ຫຼາຍຫົວໜ່ວຍທຸລະກິດໃຫ້ການສະໜັບສະໜູນ ງານຜະລິດຕະພັນລາວ 2020

ຫຼາຍຫົວໜ່ວຍທຸລະກິດໃຫ້ການສະໜັບສະໜູນ ງານຜະລິດຕະພັນລາວ 2020

ຫຼາຍຫົວໜ່ວຍທຸລະກິດໃຫ້ການສະໜັບສະໜູນ ງານຜະລິດຕະພັນລາວ 2020 (Made in Laos 2020). ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ,​ ພ້ອມທັງເປັນການສົ່ງເສີມຜູ້ປະກອບການ ໃຫ້ໄດ້ມີເວທີ ໂຄສະນາ ແລະ ຈຳໜ່າຍ ສິນຄ້າຂອງຕົນ  ແລະ ເພື່ອກະຕຸ້ນການຊື້ຂາຍ, ຊ່ວຍຟື້ນຟູເສດຖະກິດຈາກຜົນກະທົບການແຜ່ລະບາດເຊື່ອພະຍາດ COVID-19 ໃນໄລຍະຜ່ານມາ.

ງານຜະລິດຕະພັນລາວ 2020 (Made in Laos 2020) ຈະໄດ້ຈັດຂື້ນ ໃນລະຫວ່າງວັນທີ 25/12/2020 – 03/01/2021 ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕືກເກົ່າ).

 ໃນຕອນເຊົ້າຂອງວັນທີ 21 ທັນວາ 2020 ໄດ້ມີພິທີ ມອບເງິນສະໜັບສະໜູນງານຜະລິດຕະພັນລາວ 2020 ເຊິ່ງ ພິທີດັ່ງກ່າວເຂົ້າຮ່ວມ ແລະ ມອບໂດຍ ຜູ້ຕາງຫນ້າ ຈາກແຕ່ລະບໍລິສັດ ເຊິ່ງມີດັ່ງນີ້: ທ່ານ ນາງ ລິດທິດາ ມະນີວົງ ຫົວຫນ້າພິທີການ ແລະ ການຕະຫລາດ ຈາກ ກຸ່ມບໍລິສັດ ດາວເຮືອງ, ທ່ານ ພອນສະຫວັນ ອຸດົມ ຫົວຫນ້າພະແນກຂໍ້ມູນຂ່າວສານ ແລະ ປະຊາສຳພັນ ລັດວິສາຫະກິດໄຟຟ້າລາວ, ທ່ານ ສຸລິໂຍ ວົງດາລາ ອໍານວຍການ ບໍລິສັດ ໂລກ້າ ຈຳກັດ, ທ່ານ ນາງ ບຸນສະຫວັນ ໄຊສິດ ຫົວຫນ້າພັດທະນາທຸລະກິດ ທະນາຄານ ຊາຄອມແບັງ ລາວ  ຮັບໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

 

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword