ກອງປະຊຸມປຶກສາຫາລືກ່ຽວກັບໂຄງປະກອບເຄືອຂ່າຍ DMN ຂອງ ສປປ ລາວ

ກອງປະຊຸມປຶກສາຫາລືກ່ຽວກັບໂຄງປະກອບເຄືອຂ່າຍ DMN ຂອງ ສປປ ລາວ

ໃນວັນທີ 5 ຕຸລາ 2021, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ເຂົ້າຮ່ວມ ກອງປະຊຸມປຶກສາຫາລືກ່ຽວກັບໂຄງປະກອບເຄືອຂ່າຍ DMN ຂອງ ສປປ ລາວ ແລະ ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ໂຄງການພັດທະນາໂຄງລ່າງພື້ນຖານເພື່ືອສົ່ງເສີມການທ່ອງທ່ຽວ ໄລຍະ1, ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ທີ່ ໂຮງແຮມ ຄຣາວພຣາຊ່າ. ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ສູນ ມະນີວົງສ໌ ຫົວໜ້າໂຄງການ ພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ແລະ ທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມ ຄຸ້ມຄອງການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ.

ເຊິ່ງໃນການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ໂດຍທ່ານ ຄໍາຫຼ້າ ພົມມະວັນ ຮອງປະທານກວດກາ ແລະ ເປັນປະທານຄະນະກໍາມະທິການທ່ອງທ່ຽວ ສຄອຊ ແລະ ທ່ານ ນາງ ພອນມະລີ ອິນທະພົມ ຫົວຫນ້າກົມພັດທະນາການທ່ອງທ່ຽວ, ຜູ້ຈັດການໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ.
ໂດຍຈຸດປະສົງຫລັກ ແມ່ນເພື່ອເປັນການເພີ່ມທະວີການຮ່ວມມືຂອງສອງພາກສ່ວນ ລະຫວ່າງພາກລັດ ແລະ ພາກທຸລະກິດ ສໍາລັບໂຄງການລິເລີ່ມໃນວຽກງານການສົ່ງເສີມ ແລະ ຊຸກຍູ້ກິດຈະກຳ ໃນຂະແຫນງການທ່ອງທ່ຽວ ໃນ ສປປ ລາວ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword