ກອງປະຊຸມປິດຝຶກອົບຮົມໃນການສ້າງຂີດຄວາມສາມາດໃຫ້ແກ່ວິທະຍາກອນ/ຜູ້ອຳນວຍຄວາມສະດວກ

ກອງປະຊຸມປິດຝຶກອົບຮົມໃນການສ້າງຂີດຄວາມສາມາດໃຫ້ແກ່ວິທະຍາກອນ/ຜູ້ອຳນວຍຄວາມສະດວກ

ກອງປະຊຸມປິດຝຶກອົບຮົມໃນການສ້າງຂີດຄວາມສາມາດໃຫ້ແກ່ວິທະຍາກອນ/ຜູ້ອຳນວຍຄວາມສະດວກ, ໃນວັນທີ 31 ພຶດສະພາ 2023, ທີ່ໂຮງແຮມຝືກປະຕິບັດ (the Academy)

ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ) ໄດ້ເຂົ້າເປັນປະທານຮ່ວມ ທ່ານ ທອງສາ ອິນທະວົງ, ຮອງຫົວໜ້າກົມອາຊີວະ, ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ປອ. ບຸນມາ ສິດທິໂສມ, ຫົວໜ້າ ສະຖາບັນພັດທະນາສີມືແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫົວໜ້າໂຄງການ VELA2, GIZ ພ້ອມດ້ວຍຊ່ຽວຊານ ແລະ ນັກສໍາມະນາກອນເຂົ້າຮ່ວມໃນຄັ້ງນີ້ ແມ່ນມີຫຼາຍພາກສ່ວນເຈົ້າຮ່ວມເຊິ່ງຕົວແທນຈາກຜູ້ອອກແຮງງານ, ຜູ້ສະໜອງການຝືກອົບຮົມ, ແລະ ຕົວແທນຜູ້ໃຊ້ແຮງງານ (ສະຖານປະກອບການເຂົ້າຮ່ວມ) ໂດຍໄດ້ຮັບການສະໜັບສະໜູນຂອງໂຄງການ VELA2, GIZ
ກອງປະຊຸມປິດຝຶກອົບຮົມໃນການສ້າງຂີດຄວາມສາມາດໃຫ້ແກ່ວິທະຍາກອນ/ຜູ້ອຳນວຍຄວາມສະດວກ ແມ່ນໄດ້ດຳເນີນເປັນເວລາໜຶ່ງອາທິດ ນັບແຕ່ວັນທີ 24/5/- 31/5/2023 ເວົ້າສະເພາະ ແມ່ນການສ້າງ ແລະ ພັດທະນາມາດຕະຖານອາຊີບດ້ານຂະແໜງການລົດຍົນ ແລະ ຂະແໜງການກະສິກຳ, ໃນການພັດທະນາມາດຕະຖານອາຊີບແມ່ນປະກອບດ້ວຍຫຼາຍຂັ້ນຕອນ ເພື່ອຮັບປະກັນຄຸນນະພາບທີ່ຕ້ອງການ ແລະ ການບໍລິຫານກ່ຽວກັບລະດັບຄວວາມຕ້ອງການ ແລະ ການຕອບສະໜອງ ເຊີ່ງລ້ວນແລ້ວແຕ່ໄດ້ຜ່ານແຕ່ລະຂັ້ນຕອນ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໃນນາມຕາງໜ້າຜູ້ໃຊ້ແຮງງານ ເຫັນໄດ້ເຖິງຄວມສຳຄັນໃນການສ້າງ ແລະ ພັດທະນາມາດຕະຖານອາຊີບໃນແຕ່ລະຂະແໜງການ ເພື່ອຕອບສະໜອງຕາມຄວາມຮຽກກຮ້ອງຕ້ອງການຂອງຕະຫຼາດແຮງງານໃນປະຈຸບັນ

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword