ກອງປະຊຸມປຶກສາຫາລື ພາກລັດ ແລະ ພາກທຸລະກິດຂະແໜງການທ່ອງທ່ຽວ ແຂວງວຽງຈັນ

ກອງປະຊຸມປຶກສາຫາລື ພາກລັດ ແລະ ພາກທຸລະກິດຂະແໜງການທ່ອງທ່ຽວ ແຂວງວຽງຈັນ

ກອງປະຊຸມປຶກສາຫາລື ພາກລັດ ແລະ ພາກທຸລະກິດຂະແໜງການທ່ອງທ່ຽວ ແຂວງວຽງຈັນ, ໃນວັນທີ 27 ກຸມພາ 2024, ທີ່ ຫ້ອງປະຊຸມໂຮງແຮມ ອາມາຣີ ວັງວຽງ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ (ສຄອ.ວຈ) ໄດ້ຈັດກອງປະຊຸມປຶກສາຫາລື ພາກລັດ ແລະ ພາກທຸລະກິດຂະແໜ່ງການທ່ອງທ່ຽວ ຂອງແຂວງວຽງຈັນ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ (LBF), ໂດຍການເປັນປະທານຂອງ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ, ນອກຈາກນີ້ ຍັງມີຜູ້ເຂົ້າຮ່ວມຕາງໜ້າຈາກຄະນະປະທານ ສະພາການຄ້າ ແລະ ອຸດສາຫະກໍາແຂວງວຽງຈັນ, ຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກທຸລະກິດທີ່ຕິດພັນກັບຂະແໜງການທ່ອງທ່ຽວ ຈຳນວນ 30 ກ່ວາທ່ານ.
ຈຸດປະສົງຫຼັກຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານຜົນກອງປະຊຸມທີ່ຜ່ານມາ, ເຊີ່ງຜົນໄດ້ຮັບ ຈາກຂະບວນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ, ເພື່ອປຶກສາຫາລືທາງອອກ ໃຫ້ແກ່ບາງບັນຫາ, ພ້ອມທັງສະເໜີຂໍທິດຊີ້ນໍາຈາກ ການນໍາຂັ້ນແຂວງ ທີ່ຍັງບໍ່ທັນມີທິດທາງແກ້ໄຂທີ່ຊັດເຈນ, ໃນຂໍ້ສະເໜີຂອງພາກທຸລະກິດ ເຊັ່ນ:ໄຟຟ້າພາຍໃນຕົວເມືອງວັງວຽງບໍ່ສະຖຽນ ແລະ ດັບແບບບໍ່ມີສາເຫດ, ເສັ້ນທາງຄົມມະນາຄົມເປ່ເພພາຍໃນຕົວເມືອງວັງວຽງ, ຄ່າບໍລິການຂົນສົ່ງຜູ້ໂດຍສານສຳລັບນັກທ່ອງທ່ຽວພາຍໃນຕົວເມືອງບໍ່ເປັນເອກະພາບ, ບັນຫາການຂາດແຮງງານທີ່ມີຄຸນນະພາບຂອງຜູ້ປະກອບການໃນແຂວງ, ການຕໍ່ວີຊ່າ ໃຫ້ນັກທ່ອງທ່ຽວຕ່າງຊາດໃນຕົວເມືອງວັງວຽງແມ່ນບໍ່ມີຄວາມສະດວກ, ພະນັກງານນຳທ່ຽວພາຍໃນຕົວເມືອງວັງວຽງບໍ່ໄດ້ຜ່ານການຝຶກ ແລະ ຮັບຮອງຢ່າງເປັນທາງການ.
ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຢ່າງຝົດຟື້ນ, ມີລັກສະນະປຶກສາຫາລືທີ່ສ້າງສັນ ຄະນະປະທານກອງປະຊຸມກໍ່ໄດ້ໃຫ້ການຊົມເຊີຍແກ່ຂະແໜງການທີ່ກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາ, ອອກລະບຽບການຕ່າງໆໃຫ້ສອດຄ່ອງ ແລະ ອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ໃນການດຳເນີນທຸລະກິດ, ແລະ ທ່ານຍັງໃຫ້ທິດຊີ້ນຳເພີ່ມເຕີມໃຫ້ຂະແໜງການທີ່ກ່ຽວຂ້ອງນຳໄປຄົ້ນຄວ້າ ເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ໃນການດຳເນີນທຸລະກິດໃຫ້ສະດວກຍິ່ງຂຶ້ນ.
ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍ ອົງການ ແພລນສາກົນ ປະຈຳ ສປປ ລາວ ໂດຍຜ່ານໂຄງການ SUSTOUR LAOS.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword