ພິທີເປີດງານ ຜະລິດຕະພັນລາວ 2025 (Made In Lao 2025)
3 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ, ເວລາ 14:00 ໂມງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຂວງວຽງຈັນ, ໄດ້ຈັດງານ “ຜະລິດຕະພັນລາວ 2025 (Made In Lao 2025)” ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ,
ໂດຍການໃຫ້ກຽດເປັນປະທານເປີດງານໂດຍ: ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ , ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງ ແຂວງວຽງຈັນ, ທ່ານ ອຸເດດ ສູວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະອຸດສາຫະກຳ ແຫ່ງຊາດລາວ, ທ່ານ ຂັນທອງ ດວງປະເສີດ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງວຽງຈັນ ແລະ ບັນດາທ່ານການນໍາ, ຕາງໜ້າຈາກພາກລັດ, ສະຖານທູດ, ອົງການຈັດຕັ້ງສາກົນ, ພາກທຸລະກິດ ເຂົ້າຮ່ວມຫຼາຍກ່ວາ 250 ທ່ານ.
ຈຸດປະສົງ ຂອງການຈັດງານ “ຜະລິດຕະພັນລາວ 2025 (Made In Lao 2025)” ໃນຄັ້ງນີ້ ແມ່ນເພື່ອເປັນການສ້າງກິດຈະກຳໜື່ງຂອງພາກທຸລະກິດ ເພື່ອປະກອບສ່ວນໃນການສ້າງເວທີເພື່ອເປັນການໂຄສະນາສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ, ເພື່ອເອື້ອອໍານວຍ ສົ່ງເສີມໃຫ້ແກ່ຜູ້ປະກອບການທີ່ເຮັດການຜະລິດທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະ ສ້າງຍີ່ຫໍ້ສິນຄ້າທີ່ຜະລິດໃນລາວໃຫ້ມີມາດຕະຖານ ແລະ ຄຸນນະພາບ, ສາມາດແຂ່ງຂັນຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດໃຫ້ນັບມື້ນັບຫຼາຍຂື້ນ, ພ້ອມດຽວກັນນັ້ນກໍ່ເພື່ອເປັນການສ້າງຄວາມພາກພູມໃຈ, ຊຸກຍູ້ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນລາວ ແລະ ເພື່ອເປັນການຫລຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ຄືດັ່ງຄໍາຂັວນຂອງງານ ຄື: “ຟື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ” ເປົ້າໝາຍໂດຍລວມກໍ່ເພື່ອໃຫ້ພາກທຸລະກິດສາມາດເປັນກໍາລັງແຮງໜື່ງປະກອບສ່ວນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂື້ນໄປເລື້ອຍໆ.



ໃນປີນີ້ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ວຽງຈັນ ໄດ້ເປັນຄູ່ຮ່ວມຫຼັກຂອງງານ ແລະ ຮັບຜິດຊອບຕົບແຕ່ງພາວິນລຽນທີ່ເປັນເອກະລັກສະເພາະຂອງແຂວງວຽງຈັນ (ຫຼື ເອີ້ນວ່າ ສະເໜ່ເມືອງລາວ) ເພື່ອນໍາສະເຫນີຮີດຄອງປະເພນີທາງດ້ານວັດທະນາທໍາທາງທຳມະຊາດ ແລະ ວັດວາອາຮາມ, ຜະລິດຕະພັນສິນຄ້າ ບໍ່ວ່າຈະເປັນ ອາຫານທີ່ເປັນເອກະລັກ, ການນຸ່ງຖືທີ່ງົດງາມ ແລະ ການບໍລິການທີ່ເປັນທ່າແຮງ ທີ່ສະແດງໃຫ້ເຫັນເຖິງຜົນງານທີ່ໂດດເດັ່ນພາຍໃນແຂວງ ວຽງຈັນ ໂດຍສະເພາະແມ່ນສະຖານທີ່ອັນເປັນເອກະລັກສະເພາະທີ່ເອກອ້າງຂອງ ແຂວງ ເປັນຕົ້ນແມ່ນ ຖໍ້າຈັງວັງວຽງ, ຖ້ຳປູຄຳ, ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ, ປ່າຫວຍຍາງ, ເຂື່ອນນຳງື່ມ, ນອກຈາກນັ້ນກໍ່ຍັງມີອີກຫຼາຍສະຖານທີທ່ອງທ່ຽວ ທີ່ຢູ່ ແຂວງ ວຽງຈັນ ທີ່ສວຍງາມ ເຊີ່ງເປັນສະຖານທີ່ດື່ງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມ, ພ້ອມດຽວກັນນັ້ນ ສຄອຊ ກໍ່ໄດ້ເຊື້ອເຊີນບັນດາສະພາການຄ້າ ແລະ ອຸດສາຫະກຳ ທຸກແຂວງ, ແລະ ກຸ່ມສະມາຄົມທຸລະກິດ ທີ່ຂຶ້ນກັບ ສຄອຊ ໃຫ້ລະດົມຫົວໜ່ວຍທຸລະກິດ, ຜູ້ປະກອບການເຂົ້າຮ່ວມວາງສະແດງສິນຄ້າພາຍໃນງານດ້ວຍ. ງານ “ຜະລິດຕະພັນລາວ 2025 (Made In Lao 2025)” ຈະດຳເນີນເປັນເວລາ 08 ວັນ, ເລີ່ມແຕ່ວັນທີ່ 01-08/10/2025 ທີ່ ສູນວາງສະແດງສິນຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ.



ນອກຈາກນີ້, ການຈັດງານຜະລິດຕະພັນລາວ (Made in Lao) ປີນີ້ ສຄອຊ ໄດ້ເຊື້ອເຊີນ ປະເທດທີ່ມີຊາຍແດນຕິດກັບ ສປປ ລາວ 3 ປະເທດ ຄື: ໄທ, ຫວຽດນາມ ແລະ ສປ ຈີນ ເຂົ້າຮ່ວມວາງສະແດງ ເຊີ່ງລວມທັງໝົດ ມີ 15 ຫ້ອງວາງສະແດງ ແລະ ໄດ້ມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມລວມທັງໝົດມີ 160 ບໍລິສັດ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ມີທັງໝົດ 204 ຫ້ອງວາງສະແດງ.
1. ຜະລິດຕະພັນຕົ້ນຕໍທີ່ນໍາມາວາງສະແດງໃນຄັ້ງນີ້ລວມມີຈາກຫຼາຍຫຼາຍຂະແໜງການເຊັ່ນ: ຂະແໜງ ຜະລິດຕະພັນ ສິນຄ້າທີ່ຈົດກາໝາຍ Made in Laos (ເຊີ່ງ ຫ້ອງການ ສຄອຊ ເປັນຜູ້ອະນຸມັດໃຫ້ໃຊ້ ກາໝາຍ Made in Lao) ຖ້າບໍລິສັດ/ຮ້ານ ສົນໃຈຢາກມາໃຊ້ກາໝາຍ Made in Lao ກໍ່ສາມາດຕິດຕໍ່ມາຍັງຫ້ອງການ ສຄອຊ ໄດ້. ຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍ
2. ຂະແໜງ ຜະລິດຕະພັນ ຫັດຖະກຳແຜນແຜ່,ຜ້າຝ້າຍ, ຜ້າໃໝ
3. ຂະແໜງ ຜະລິດຕະພັນ ຫັດຖະກຳເຄື່ອງເງີນ.
4. ຂະແໜງ ຜະລິດຕະພັນ ເຟີນີເຈີ ແລະ ເຄື່ອງຕົບແຕ່ງພາຍໃນພາຍ
5. ຂະແໜງ ຜະລິດຕະພັນ ກະສີກຳ (ເຂົ້າ, ຊາ, ກາເຟ )
6. ຂະແໜງ ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ
7. ຂະແໜງ ຜະລິດຕະພັນອຸດສາຫະກໍາໜັກ-ເບົາ
8. ຂະແໜງ ຜະລິດຕະພັນ ບໍລິການ ໂຮງແຮມ, ບໍລິສັດທ່ອງທ່ຽວ
9. ຂະແຫນງ ຜະລິດຕະພັນ ໜືງເມື່ອງໜື່ງຜະລິດພັນ (ODOP) ສິນຄ້າຈາກຄອບຄົວຕົວແບບ
10. ຂະແໜງ ຜະລິດຕະພັນ ສິນຄ້າຂອງ ປະເທດຊາຍແດນ ໄທ, ຫວຽດນາມ, ສປ ຈີນ.
– ລວມມູນຄ່າສິນຄ້າທີ່ນຳມາວາງສະແດງ ຫລາຍກວ່າ 16.000.000.000 ກີບ (16 ຕື້ກີບ)
ນອກຈາກນີ້, ພາຍໃນງານວາງສະແດງ ກໍ່ຍັງມີການສະແດງສິນລະປະ ແລະ ມີກິດຈະກຳສຳມະນາໃນຫົວຂໍ້ຕ່າງໆ ເພື່ອໃຫ້ຄວາມຮູ້ ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເຊັ່ນ: ການສໍາມະນາໃຫ້ຄວາມຮູ້ກ່ຽວກັບການ ‘MSMEs Laos ກ້າວສູ່ຕະຫຼາດ ຍຸກດິຈິຕອນ” ໃນວັນທີ 04 ຕຸລາ 2025 ພ້ອມນີ້ກໍ່ຍັງມີ ສໍາມະນາໃນຫົວຂໍ້: ສ້າງໂອກາດໃຫ້ທຸລະກິດລາວເຂົ້າສູ່ຕະຫຼາດຈີນ, ໃນວັນທີ່ 07 ຕຸລາ 2025, ນອກຈາກນັ້ນກໍ່ຈະມີກິດຈະກໍາໂຄສະນາສິນຄ້າຢູ່ເວທີກາງໃນຊ່ວງໄລຍະຈັດງານອີກດ້ວຍ.
ການຈັດງານໃນງານຄັ້ງນີ້ ສາມາດຈັດຂື້ນໄດ້ ໂດຍການຮ່ວມແຮງຮ່ວມໃຈ ຂອງ ສະພາການຄ້າ ແລະ ອຸດສາຫະກຳແຂວງທຸກແຂວງ ແລະ ຜູ້ປະກອບການໃນທົ່ວປະເທດ, ສິ່ງທີ່ຂາດບໍ່ໄດ້ກໍ່ຄືຜູ້ສະໜັບສະໜູນຈາກຫຼາກຫຼາຍຫົວໜ່ວຍທຸລະກິດ ທີ່ເຫັນຄວາມສຳຄັນໃສການສົ່ງເສີມຜະລິດຕະພັນສິນຄ້າລາວ, ໂດຍສະເພາະແມ່ນຄູ່ຮ່ວມຍຸດທະສາດຫຼັກໃນການຈັດງານກໍ່ຄື ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ປີໂຕລຽມເທຣດດິ້ງລາວມະຫາຊົນ ແລະ ຫົວໜ່ວຍທຸລະກິດອີກ ຫຼາຍກວ່າ 20 ບໍລິສັດ ທີ່ໃຫ້ການສະໜັບສະໜູນງານໃນຄັ້ງນີ້, ແລະ ໃນພິທີດັ່ງກ່າວກໍຍັງມີການມອບທຸງໃຫ້ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນເປັນຄູ່ຮ່ວມຫຼັກໃນການຈັດງານຜະລິດຕະພັນລາວ 2026 ໃນປີຕໍ່ໄປ.

