ກອງປະຊຸມທຸລະກິດ ພົບປະລະດັບສູງ ລາວ-ມາເລເຊຍ

ກອງປະຊຸມທຸລະກິດ ພົບປະລະດັບສູງ ລາວ-ມາເລເຊຍ

ກົວລາລໍາເປີ, ປະເທດ ມາເລເຊຍ – ໃນລະຫວ່າງວັນທີ 25-27 ພຶດສະພາ 2025, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ,

ປະທານ ສຄອຊ ພ້ອມດ້ວຍ ຄະນະປະທານ ສຄອຊ ໄດ້ນຳພາຄະນະທຸລະກິດ ຈໍານວນ 31 ທ່ານຈາກຂະແໜງການຄ້າ, ພະລັງານ, ບໍ່ແຮ່, ຂົນສົ່ງ, ການລົງທຶນ, ອຸດສາຫະກໍາ, ທະນາຄານ, ກະສິກຳ, ອາຫານ ແລະ ການທ່ອງທ່ຽວ ເດີນທາງຕິດຕາມຄະນະທາງການ ຂອງ ພະນະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໃນການເດີນທາງຢ້ຽມຢາມຢ່າງເປັນທາງການ ແລະ ການເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 46.
ໃນໂອກາດດັ່ງກ່າວ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັບ ສະພາທຸລະກິດມາເລເຊຍ ປະຈໍາ ສປປ ລາວ, ສະຫະພັນອຸດສາຫະກຳກົນຈັກ ແລະ ວິສະວະກໍາ ມາເລເຊຍ ເຊິ່ງໄດ້ຮັບການສະໜັບສະໜູນຈັດງານໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ບໍລິສັດ Mega Frist ໄດ້ຮ່ວມກັນຈັດກອງປະຊຸມພົບປະລະດັບສູງ ທຸລະກິດ ລາວ-ມາເລເຊຍ ໃນຮູບແບບງານລ້ຽງ ໃນວັນທີ 27 ພຶດສະພາ 2025, ທີ່ ໂຮງແຮມ JW Marriott hotel Kuala lampur, ທີ່ກົວລາລໍາເປີ, ປະເທດມາເລເຊຍ
ໃຫ້ກຽດກ່າວມີຄຳເຫັນກອງປະຊຸມດັ່ງກ່າວໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໃຫ້ກຽດກ່າວມີຄຳເຫັນຕໍ່ກອງປະຊຸມໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຝ່າຍມາເລເຊຍກ່າວຕ້ອນຮັບໂດຍ ທ່ານ Mac Ngan Boon ປະທານ ສະຫະພັນອຸດສາຫະກຳກົນຈັກ & ວິສະວະກຳ ມາເລເຊຍ, ນອກນີ້ພາຍໃນງານຍັງມີຜູ້ເຂົ້າຮ່ວມຈາກພາກລັດຂອງລາວ ແລະ ມາເລເຊຍ ກໍຄືບັນດາ ທ່ານ ລັດຖະມົນຕີ ຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາທ່ານ ເອກອັກຄະລັດຖະທູດລາວ ປະຈໍາມາເລເຊຍ, ທ່ານເອກອັກຄະລັດຖະທູດມາເລເຊຍ ປະຈໍາ ສປປ ລາວ ພ້ອມທັງກົມກອງຈາກກະຊວງທີ່ກ່ຽວຂ້ອງ, ບັນດານັກທຸລະກິດຈາກລາວ ແລະ ມາເລເຊຍ ເຂົ້າຮ່ວມໃນງານປະມານ 180 ກວ່າທ່ານ
ເຊິງຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນໂອກາດໃນການຮັດແໜ້ນສາຍພົວພັນດ້ານການຄ້າ, ດຶງດູດການລົງທຶນ ແລະ ການຄ້າຂາຍລະຫວ່າງສອງປະເທດ ພ້ອມກັນນັ້ນ ຍັງເປັນການເປີດໂອກາດໃຫ້ນັກທຸລະກິດທັງສອງປະເທດໄດ້ມີໂອກາດພົບປະແລກປ່ຽນກັນໃນຂະແໜງການຄ້າ, ພະລັງງານສະອາດ,ບໍ່ແຮ່, ອຸດສາຫະກຳ, ການບໍລິການ, ອາຫານຮາລານ, ການຂົນສົ່ງ, ກະສິກໍາ, ທ່ອງທ່ຽວດີຈິຕອນ ແລະ ອື່ນໆ.
ອີກທັງຍັງເປັນເວທີໃຫ້ແກ່ບັນດານັກລົງທຶນຈາກມາເລເຊຍທີ່ມີຄວາມສົນໃຈຢາກມາລົງທຶນໃນ ສປປ ລາວ ໄດ້ຮັບຮູ້ກ່ຽວກັບໂອກາດ ແລະ ນະໂຍບາຍ ການລົງທຶນຢູ່ ສປປ ລາວ ອີກດ້ວຍ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword