ປີ 2023 ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະມານ 15.558 ລ້ານໂດລາສະຫະລັດ ທຽບໃສ່ປີ 2022 ເພີ່ມຂື້ນ 3,5 ສ່ວນຮ້ອຍ

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະມານ 8.370 ລ້ານໂດລາສະຫະລັດ ແລະ ໄດ້ເພີ່ມຂື້ນ 3,5 ສ່ວນຮ້ອຍ ທຽບໃສ່ປີ 2022. ໃນນີ້, ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ໄຟຟ້າ 2.382 ລ້ານໂດລາສະຫະລັດ, ຄຳປະສົມ-ຄຳແທ່ງ 703 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 467 ລ້ານໂດລາສະຫະລັດ, ແຮ່ທອງ 425 ລ້ານໂດລາສະຫະລັດ, ແຮ່ເຫຼັກ 411 ລ້ານໂດລາສະຫະລັດ, ເກືອກາລີ 401 ລ້ານໂດລາສະຫະລັດ, ມັນຕົ້ນ 333 ລ້ານໂດລາສະຫະລັດ, ຢາງພາລາ 310 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 284 ລ້ານໂດລາສະຫະລັດ ແລະ ນ້ຳຕານ 265 ລ້ານໂດລາສະຫະລັດ.
ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ
ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະມານ 7.189 ລ້ານໂດລາສະຫະລັດ ແລະ ໄດ້ເພີ່ມຂື້ນ 5 ສ່ວນຮ້ອຍ ທຽບໃສ່ປີ 2022. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ: ກາຊວນ 952 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 606 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 580 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 451 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ, ແອັດຊັງພິເສດ 428 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 344 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 314 ລ້ານໂດລາສະຫະລັດ, , ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 231 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 224 ລ້ານໂດລາສະຫະລັດ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 223 ລ້ານໂດລາສະຫະລັດ.
ປະເທດສົ່ງອອກຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍໃນ 05 ອັນດັບມີ: ໄທ ປະມານ 2.884 ລ້ານໂດລາສະຫະລັດ, ຈີນ ປະມານ 2.504 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 1.391 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 385 ລ້ານໂດລາສະຫະລັດ ແລະ ກໍາປູເຈຍ ປະມານ 200 ລ້ານໂດລາສະຫະລັດ.
ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍໃນ 05 ອັນດັບມີ: ໄທ ປະມານ 3.334 ລ້ານໂດລາສະຫະລັດ, ຈີນ ປະມານ 2.393 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 349 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 226 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 159 ລ້ານ ໂດລາສະຫະລັດ.
ຂໍ້ມູນຈາກ www.laotradeportal.gov.la

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword