ກອງປະຊຸມປຶກສາຫາລື ລະຫວ່າງຄະນະກຳມະການຮ່ວມພາກເອກະຊົນ 3 ສະຖາບັນ (JSCCIB) ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI)
ບາງກອກ ຣາຊອານາຈັກໄທ – ໃນວັນທີ 16 ທັນວາ 2025, ໂດຍເປັນປະທານຮ່ວມຂອງ ທ່ານ ສົມຊາດ ຄົງພະນາໄກ, ຮອງປະທານຄະນະກຳມະການ ຫໍການຄ້າໄທ ແລະ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ
ພ້ອມທຸລະກິດສອງຝ່າຍ ໄທ-ລາວ ເຂົ້າຮ່ວມປະກອບດ້ວຍ 30 ກ່ວາທ່ານ, ໃນນັ້ນປະກອບມີ: ຂະເເຫນງການກະສິກຳ, ທ່ອງທ່ຽວ, ດິຈິຕອລ, ການເງິນ ແລະ ການຄ້າ.
ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ແມ່ນ ເພື່ອໃຫ້ພາກທຸລະກິດທັງສອງປະເທດໄດ້ມີໂອກາດພົບປະ ແລກປ່ຽນຄໍາຄິດເຫັນ ປຶກສາຫາລືກ່ຽວກັບ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໃນການດໍາເນີນທຸລະກິດຮ່ວມກັນທັງສອງປະເທດ ໃນຂະແໜງການຕ່າງໆ ໂດຍສະເພາະແມ່ນຂະແໜງການເງິນ, ການຂົນສົ່ງ, ການຄ້າ, ການລົງທຶນ, ດິຈິຕອນກະສິກຳ ແລະ ການທ່ອງທ່ຽວ ຂອງສອງປະເທດ. ເຊິ່ງໃນກອງປະຊຸມ ສອງພາກສ່ວນຍັງໄດ້ຕົກລົງເຫັນດີໃນການຮ່ວມມືກັນ ສ້າງຕັ້ງຄະນະກຳມະການຮ່ວມໃນແຕ່ລະດ້ານ ເຊິ່ງປະກອບມີ: 1. ດ້ານການຜະລິດ ແລະ ຕ່ອງໂສ້ອຸປະທານ (Supply Chain & Production), 2. ດ້ານການຄ້າ ແລະ ການສ້າງແບຣນ (Commerce & Branding), 3. ດ້ານການທ່ອງທ່ຽວ ແລະ ສັງຄົມ (Tourism & Social), 4. ດ້ານນະໂຍບາຍ ກົດລະບຽບ (Policy & Regulation), 5. ດ້ານການພັດທະນາດິຈິຕອນ ແລະ AI (Digital Transformation & AI Development), 6. ດ້ານການເງິນ (Financial).
ພ້ອມດຽວກັນນັ້ນ ຄະນະປະທານ ສຄອຊ ຍັງໄດ້ເຂົ້າຮ່ວມກອງປະຊຸມແຜນການຮ່ວມມືລະຫວ່າງ ກະຊວງພານິດໄທ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ຄັ້ງທີ 8 ໃນວັນທີ 17 ທັນວາ 2025 ທີ່ບາງກອກ. ໂດຍການເປັນປະທານກອງປະຊຸມ ທ່ານ ນາງ ສຸພະຈີ ສຸທຳພັນ, ລັດຖະມົນຕີວ່າການກະຊວງພາານິດ ແລະ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ເພື່ອແນໃສ່ຂະຫຍາຍການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຄ້າສອງຝ່າຍໃຫ້ບັນລຸຕາມເປົ້າໝາຍ.
