ກອງປະຊຸມໂອ້ລົມກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ

ກອງປະຊຸມໂອ້ລົມກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ

Date: 15/09/2022

Time: 9.00 - 12.00

Location: Online

ກອງປະຊຸມໂອ້ລົມກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ

  • ວັນທີ: ວັນພະຫັດ, 15 ກັນຍາ 2022
  • ເວລາ: 9:00 ເຊົ້າ – 12:00 ສວາຍ
  • ຖ່າຍທອດສົດຜ່ານທາງ Facebook: Target Magazine
  • ຄະນະຈັດຕັ້ງປະຕິບັດ: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະຖານທູດຍີ່ປຸ່ນ, ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ

ໃນວັນທີ 15 ກັນຍາ 2022 ເວລາ 9:00 ເຊົ້າ – 12:00 ສວາຍ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ກະຊວງອຸດສາຫະກຳ ແລະ ການຄ້າ (MoIC), ສະຖານທູດຍີ່ປຸ່ນປະຈຳລາວ, ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຈະໄດ້ຈັດ ກອງປະຊຸມໂອ້ລົມກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປລາວ ເນື່ອງໃນໂອກາດຈັດງານພິທີເປີດໂຕໂຄງການ “ໂຄງການເພື່ອການປັບປຸງປະສິດທິພາບ, ຄວາມຮັບຜິດຊອບ, ຫຼັກການປະຕິບັດ ແລະ ຄວາມໂປ່ງໃສຂອງທຸລະກິດໃນ ສປປ ລາວ (IMPACT Biz)” ໃຫ້ທຶນໂດຍລັດທະບານຍີ່ປຸ່ນ.

ກອງປະຊຸມໂອ້ລົມໃນຄັ້ງນີ້ແມ່ນເພື່ອແນໃສ່ ການເພື່ອເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈຕໍ່ກັບ ມາດຕະຖານສາກົນ ແລະ ຄວາມພະຍາຍາມຂອງ ສປປລາວກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ພ້ອມທັງທ່າອ່ຽງລະດັບສາກົນ ແລະ ລະດັບພາກພື້ນ ໃນລະຫວ່າງຜູ້ມີສ່ວນຮ່ວມຫຼັກໃນ ສປປລາວ. ພາຍໃນກອງປະຊຸມໂອ້ລົມຈະມີການນຳສະເໜີໂຄງການ IMPACT Biz, ຈັດຕັ້ງປະຕິບັດໂດຍ ອົງການສະຫະປະຊາຊາດເພື່ອການພັດທະນາ, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສະໜັບສະໜູນໂດຍ ລັດຖະບານຍີ່ປຸ່ນ ເພື່ອເສີມສ້າງຄວາມເຂັ້ມຂອງເຄືອຂ່າຍວຽກງານຂອງພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປລາວ.

ກອງປະຊຸມແມ່ນເປີດຮັບຜູ້ເຂົ້າຮ່ວມທັງພາຍໃນປະເທດ ແລະ ຈາກຕ່າງຊາດ. ລົງທະບຽນລ່ວງໜ້າໄດ້ທີ່ລິ້ງນີ້: bit.ly/IMPACTBizLaos-Inception-Registration.

ຖ້າຫາກທ່ານມີຄຳຖາມເພີ່ມຕື່ມ ທ່ານສາມາດປະສານຫາ ທ່ານ ອິນທະວັດ ດວງຕາ, ຜູ້ຮັບຜິດຊອບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ປະຈຳ UNDP ໄດ້ທີ່: inthavath.douangta@undp.org ຫຼື ເບີໂທ 020 5508 4091.

Enter your keyword