ງານວາງສະແດງ ຈີນອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ (CABIS) ຄັ້ງທີ 22

ງານວາງສະແດງ ຈີນອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ (CABIS) ຄັ້ງທີ 22

ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ພ້ອມຄະນະ ຕ້ອນຮັບ ຮອງປະທານ ປະເທດຢ້ຽມຊົມ ພາວິນລຽນທຸລະກີດລາວ ໃນງານ CAEXPO-CABIS ຄັ້ງທີ 22, ໃນວັນທີ 17 ກັນຍາ 2025, ທີ່ ນະຄອນໜານໜິງ ເຂດປົກຄອງຕົນເອງຊົນເຜົ່າຈ້ວາງ ກວາງຊີ ສປຈີນ

ງານວາງສະແດງ ຈີນອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນ (CABIS) ຄັ້ງທີ 22 ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 17 ກັນຍາ 2025, ທີ່ ນະຄອນໜານໜິງ ເຂດປົກຄອງຕົນເອງຊົນເຜົ່າຈ້ວາງ ກວາງຊີ ສປຈີນ. ເຕັກໂນໂລຊີ, ວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ອາຊຽນ ກັບ ສປ ຈີນ ທັງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສະໜັບສະໜູນສ້າງເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ປະກົດຜົນເປັນຈິງ. ໃນປີນີ້ຄະນະນໍາຂັ້ນສູງ ຂອງສປປລາວ ເຂົ້າຮ່ວມນໍາໂດຍ ທ່ານ ບຸນທອງ ຈິດມະນີ ຮອງປະທານ ປະເທດ ສປປລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ກະຊວງ ອຸດສາຫະກຳແລະການຄ້າ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ບັນດາທ່ານຮອງລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສຳລັບຄະນະຈາກ ສຄອຊ ແມ່ນ ນໍາໂດຍ ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານ ສຄອຊ, ທ່ານ ທະນູສອນ ພົນອາມາດ ຮອງປະທານ ສຄອຊ, ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ ພ້ອມຄະນະ ແລະ ຫົວຫນ່ວຍທຸລະກິດ.
ໃນໄລຍະການຈັດງານ, ໂດຍການມອບຫມາຍຈາກກະຊວງອຸດສາຫະກຳ ແລະ ການຄ້າ, ໃນວັນທີ 16 ກັນຍາ 2025, ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານ ສຄອຊ ໄດ້ຕ້ອນຮັບ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມຄະນະເຂົ້າຢ້ຽມຊົມ ພາວິນລຽນ ທຸລະກິດ ສປປລາວ ເຊີ່ງ ໃນປີນີ້ ແຂວງຫລວງນໍ້າທາ ໄດ້ຖືກຄັດເລືອກເປັນເມືອງແຫ່ງສະເໜ່, ຫົວຫນ່ວຍທຸລະກິດທີ່ເຂົ້າຮ່ວມວາງສະແດງ ມີທັງຫມົດ 69ຫົວຫນ່ວຍທຸລະກິດ ເຊິ່ງປະກອບມີທັງໝົດ 06 ໝວດຜະລິດຕະພັນ ຄື:
ເຄື່ອງເຟີນີເຈີ ແລະ ຫັດຖະກໍາໄມ້ແກະສະລັກ,
ເຄື່ອງປະດັບເອ້ຍ້ອມອັນຍະມະນີ ແລະ ເຄື່ອງເງິນ
ສິນຄ້າຫັດຖະກໍາ (ຜະລິດຕະພັນໄມ້ ແລະ ຜ້າຝ້າຍໄໝ),
ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ,
ໂຄສະນາການທ່ອງທ່ຽວ ແລະ ບໍລິການ
ໂຄສະນາການຄ້າຜ່ານລະບົບເອລັກໂທຣນິນ ຫລື E-commerce
ນອກຈາກງານວາງສະແດງສິນຄ້າແລ້ວ,ຍັງມີຫລາຍຫລາຍກອງປະຊຸມປິ່ນອ້ອມທີ່ສຳຄັນ ເຊັ່ນ:
ກອງປະຊຸມສຸດຍອດການຄ້າການລົງທຶນ ຈີນ-ອາຊຽນ (CABIS), ຈັດຂຶ້ນໃນຕອນເຊົ້າ ວັນທີ 17 ກັນຍາ 2025;
ກອງປະຊຸມໂຕະມົນລັດຖະມົນຕີອຸດສາຫະກຳ ຈີນ-ອາຊຽນ (China-ASEAN Industry Ministerial Roundtable Meeting) ຈັດຂຶ້ນໃນຕອນແລງ ວັນທີ 17 ກັນຍາ 2025;
ກອງປະຊຸມດ້ານພະລັງງານ ແລະ ໄຟຟ້າ ອາຊຽນ-ຈີນ (The 18th China-ASEAN Electric Power & Energy Cooperation) ຈັດຂຶ້ນໃນວັນທີ 16 ກັນຍາ 2025;
ກອງປະຊຸມຂັ້ນສູງ ກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າ ພາຍໃຕ້ຂໍ້ຕົກລົງຮ່ວມມືທາງເສດຖະກິດແຫ່ງພູມມິພາກ (The RCEP-High Level Dialogue on Economic and Trade Cooperation) ຈັດຂຶ້ນໃນແລງ ວັນທີ 17 ກັນຍາ 2025;
ກອງປະຊຸມສົ່ງເສີມການລົງທຶນ ລາວ-ຈີນ, ຈັດຂຶ້ນໃນຕອນບ່າຍ ວັນທີ 19 ກັນຍາ 2025.
ແລະ ອື່ນໆ.
ງານດັ່ງກ່າວຈະປີດໃນວັນທີ 21 ກັນຍາ 2025.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword