ກອງປະຊຸມທຸລະກິດແຂວງຈຳປາສັກປະຈຳປີ ຄັ້ງທຳອິດ

ກອງປະຊຸມທຸລະກິດແຂວງຈຳປາສັກປະຈຳປີ ຄັ້ງທຳອິດ

ວັນທີ 15 ມີນາ 2022, ນະຄອນປາກເຊ ແຂວງຈໍາປາສັກ – ແຂວງຈຳປາສັກ ໄດ້ພົບປະກັບບັນດາຫົວໜ່ວຍທຸລະກິດ ໃນໂອກາດກອງປະຊຸມທຸລະກິດແຂວງຈຳປາສັກປະຈຳປີ ຄັ້ງທຳອິດ. ສະພາການຄ້າ ແລະ ອຸດສາຫະກຳແຂວງຈຳປາສັກ (ສຄອ ຈສ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ (ຄອ) ແຂວງຈໍາປາສັກ ແລະ ຄະນະກໍາມະການອໍານວຍຄວາມສະດວກດ້ານການຄ້າແຂວງ

ໄດ້ຈັດກອງປະຊຸມທຸລະກິດ ແຂວງຈຳປາສັກ ປະຈຳປີຂຶ້ນ ໂດຍການເປັນປະທານຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງ ແຂວງຈຳປາສັກ ເຊິ່ງໄດ້ຮັບການສະໜັບສະໜູນໂດຍອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ. ກອງປະຊຸມດັ່ງກ່າວ ເປັນເວທີໃຫ້ພາກລັດ ແລະ ພາກເອກະຊົນ ໄດ້ປຶກສາຫາລືກັນ ກ່ຽວກັບ ຄວາມຄືບໜ້າ ແລະ ສິ່ງທ້າທາຍ ໃນວຽກງານການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ຂອງແຂວງຈຳປາສັກ.

ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ ຈາກພະແນກຕ່າງໆຂອງແຂວງຈຳປາສັກ; ບັນດາສະພາການຄ້າ ແລະ ອຸດສາຫະກຳຈາກ 4 ແຂວງພາກໃຕ້: ບັນດາຫົວໜ່ວຍທຸລະກິດ, ນັກລົງທຶນຕ່າງປະເທດພາຍໃນແຂວງຈຳປາສັກ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງ ແຂວງຈຳປາສັກ ໄດ້ກ່າວວ່າ “ກອງປະຊຸມທຸລະກິດ ແຂວງຈຳປາສັກ ປະຈຳປີ ເປັນເວທີທີ່ສໍາຄັນໃນການເສີມສ້າງການປະສານງານ ແລະ ການປຶກສາຫາລືລະຫວ່າງພາກລັດ ແລະ ພາກເອກະຊົນເພື່ອແກ້ໄຂສິ່ງທ້າທາຍທີ່ພາກທຸລະກິດທ້ອງຖິ່ນຂອງພວກເຮົາປະເຊີນ. ອັນສໍາຄັນ ແມ່ນມີຄວາມຈຳເປັນ ໃນການຮັບປະກັນໃຫ້ກອງປະຊຸມດັ່ງກ່າວ ສືບຕໍ່ເປັນກົນໄກສໍາຄັນ ໃນການສະໜັບສະໜູນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກເອກະຊົນໃນການດໍາເນີນທຸລະກິດພາຍໃນແຂວງຈຳປາສັກ ໂດຍຜ່ານການເພີ່ມທະວີການປະສານງານລະຫວ່າງບັນດາຂະແໜງການຂອງແຂວງທີ່ກ່ຽວຂ້ອງ ລວມທັງ ພະແນກອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງຈຳປາສັກ”

ໃນກອງປະຊຸມ ໄດ້ມີການປຶກສາຫາລືບັນຫາສຳຄັນຄື: 1) ທັດສະນະຂອງບັນດາທຸລະກິດທ້ອງຖິ່ນ ໃນການດຳເນີນທຸລະກິດຢູ່ແຂວງຈຳປາສັກ; 2) ທັດສະນະຂອງນັກລົງທຶນຕ່າງປະເທດ ກ່ຽວກັບ ສິ່ງທ້າທາຍ ແລະ ກາລະໂອກາດ ໃນການດຳເນີນທຸລະກິດຢູ່ແຂວງຈຳປາສັກ; 3) ຄວາມຄືບໜ້າ ແລະ ຜົນສຳເລັດ ພາຍໃຕ້ກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດຂັ້ນແຂວງ (LPPD) ໃນຂະແໜງການທ່ອງທ່ຽວ ແລະ ຂະແໜງກະສິກຳ; ແລະ 4) ຄວາມຄືບໜ້າຂອງກິດຈະກຳທີ່ຕິດພັນກັບການອຳນວຍຄວາມສະດວກດ້ານການຄ້າ.

ທ່ານ ນ. ບຸນເຮືອງ ແຄຣໍ ລິດດັງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຂວງຈຳປາສັກ ໄດ້ກ່າວວ່າ ”ກອງປະຊຸມທຸລະກິດ ແຂວງຈຳປາສັກ ປະຈຳປີ ຈະປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນຄວາມພະຍາຍາມຂອງການສ້າງຄວາມອາດສາມາດຂອງພາກເອກະຊົນໃນການດໍາເນີນທຸລະກິດແບບ “ປົກກະຕິໃຫມ່”. ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ໂຄງການສ້າງສະ​ພາບ​ແວດ​ລ້ອມ​ທີ່ເອື້ອອຳນວຍທຸ​ລະ​ກິດ​ລາວ USAID ທີ່​ໄດ້ສະໜັບໜູນການຈັດກອງປະຊຸມທຸລະກິດ ແຂວງຈຳປາສັກ ປະຈຳປີ ແລະ ກົນ​ໄກການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ (LPPD) ຂັ້ນແຂວງ​ຈຳ​ປາ​ສັກ”.

ທ່ານ ປ.ອ. ບຸນຍະເດດ ທອງສະຫວັນ, ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ລາຍງານຕໍ່ກອງປະຊຸມວ່າວ່າ “ບັນຫາທີ່ພາກເອກະຊົນປະເຊີນໄດ້ຖືກລາຍງານ ແລະ ສັງລວມ ໂດຍຜ່ານການຈັດກອງປະຊຸມພາຍໃຕ້ກົນໄກ LPPD. ໃນນັ້ນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ປະກອບສ່ວນເຂົ້າໃນຄວາມພະຍາຍາມດັ່ງກ່າວ ໂດຍຜ່ານການຮ່ວມມືຢ່າງໃກ້ຊິດກັບລັດຖະບານທີ່ກ່ຽວຂ້ອງຂອງແຂວງຈຳປາສັກ ເພື່ອຮັບປະກັນການຈັດກອງປະຊຸມຄັ້ງນີ້ ໃຫ້ປະກົດຜົນເປັນຈິງ”.

ທ່ານ Mr. Cullen Hughes ຜູ້ຕາງໜ້າອົງການ USAID ປະຈໍາລາວ ກ່າວວ່າ “ກອງປະຊຸມທຸລະກິດ ແຂວງຈຳປາສັກ ປະຈຳປີຈະມີບົດບາດສໍາຄັນໃນການປັບປຸງຄວາມສະດວກໃນການດໍາເນີນທຸລະກິດພາຍໃນແຂວງຈຳປາສັກ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ SMEs ທ້ອງຖິ່ນຫຼາຍຂຶ້ນ ໂດຍການແກ້ໄຂບັນຫາບູລິມະສິດຂອງພາກເອກະຊົນ; ຕິດຕາມການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການສຳຄັນ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຈລະຈາ​ລະຫວ່າງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ​ເປັນ​ປະຈຳ.”

ໃນທ້າຍກອງປະຊຸມ, ທ່ານຮອງເຈົ້າແຂວງ ໄດ້ໃຫ້ທິດຊີ້ນຳ ກ່ຽວກັບ ທິດທາງ ແລະ ບາດກ້າວໃນຕໍ່ໜ້າທີ່ຈຳເປັນ ເພື່ອຮັບປະກັນການແກ້ໄຂບັນຫາທາງດ້ານທຸລະກິດທີ່ປະເຊີນໂດຍ  SME ຂອງແຂວງຈຳປາສັກ ແບບຍືນຍົງ.

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ສະໜັບໜູນການຈັດກອງປະຊຸມທຸລະກິດ ແຂວງຈຳປາສັກ ປະຈຳປີ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword