ສູນບໍລິການອາຊີວະສຶກສາແບບຄວບຄູ່ເປີດຊຸດຝຶກອົບຮົມຫົວຂໍ້ “ການເປັນຄູຝຶກຂອງສະຖານປະກອບການ”

ສູນບໍລິການອາຊີວະສຶກສາແບບຄວບຄູ່ເປີດຊຸດຝຶກອົບຮົມຫົວຂໍ້ “ການເປັນຄູຝຶກຂອງສະຖານປະກອບການ”

ໃນຕອນເຊົ້າວັນທີ 27 ເມສາ 2022 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈໍາປາສັກ, ແຂວງຈໍາປາສັກ ສູນບໍລິການອາຊີວະສຶກສາແບບຄວບຄູ່ (Dual-Corporative Training Service Center) ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເປີດຊຸດຝຶກອົບຮົມຫົວຂໍ້ “ການເປັນຄູຝຶກຂອງສະຖານປະກອບການ (In-Company Trainers Training (In-CTs Training))”

ເຊິ່ງຈະໄດ້ດຳເນີນເປັນເວລາ 3 ວັນ, ໃນລະຫວ່າງວັນທີ   27-29 ເມສາ 2022   ແລະ ມີນັກສໍາມະນາກອນຈໍານວນ 19 ທ່ານ ທີ່ເຮັດວຽກຮັບຜິດຊອບໃນຕໍາແໜ່ງ ຜູ້ຈັດການທົ່ວໄປ, ຜູ້ຈັດການຝ່າຍບຸກຄົນ, ຫົວໜ້າງານ, ວິທະຍາກອນ (ຄູຝຶກ), ນາຍຊ່າງເຕັກນິກ ແລະ ຜູ້ຕ້ອງການຮຽນຮູ້ທັກສະການຖ່າຍທອດຄວາມຮູ້ ເພື່ອຝຶກອົບຮົມບຸກຄະລາກອນໃນສະຖານປະກອບການ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເປັນເຄື່ອງມືທີ່ສໍາຄັນໃນການພັດທະນາທັກສະການປະຕິບັດງານຂອງພະນັກງານ ແລະ ກ່ຽວຂ້ອງກັບການຝຶກອົບຮົມທັງໜົດທີ່ດໍາເນີນການໃນສະຖານປະກອບການ ເຊັ່ນ: ການຝຶກອົບຮົມເພື່ອເພີ່ມຄວາມຮູ້ ແລະ ທັກສະ ໃຫ້ພະນັກງານທີ່ຢູ່ປະຈໍາ, ການຝຶກອົບຮົມເວລາຮັບພະນັກງານໃໝ່, ການຝຶກອົບຮົມໃນໜ້າວຽກຕົວຈິງ ແລະ ການຝຶກນັກສຶກສາຝຶກງານ. ເຊິ່ງສາມາດຮວມເຂົ້າກັບຮູບແບບ ການຮຽນ-ການສອນອາຊີວະສຶກສາແບບຄວບຄູ່ ທີ່ສາມາດເບິ່ງເຫັນຜົນປະໂຫຍດ ແລະ ລວມເອົາການຝຶກອົບຮົມພາຍໃນບໍລິສັດເປັນສ່ວນນຶ່ງຂອງ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ທີ່ນໍາໄປສູ່ຄວາມສໍາເລັດຂອງສະຖານປະກອບການ.

ຄຸນນະພາບ ແລະ ຜົນໄດ້ຮັບຂອງການຝຶກອົບຮົມໃນ ສະຖານປະກອບການ ຂຶ້ນກັບຄວາມສາມາດຂອງຜູ້ທີ່ຮັບຜິດຊອບໃນການຖ່າຍທອດຄວາມຮູ້ ແລະ ທັກສະ ເຊັ່ນ: ຄູຝຶກ, ຫົວໜ້າງານ, ນາຍຊ່າງເທັກນິກທີ່ມີສີມື, ພະນັກງານ ແລະ  ບຸກຄະລາກອນຜູ້ອື່ນໆທີ່ມີສ່ວນກ່ຽວຂ້ອງໃນການຝຶກອົບຮົມການສອນ ຫລື ການໃຫ້ຄໍາປຶກສາ, ຄູຝຶກໃນສະຖານປະກອບການ ແມ່ນອ້າງອີງເຖິງກຸ່ມຄົນທັງໝົດທີ່ກ່າວມາຂ້າງເທິງ.

ຈຸດປະສົງຂອງການຝຶກອົບຮົມ: ເພື່ອສ້າງຂີດຄວາມສາມາດ ໃນດ້ານບົດບາດ ແລະ ໜ້າທີ່ການເປັນຄູຝຶກໃນສະຖານປະກອບການ, ການບໍລິຫານຈັດການ ການຮຽນ-ການສອນຜູ້ໃຫ່ຍ, ການວິເຄາະໜ້າວຽກ ແລະ ຄວາມຕ້ອງການ ການຮຽນຮູ້, ການວາງແຜນ ແລະ ກະກຽມການຝຶກອົບຮົມ, ທັກສະໃນການດໍາເນີນການຝຶກອົບຮົມ, ການປະເມີນຜົນ ແລະ ພັດທະນາການຝຶກອົບຮົມ ຢ່າງມີປະສິດທິຜົນ. ລວມທັງບົດບາດກ່ຽວຂ້ອງກັບການຈັດການຮຽນ-ການສອນ ແລະ ຝຶກອາຊີບ ເພື່ອໃຫ້ບັນລຸຈຸດປະສົງເປົ້າໝາຍຂອງຫລັກສູດຮູບແບບ ອາຊີວະສຶກສາແບບຄວບຄູ່.

ຫລັກສູດຝຶກອົບຮົມນີ້ ແມ່ນດັດປັບຈາກມາດຕະຖານອາຊຽນສໍາລັບຄູຝຶກໃນສະຖານປະກອບການ ເຊິ່ງອອກແບບສະເພາະ ເພື່ອເສີມສ້າງຄວາມຮູ້ ຄວາມສາມາດ ກ່ຽວກັບບົດບາດ ແລະ ໜ້າທີ່ ໃນການເປັນຜູ້ຝຶກສອນໃນສະຖານປະກອບການ ຢ່າງມີປະສິດທິຜົນ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword