ພິທີເປີດນໍາໃຊ້ແອັບກົດໝາຍລາວ ເວີຊັ່ນ 4 ຫຼື Lao Law version4

ພິທີເປີດນໍາໃຊ້ແອັບກົດໝາຍລາວ ເວີຊັ່ນ 4 ຫຼື Lao Law version4

ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ແອັບກົດໝາຍລາວ ເວີຊັ່ນ 4 ຫຼື Lao Law version4

ໃນວັນທີ 8 ສິງຫາ 2023 ທີ່ ໂຮງແຮມ Clown Plazza ທີ່ຈັດຂຶ້ນໂດຍ ກົມໂຄສະນາເຜີຍແຜ່ກົດໝາຍໂດຍ,ກະຊວງຍຸຕິທໍາ ໂດຍການສະໜັບສະໜຸນຈາກ ໂຄງການສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍຕໍ່ພາກທຸລະກິດລາວ (USAID-Laos Business Environment ) ໃຫ້ກຽດກ່າວເປີດພິທີໂດຍທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທໍາ ແລະ ການກ່າວມີຄໍາເຫັນເພີ່ມເຕີມໂດຍ ທ່ານ ປອ. ປີເຕີ ເອັມ.ເຣມ໋ອນ ເອກອັກຄະລັດຖະທູດ ປະເທດ ສະຫະລັດອາເມລິກາ ພ້ອມດ້ວຍບັນດາແຂກຜູ້ເຂົ້າຮ່ວມຈາກຫຼາຍກະຊວງ,ອົງການຈັດຕັ້ງຕ່າງໆ.
ຈຸດປະສົງຂອງພິທີດັ່ງກ່າວແມ່ນເພື່ອໂຄສະນາເຜີຍແພ່ແນວທາງນະໂຍບາຍ ແລະ ລະບຽບການ, ນິຕິກໍາຕ່າງໆໂດຍຜ່ານລະບົບເອເລັກໂຕນິກ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງໄດ້ຢ່າງວ່ອງໄວ ແລະ ທັນສະໄໝ. ເພື່ອທຸກຄົນສາມາດປະກອບຄໍາເຫັນໃສ່ຮ່າງກົດໝາຍ,ຮ່າງນິຕິກໍາຕ່າງໆໄດ້ຢ່າງກວ້າງຂວາງ.
ໃນ Application Lao Law version4 ແມ່ນມີຄວາມພິເສດນອກຈາກຈະສັງລວມທຸກນິຕິກໍາໃນ ສປປ ລາວແລ້ວທ່ານຍັງສາມາດປະກອບຄໍາເຫັນໃສ່ບັນດານິຕິກໍາຕ່າງໆທີ່ກໍາລັງປັບປຸງ,ນິຕິກໍາທີ່ຖືກປະກາດໃຊ້ຢ່າງເປັນທາງການ, ນິຕິກໍາທີ່ມີຢູ່ແລ້ວໃນແຕ່ລະຂົງເຂດ,ສາມາດຄົ້ນຫານິຕິກໍາໃດໜື່ງໂດຍການພິມເລກທີ່ໃສ່ປ່ອງຄົ້ນຫາ ແລະ ຍັງມີປະມວນຄໍາສັບກ່ຽວກັບກົດໝາຍໃນແອປດັ່ງກ່າວອີກດ້ວຍ. ນອກຈາກທີ່ກ່າວມາຂ້າງເທິງແລ້ວ Lao Law App ເວີຊັ່ນ 4 ຍັງປັບປຸງມາໃຫ້ແທດເໝາະກັບປະຈຸບັນ,ວ່ອງໄວ,ທັັນສະໄໝ ແລະ ຄວາມສະດວກອື່ນໆ ເຊີ່ງທ່ານສາມາດດາວໂຫຼດບັນດາກົດໝາຍຕ່າງໆໄດ້ໃນຂະນະທີ່ມີອິນເຕີເນັດ ພ້ອມດຽວກັນນັ້ນ ຈະມີການແຈ້ງເຕືອນຜ່ານແອປດັ່ງກ່າວເມື່ອມີກົດໝາຍສ້າງໃໝ່.
ທ່ານສາມາດໂຫຼດແອປກົດໝາຍດັ່ງກ່າວໄດ້ໂດຍການ ກົດທີ່ລິ້ງນີ້ https://play.google.com/store/apps/details?id=com.laolaw.la

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword