HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ
ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຕ້ອນຮັບຜູ້ແທນຈາກ HELVETAS Swiss Intercooperation ໃນກອງປະຊຸມປຶກສາຫາລືກ່ຽວກັບແນວທາງການຮ່ວມມືເພື່ອພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມພາກທຸລະກິດໃນປະເທດ.
ທ່ານ Juerge Merz, ຜູ້ປະສານງານລະດັບທະວີບອາຊີ ແລະ ຜູ້ປະສານງານລະດັບພາກພື້ນປະຈຳປະເທດບັງກະລາເທດ ແລະ ສປປ ລາວ ຮ່ວມກັບ ທ່ານ Jesper Lauridsen, ຜູ້ອໍານວຍການ HELVETAS ປະຈໍາ ສປປ ລາວ ໄດ້ພົບປະກັບ ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ, ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ພ້ອມດ້ວຍຄະນະ ທີ່ຫ້ອງການ ສຄອຊ ນະຄອນຫຼວງ ວຽງຈັນ.
ຈຸດສຳຄັນຂອງການປຶກສາຫາລື:
• ພາລະ ບົດບາດຂອງ ສຄອຊ ໃນຖານະເປັນຂົວຕໍ່ລະຫວ່າງພາກລັດ ແລະ ພວກທຸລະກິດ – ເປັນຕົວແທນຂອງພາກທຸລະກິດ ແລະ ຕາງໜ້າຜູ້ໃຊ້ແຮງງານ ລວມທັງການຂັບເຄື່ອນການພັດທະນາຊັບພະຍາກອນມະນຸດຜ່ານໂຄງການ Upskill ແລະ Reskill ໃນ ສປປ ລາວ.
• ຄວາມຄືບໜ້າຂອງ ການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ພາຍໃຕ້ຂໍ້ລິເລີ່ມດ້ານອາຊີວະສຶກສາ ອາຊຽນ-ສະວິດເຊີແລນ/ASEAN-Swiss TVET Initiative (ASTI) – ລາຍງານຄວາມຄືບໜ້າຂອງໂຄງການ ແນໃສ່ພັດທະນາສີມືແຮງງານໃຫ້ມີທັກສະ ຕອບສະໜອງຄວາມຕ້ອງການຂອງພາກອຸດສາຫະກຳ.
• ໂອກາດໃນການຂະຫຍາຍການຮ່ວມມືໃນອານາຄົດ – ຄົ້ນຫາໂອກາດການຮ່ວມມືເພີ່ມເຕີມກັບໂຄງການຕ່າງໆຂອງ HELVETAS ທີ່ກ່ຽວຂ້ອງກັບພາກທຸລະກິດ ແລະ ການສຶກສາອາຊີວະສຶກສາ.
ກອງປະຊຸມຄັ້ງນີ້ໄດ້ຢືນຢັນຄວາມມຸ່ງໝັ້ນຮ່ວມກັນລະຫວ່າງ ສຄອຊ ແລະ HELVETAS ໃນການພັດທະນາສີມືແຮງງານໃຫ້ມີຄຸນນະພາບ ແລະ ເສີມສ້າງຄວາມສາມາດໃນການແຂ່ງຂັນຂອງ ສປປ ລາວ ໂດຍຜ່ານການຮ່ວມມືລະຫວ່າງພາກລັດ-ພາກທຸລະກິດ.

Related Posts

ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ນະຄອນຫຼວງວຽງຈັນ, 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ.…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more

Enter your keyword