ກອງປະຊຸມ ປຶກສາຫາລື ລະຫວ່າງ ສະພາການຄ້າອົດສະຕາລີ ປະຈຳ ສປປ ລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ໃນວັນທີ 26 ມິຖຸນາ 2025, ທີ່ ໂຮງແຮມສຸພັດຕຣາວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດຮ່ວມໂດຍ ທ່ານ ອຸເດດ ສຸວັນນະວົງ ປະທ່ານ ສຄອຊ ພ້ອມທັງຄະນະ ຈຳນວນ 07 ທ່ານ, ສະພາການຄ້າອົດສະຕາລີ ປະຈຳ ສປປ ລາວ
ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ທ່ານ Berdon Bangma ປະທານ ສະພາການຄ້າອົດສະຕາລີ ປະຈຳ ສປປ ລາວ ແລະ ຕ່າງໜ້າເອກອັກຄະລັດຖະທູດອົດສະຕາລີ ປະຈຳ ສປປ ລາວ.
ພາຍໃນກອງປະຊຸມໄດ້ປຶກສາຫາລື ເພື່ອເສີມສ້າງການຮ່ວມມືລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI) ແລະ ສະພາການຄ້າ ແລະ ອຸດສາຫະກຳອົດສະຕາລີ ປະຈຳ ສປປ ລາວ (Aus Cham Lao) ໂດຍການປຶກສາຫາລືຂອງທັງສອງຝ່າຍ ແລະ ສຳຫຼວດໂອກາດໃນການເປັນພັນທະມິດຮ່ວມກັນເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງອົດສະຕາລີ ແລະ ສປປ ລາວ, ເພື່ອເປັນສ່ວນໜື່ງຂອງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງລັດຖະບານອົດສະຕາລີໃນການເສີມສ້າງຄວາມສຳພັນທາງດ້ານເສດຖະກິດກັບອາຊີຕາເວັນອອກສ່ຽງໃຕ້ ພາຍໃຕ້ຍຸດທະສາດທຸລະກິດອາຊີຕາເວັນອອກສ່ຽງໃຕ້ຕໍ່ປີ 2040. ເຊິ່ງສະຖານທູດອົດສະຕາລີ ປະຈຳ ສປປ ລາວ ມີຄວາມຍິນດີທີ່ຈະຫາລືຄົ້ນຄວ້າຫາໂອກາດໃໝ່ໆໃນການຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ພາຍໃຕ້ຍຸດທະສາດທຸລະກິດອາຊີຕາເວັນອອກສ່ຽງໃຕ້, ລັດຖະບານອົດສະຕາລີຈະໃຫ້ການສະໜັບສະໜູນໂຄງການຕ່າງໆທີ່ສົ່ງເສີມຄວາມຮ່ວມມືທາງທຸລະກິດ ແລະ ສະໜັບສະໜູນການລົງທຶນຂອງບໍລິສັດເອກະຊົນອົດສະຕາລີໃນປະເທດລາວ. ນອກຈາກນີ້ຍັງໄດ້ປຶກສາຫາລື ໃນການຈັດກິດຈະກຳການສ້າງເຄືອຂ່າຍ (Networking Event) ລະຫວ່າງ ລາວ-ອົດສະຕາລີ ຮ່ວມກັນ ບໍ່ວ່າຈະເປັນຂະແໜງກະສິກຳ, ຂົນສົ່ງ, ການຄ້າ, SME ພ້ອມທັງປັບປຸງມາດຕະຖານໃນການສົ່ງອອກສິນຄ້າຈາກລາວສູ່ອົດສະຕາລີອິກດ້ວຍ.
