ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)
ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 27 ພຶດສະພາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ຮ່ວມມືກັບ ກົມອາຊີວະສຶກສາ (ກົມ ອສ), ກະຊວງສຶກສາທິການ ແລະ ກິລາ (ສສກ),
ແລະ ໄດ້ຮັບການສະໜັບສະໜູນຈາກໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັນເພື່ອພັດທະນາຄວາມຮ່ວມມືດ້ານການຮຽນວິຊາຊີບຢູ່ສະຖານປະກອບການ (WBL).
ກອງປະຊຸມຄັ້ງນີ້ມີຈຸດມຸ່ງໝາຍເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສະຖານປະກອບການ ແລະ ສະຖາບັນອາຊີວະສຶກສາໂດຍຜ່ານການພັດທະນາບົດບັນທຶກຄວາມເຂົ້າໃຈ (MoU) ແລະ ກົນໄກປະສານງານໂດຍລະອຽດ. ຫົວຂໍ້ທີ່ສໍາຄັນລວມມີສັນຍາ ແລະ ເອກະສານປະກອບການຝຶກອົບຮົມ, ການພັດທະນາແຜນການຝຶກອົບຮົມຮ່ວມກັນ, ການຕິດຕາມ ການປະເມີນຜົນຜູ້ຮຽນ ແລະ ຄູຝຶກໃນສະຖານປະກອບການ, ການກໍານົດພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຜູ້ປະສານງານ ການຮຽນວິຊາຊີບຢູ່ສະຖານປະກອບການ. ນອກຈາກນັ້ນ, ຍັງມີການປຶກສາຫາລືກ່ຽວກັບຍຸດທະສາດໃນການສົ່ງເສີມໂຄງການ WBL ໃຫ້ແກ່ບັນດາກຸ່ມເປົ້າໝາຍ.
ຂໍ້ລິເລີ່ມນີ້ ຖືເປັນບາດກ້າວອັນສຳຄັນໃນການຍົກລະດັບຄຸນນະພາບ ແລະ ຄວາມກ່ຽວຂ້ອງຂອງການສຶກສາດ້ານອາຊີວະສຶກສາ ໂດຍຜ່ານການມີສ່ວນຮ່ວມໃນອຸດສາຫະກຳທີ່ເຂັ້ມແຂງຂຶ້ນຕື່ມ ແລະ ໂອກາດການຝຶກອົບຮົມພາກປະຕິບັດໃຫ້ແກ່ຜູ້ຮຽນ.