ຝຶກອົບຮົມຫົວຂໍ້ ‘‘ຄູຝຶກຂອງສະຖານປະກອບການ (In-Company Trainer Training)’’

ຝຶກອົບຮົມຫົວຂໍ້ ‘‘ຄູຝຶກຂອງສະຖານປະກອບການ (In-Company Trainer Training)’’

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ) ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກ ຂອງ ສຄອ ແຂວງ ຜ່ານການຈັດຕັ້ງການຝຶກອົບຮົມຫົວຂໍ້

‘‘ຄູຝຶກຂອງສະຖານປະກອບການ (In-Company Trainer Training)’’ ໃນລະຫວ່າງວັນທີ 19 ຫາ 21 ພະຈິກ 2024, ທີ່ ໂຮງແຮມຮຸ່ງທິບ ແຂວງສະຫວັນນາເຂດ.
ທ່ານ ດາວວອນ ພະຈັນທະວົງ ຮອງ ປະທານ ສຄອຊ ໃຫ້ກຽດເປັນປະທານຮ່ວມ ກັບ ທ່ານ ອາທິດລາຕີ ສະຫວັນຄຳ ຮອງປະທານ ສຄອ ແຂວງ ສະຫວັນນາເຂດ, ຝຶກອົບຮົມຄັ້ງນີ້ ພາຍໃຕ້ການສະໜັບໜູນງົບປະມານ ຈາກ ລັດຖະບານ ສປ. ຈີນ ຜ່ານ ໂຄງການແຮງງານສາກົນ (ILO-China) ໃຫ້ ສຄອ ແຫ່ງຊາດ
ຈັດກິດຈະກຳ ໂດຍໄດ້ເລືອກເອົາ ແຂວງ ສະຫວັນນະເຂດ ເປັນແຂວງເປົ້າໝາຍ ຈັດຝຶກອົບຮົມສ້າງຄວາມເຂັ້ມໃຫ້ພາກທຸລະກິດ ເນື່ອງຈາກ ສະຫວັນນະເຂດ ປະກອບດ້ວຍທຸລະກິດ ຫຼາຍຂະແໜງການ ເປັນຕົ້ນແມ່ນ:
1. ຂະແໜງການຂົນສົ່ງ ທີ່ ເປັນ ລະບົບບໍລິຫານຈັດການ ທີ່ທັນສະໄໝ.
2. ຂະແໜງການຂຸດຄົ້ນບໍ່ແຮ່ ຖືເປັນການລົງທຶນຂະໜາດໃຫຍ່.
3. ຂະແໜງການບໍລິການ ບ້ານພັກ ໂຮງແຮມ, ຮ້ານອາຫານ ແຫຼ່ງທ່ອງທ່ຽວສຳຄັນ ຫຼາຍໆແຫ່ງ.
4. ຂະແໜງການຜະລິດ, ອຸດສະຫະກຳ ທັນສະໄໝ ໃນເຂດເສດຖະກິດພິເສດ ສະຫວັນ ເຊໂນ.
ການຝຶກອົບຮົມໂດຍມີຈຸດປະສົງ ແນໃສ່ວຽກງານພັດທະນາບຸກຄະລາກອນ, ການຝຶກອົບຮົມຢູ່ບໍລິສັດ, ການຖ່າຍທອດຄວາມຮູ້ ວິຊາການ, ການນຳໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີທີ່ທັນສະໄໝ ລະຫວ່າງຫົວໜ້າງານ ແລະ ສະມາຊິກພາຍໃນອົງກອນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword