ກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ

ກອງປະຊຸມໃຫ່ຍຄັ້ງທີ່ VI ຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ,ໄດ້ໄຂຂື້ນ ຢ່າງເປັນທາງການໃນວັນທີ 28 ມັງກອນ 2021 ທີ່ໂຮງແຮມຫລວງພະບາງວິວ, ແຂວງ ຫລວງພະບາງ.

ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສຸກັນ ບຸນຍົງ, ຮອງເລຂາຄະນະບໍລິ ຫານພັກແຂວງ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ,​ ທ່ານ ບຸນທ່ຽງ ສຸລິວັນ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ, ​ພ້ອມດຽວກັນນັ້ນ ກໍ່ມີບັນດາຜູ້ເຂົ້າຮ່ວມ ຕາງໜ້າຈາກ ສຄອ ອ້ອມຂ້າງ, ພະແນກການອ້ອມຂ້າງ ຄະນະບໍລິຫານງານ, ຄະນະທີ່ປຶກສາ, ສະມາຄົມອ້ອມຂ້າງ, ສະມາຊິກສົມບູນ ຂອງ ສຄອ ຫຼວງພະບາງ ແລະ ຕາງໜ້າຈາກຫົວໜ່ວຍທຸລະກິດພາຍໃນແຂວງ ຫຼວງພະບາງ.

ກອງປະຊຸມໃຫຍ່ໃນຄັ້ງນີ້ແມ່ນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຢ່າງໃຫ່ຍຫຼວງຕໍ່ ການຈັດຕັ້ງ,ການເຄື່ອນໄຫວ ແລະ ການພັດທະນາ ສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງພະບາງໃຫ້ມີການເຕີບໃຫ່ຍຂະຫຍາຍຕົວ ເຊິ່ງສາມາດບັນລຸຜົນສຳເລັດຕາມຈຸດປະສົງແລະລະດັບຄາດໝາຍ, ມີຄວາມເປັນເອກະພາບ, ມີຄວາມໂປ່ງໃສ, ຍຸດຕິທຳ ແລະ ມີເນື້ອໃນຄົບຖ້ວນ, ເປັນກຳລັງແຮງທີ່ສຳຄັນ ແລະ ເປັນແກ່ນສານນໍາພາພາກທຸລະກິດ ສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດໃຫ້ດີຂື້ນ. ຊອກຫາແນວທາງສືບຕໍ່ ພັດທະນາເສດຖະກິດ-ສັງຄົມ ໃຫ້ຂະ ຫຍາຍຕົວຕາມທິດທາງ ແລະ ເປົ້າຫມາຍທີ່ວາງໄວ້.

ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງ ສຄອ ຫຼວງພະບາງໃນໄລຍະ 5 ປີຜ່ານມາ ແລະທິດທາງແຜນການ 3 ປີຕໍ່ໜ້າ. ຈາກນັ້້ນ, ບັນດາສະມາຊິກສົມບູນຂອງ ສຄອ ຫຼວງພະບາງ ກໍ່ໄດ້ພ້ອມກັນເສີມຂະຫຍາຍສິດປະຊາທິປະໄຕຂອງຕົນມີຄວາມຮັບຜິດຊອບສູງດຳເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານສຄອ ຫຼວງພະບາງຊຸດໃໝ່ ຊຸດທີ 6 ຕາມລະບຽບການ, ໂດຍອີງໃສ່ມາດຖານ ແລະ ເງື່ອນໄຂຕົວຈິງ. ເຊິ່ງມີຜູ້ສະໝັກທັງໝົດ 26 ທ່ານ ແລະ ເລືອກເອົາ 23 ທ່ານ, ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານ ສຄອ ຊຸດທີ 6 ໄດ້ຕົກລົງເຫັນດີເປັນເອກະພາບດັ່ງນີ້:

ຕົກລົງເລືອກເອົາຄະນະປະຈໍາ ຈຳນວນ 7 ທ່ານ, ຍິງ 1 ທ່ານ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

  1. ທ່ານ ບຸນທ່ຽງ ສຸລິວັນ                 ເປັນປະທານ
  2. ທ່ານ ນາງ ແວວມະນີ ດວງດາລາ ເປັນຮອງປະທານ
  3. ທ່ານ ສຸກນະສິງ ຊະນະແກ້ວ         ເປັນຮອງປະທານ
  4. ທ່ານ ທອງວັນ ວົງສາລີ ເປັນຮອງປະທານ
  5. ທ່ານ ກົງຈັກກີ ພັນທະສົມບັດ         ເປັນຮອງປະທານ
  6. ທ່ານ ອາຄົມ ພົມມະຫານ         ເປັນຮອງປະທານ
  7. ທ່ານ ຄໍາສິງ ຈັນທະວົງ                 ເປັນຮອງປະທານ

ພ້ອມດຽວກັນນັ້ນ; ໄດ້ເລືອກເອົາ ປະທານ-ຮອງປະທານກວດກາ ສຄອ ຊຸດທີ VI ຄືດັ່ງນີ້:

  1. ທ່ານ ຄໍາສຸກ ໄຊເກີຢ່າຈົງຕົວ ເປັນປະທານກວດກາ.
  2. ທ່ານ ດຣ ພະນົມໄຊ ພະການ ເປັນຮອງປະທານກວດກາ.
  3. ທ່ານ ທ່ານ ສົມລັກ ສີສົມພອນ ເປັນຮອງປະທານກວດກາ.

ສ່ວນການແບ່ງວຽກລະອຽດຂອງຄະນະບໍລິຫານງານສຄອ ແຂວງຫຼວງພະບາງ ຈະມີການຈັດກອງປະຊຸມຄົບຄະນະສະເພາະໃນໄວໄວນີ້.

ໃນກອງປະຊຸມຍັງໄດ້ຮັບກຽດຈາກ ທ່ານ ສຸກັນ ບຸນຍົງ, ຮອງເລຂາຄະນະບໍລິຫານພັກແຂວງຫຼວງພະບາງ ໃຫ້ຄຳເຫັນ ແລະ ໂອ້ລົມໃຫ້ທິດເຍືອງທາງແກ່ ສຄອ ແຂວງຫຼວງພະບາງ ກໍ່ຄື ຄະນະບໍລິຫານງານ ຊຸດທີ 6 ໃນຫລາຍຫຼາຍດ້ານ, ເຊິ່ງມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໂດຍສະເພາະໄດ້ຊີ້ນໍາໃຫ້ຄະນະບໍລິຫານງານ ສຄອ ແຂວງຫຼວງພະບາງ ຕ້ອງມີຄວາມສາມັກຄີ, ມີຄວາມເສຍສະລະ, ມີຈິດໃຈຮັກຊາດ, ເຊື່ອໝັ້ນການນໍາພາຂອງພັກ ແລະ ລັດຖະບານ, ຕັ້ງໜ້າປະຕິບັດວຽກງານຕາມພາລະບົດບາດແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ, ເອົາໃຈໃສ່ປັບປຸງຜະລິດຕະພັນໃຫ້ໄດ້ມາດຕະຖານແລະຄຸນນະພາບໃຫ້ສາມາດແຂ່ງຂັນ ແລະສົ່ງອອກໄດ້,ໃຫ້ມີການພົວພັນປະສານງານຢ່າງໃກ້ສິດ ທັງພາຍໃນ ແລະ ພາຍນອກ ເຊັ່ນ: ການພົວພັນ ປະສານງານ ກັບ ສຄອ ປະເທດໃກ້ຄຽງ, ສຄອ ແຂວງ ໃກ້ຄຽງ ແລະອື່ນໆ ເພື່ອຖອດຖອນບົດຮຽນເຊິ່ງກັນແລະກັນພ້ອມກັນພັດທະນາ, ພ້ອມດຽວກັນນັ້ນກໍ່ໃຫ້ປະສານງານຢ່າງໃກ້ສິດກັບ ພາກລັດເຊິ່ງອາດມີການຈັດປະຊຸມຮ່ວມກັນ ທຸກໆ3 ເດືອນ ເພື່ອປຶກສາຫາລືຮ່ວມກັນໃນການແກ້ໄຂບັນຫາຕ່າງໆ ແລະ ການສ້າງໂຄງການຮ່ວມກັນ ແລະ ອື່ນໆ

ກອງປະຊຸມໄດ້ປິດລົງໃນເວລາ 13:20 ໂມງ ຂອງວັນດຽວກັນ

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword