຜນງານແຫ່ງຊາດວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ເປັນ ສອງສົນທິສັນຍາທີ່ມີຄວາມສໍາຄັນທີ່ຕິດພັນກັບພາກລັດ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ຕ້ອງໄດ້ມີຄວາມເປັນເອກະພາບກັນ ແລະ ເຫັນດີສະໜັບສະໜູນ ແລະ ພ້ອມທີຈະຈັດຕັ້ງປະຕິບັດ ຕໍ່ພັນທະດັ່ງກ່າວເຖິງຄວາມພ້ອມຂອງ ສປປ ລາວເຊັນດຽວກັນ. ໂອກາດອັນດີ ທີ່ພາກທຸລະກິດຈະໄດ້ຮັບຟັງຄໍາເຫັນຈາກອົງການແຮງງານສາກົນ, ພາກລັດຖະບານທີໄດ້ເຮັດບົດສຶກສາຄົ້ນຄ້ວາ ຕໍ່ສອງສົນທິສັນຍາດັ່ງກ່າວ ແລະ ຂໍຮຽກຮ້ອງໃຫ້ພາກທຸລະກິດພ້ອມກັນສຸມໃສ່ປະກອບຄຳເຫັນ ແລະ ຄວາມພ້ອມຂອງພາກທຸລະກິດເອງໃນການຈັດຕັ້ງປະຕິບັດຕົວຈິງ.

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword