ກອງປະຊຸມເລືອກຕັ້ງຄະນະບໍລິຫານສະໄໝທີ VII ຂອງສະພາການຄ້າຈີນ ປະຈຳ ສປປ ລາວ

ກອງປະຊຸມເລືອກຕັ້ງຄະນະບໍລິຫານສະໄໝທີ VII ຂອງສະພາການຄ້າຈີນ ປະຈຳ ສປປ ລາວ

ກອງປະຊຸມເລືອກຕັ້ງຄະນະບໍລິຫານສະໄໝທີ VII ຂອງສະພາການຄ້າຈີນ ປະຈຳ ສປປ ລາວ, ໃນວັນທີ 04 ພະຈິກ 2024, ທີ່ໂຮງແຮມແລນມາກ
ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ໄດ້ເຂົ້າຮ່ວມ ໃນທີ່ປະຊຸມ, ສຳລັບຜົນຂອງການເລືອກຕັ້ງແມ່ນ ທ່ານ ເຊິນແສສິນ (shen XueQin) ຈາກທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫລວງວຽງຈັນ ໄດ້ຮັບຄະແນນສຽງເລືອກຕັ້ງໃຫ້ເປັນປະທານ ສະພາການຄ້າຈີນປະຈຳລາວ ຄັ້ງທີ່ XII ແລະ 11 ບໍລິສັດທີ່ໄດ້ຮັບຄະແນນສຽງໃຫ້ເປັນຄະນະກຳມະການສະພາການຄ້າຈີນປະຈຳລາວ ຄັ້ງທີ່ XIIນີ້.
ທ່ານ ທະນົງສິນ ກັນລະຍາ ໄດ້ສະແດງຄວາມຊົມເຊີຍຕໍ່ກັບການເລືອກຕັ້ງຄະນະຊຸດໃໝ່ຂອງ ສະພາການຄ້າຈີນປະຈຳລາວ ຄັ້ງທີ່ XII, ພ້ອມທັງຊົມເຊີຍຜົນງານຂອງຄະນະ ສະພາການຄ້າຈີນຊຸດເກົ່າທີ່ຜ່ານມາ ທີ່ໄດ້ທຸ້ມເທເຫື່ອແຮງ ຊີ້ນໍານໍາພາເຕົ້າໂຮມຄວາມສາມັກຄີ ບັນດາຫົວຫນ່ວຍທຸລະກິດຈີນ ທີ່ດຳເນີນທຸລະກິດ ໃນ ສປປລາວ ຕາມລະບຽບກົດຫມາຍ ແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ, ສົ່ງເສີມການຮ່ວມມືທາງດ້ານ ທຸລະກິດ ຂອງ ລາວ ແລະ ຈີນ ໃຫ້ນັບມື້ນັບຂະຫຍາຍຕົວ ປະກອບສ່ວນສ້າງສາພັດທະນາເສດຖະກິດ ສ້າງສາຍພົວພັນຂອງສອງຊາດ ລາວ-ຈີນ ໂດຍສະເພາະ ຊຸກຍູ້ ສົ່ງເສີມ ສປປລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມດຽວກັນນັ້ນກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະຊຸດໃຫມ່ຂອງສະພາການຄ້າຈີນ ທີ່ຈະໄດ້ສືບຕໍ່ວຽກງານ ໃນຕໍ່ໜ້າ ແລະ ສ້າງຜົນງານໃຫ້ຍິ່ງໃຫຍ່ກ່ວາເກົ່າ
ນອກຈາກນີ້ຍັງໄດ້ຊີ້ນຳບາງຈຸດໃຫ້ແກ່ຄະນະນຳສະພາການຄ້າຈີນຊຸດໃໝ່ພິຈາລະນາເອົາໃຈໃສ່ ຊຶງໄດ້ແກ່:
1. ເອົາໃຈໃສ່ສ້າງ ຄວາມສາມັກຄີ ແລະ ເປັນເອກະພາບ ຂອງຄະນະບໍລິຫານງານ ເຊີ່ງມັນເປັນໜ້າທີ່ທີ່ສຳຄັນ ແລະ ທ້າທ້າຍຂອງພວກທ່ານ ເຊິ່ງຕ້ອງເສຍສະລະທັງເຫື່ອແຮງ ແລະ ທຶນຮອນ ໃນການສ້າງບົດບາດໃຫ້ເປັນທີ່ຍອມຮັບ
2. ຂໍໃຫ້ຄະນະບໍລິຫານງານ ເປັບແບບຢ່າງໃນການນຳພາ ເສຍສະຫຼະ ຕໍ່ວຽກງານຂອງສະພາການຄ້າ ແລະ ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີປຸກລະດົມຂົນຂວາຍຫົວໜ່ວຍທຸລະກິດຈີນ ໃນ ສປປລາວ ດຳເນີນທຸລະກິດຕາມລະບຽບກົດຫມາຍ ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງທັງສອງຊາດໃຫ້ນັບມື້ນັບຂະຫຍາຍຕົວ
3. ຕ້ອງປະສານງານຢ່າງໃກ້ສິດກັບອຳນາດການປົກຄອງທ້ອງຖິ່ນໂດຍສະເພາະ ແມ່ນກະຊວງ ອຸດສາຫະກຳ ແລະ ການຄ້າ ກໍຄືກົມການຄ້າພາຍໃນ ແລະ ພາກສ່ວນຕ່າງຕ່າງທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆຕາມພາລະບົດບາດ
4. ຊຸກຍູ້ ແລະ ສ້າງກົນໄກເພື່ອແລກປ່ຽນ, ການພົວພັນ ປະສານງານທີ່ປິ່ນອ້ອມກັບບັນດາຫົວໜ່ວຍທຸລະກິດໃນແຕ່ລະຂົງເຂດໂດຍ ສະເພາະການຊຸກຍູ້ສົ່ງເສີມ ສະພາການຄ້າແຂວງຂອງຈີນ ປະຈໍາລາວ ໃຫ້ມີການຮ່ວມມືກັບຫົວຫນ່ວຍທຸລະກິດລາວໃຫ້ນັບມື້ນັບຫລາຍຂຶ້ນໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
5. ສືບຕໍ່ປະສານງານຢ່າງໃກ້ສິດກັບ ສຄອຊ ເພື່ອຮ່ວມກັນເຄື່ອນໄຫວວຽກງານ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword