ເປີດຊຸດຝຶກອົບຮົມຄູຝຶກສະຖານປະກອບການ (In-Company Trainers Training) ເປັນເວລາ 03 ວັນ ຄັ້ງທີ 16.
ເມືອງ ຊຳເໜືອ, ແຂວງ ຫົວພັນ – ໃນລະຫວ່າງວັນ ທີ 21 ຕຸລາ 2025, ທີ່ ພັດທະຄານຈັນທະລັງສີ, ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (ອສຄ), ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)
ຮ່ວມ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຫົວພັນ (ສຄອຂຫພ), ໄດ້ເປີດຊຸດຝຶກອົບຮົມຄູຝຶກສະຖານປະກອບການ (In-Company Trainers Training) ເປັນເວລາ 03 ວັນ ຄັ້ງທີ 16.
ໂດຍການເປັນປະທານຂອງ ທ່ານ ຄໍາແກ້ວ ອຸ່ນອານົງນຸດ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ, ກິດຈະກຳດັ່ງກ່າວຈັດຂື້ນພາຍໃຕ້ການສະໜັບສະໜູນຂອງໂຄງການ GIZ-VELA, ມີຕາງໜ້າຈາກສະຖານປະກອບການ ແລະ ຄູອາຈານຜູ້ຮັບຜິດຊອບ ລວມທັງໝົດ ຈໍານວນ 15 ທ່ານ ທີ່ເຮັດວຽກຮັບຜິດຊອບໃນຕໍາແໜ່ງ ຜູ້ຈັດການທົ່ວໄປ, ຜູ້ຈັດການຝ່າຍບຸກຄົນ, ຫົວໜ້າງານ, ວິທະຍາກອນ (ຄູຝຶກ), ນາຍຊ່າງເຕັກນິກ ແລະ ຜູ້ຕ້ອງການຮຽນຮູ້ທັກສະການຖ່າຍທອດຄວາມຮູ້ ເພື່ອຝຶກອົບຮົມບຸກຄະລາກອນໃນສະຖານປະກອບການ ເຂົ້້າຮ່ວມ,
ການຝຶກອົບຮົມໃນສະຖານປະກອບການ ຫຼື ບໍລິສັດແມ່ນເຄື່ອງມືທີ່ສໍາຄັນ ໃນການພັດທະນາທັກສະການປະຕິບັດງານຂອງພະນັກງານ ແລະ ກ່ຽວຂ້ອງກັບການຝຶກອົບຮົມທັງໜົດທີ່ດໍາເນີນການໃນສະຖານປະກອບການ ເຊັ່ນ: ການຝຶກອົບຮົມເພື່ອເພີ່ມຄວາມຮູ້ ແລະ ທັກສະ ໃຫ້ພະນັກງານທີ່ຢູ່ປະຈໍາ, ການຝຶກອົບຮົມເວລາຮັບຮັບພະນັກງານໃໝ່, ການຝຶກອົບຮົມໃນໜ້າວຽກຕົວຈິງ ແລະ ການຝຶກນັກສຶກສາຝຶກງານ. ເຊິ່ງສາມາດຮວມເຂົ້າກັບຮູບແບບ ການຮຽນ-ການສອນ ອາຊີວະສຶກສາແບບຄວບຄູ່ ທີ່ສາມາດເບິ່ງເຫັນຜົນປະໂຫຍດ ແລະ ລວມເອົາການຝຶກອົບຮົມພາຍໃນບໍລິສັດເປັນສ່ວນໜື່ງຂອງ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ທີ່ນໍາໄປສູ່ຄວາມສໍາເລັດຂອງສະຖານປະກອບການ.
ຈຸດປະສົງຂອງການຝຶກອົບຮົມ: ເພື່ອສ້າງຂີດຄວາມສາມາດ ໃນດ້ານບົດບາດ ແລະ ໜ້າທີ່ການເປັນຄູຝຶກໃນສະຖານປະກອບການ, ການບໍລິຫານຈັດການ ການຮຽນ-ການສອນຜູ້ໃຫ່ຍ, ການວິເຄາະໜ້າວຽກ ແລະ ຄວາມຕ້ອງການ ການຮຽນຮູ້, ການວາງແຜນ ແລະ ກະກຽມການຝຶກອົບຮົມ, ທັກສະໃນການດໍາເນີນການຝຶກອົບຮົມ, ການປະເມີນຜົນ ແລະ ພັດທະນາການຝຶກອົບຮົມ ຢ່າງມີປະສິດທິຜົນ. ລວມທັງບົດບາດກ່ຽວຂ້ອງກັບການຈັດ ການຮຽນ-ການສອນ ແລະ ຝຶກອາຊີບ ເພື່ອໃຫ້ບັນລຸ
ຈຸດປະສົງເປົ້າໝາຍຂອງຫຼັກສູດຮູບແບບ ອາຊີວະສຶກສາແບບຄວບຄູ່.
ສະຖານປະກອບການທີ່ເຂົ້້າຮ່ວມ ຊຸດຝຶກອົບຮົມຄູຝຶກຂອງສະຖານປະກອບການ ແຂວງ ຫົວພັນ, ປະກອບມີຄືດັ່ງນີ້ :
1. ໂຮງແຮມ ມສ ແກ້ວປັນຍາ
2. ບໍລິສັດ ຊຸມຊົນພັດທະນາ
3. ບໍລິສັດ ຍອດຊຳ
4. ບໍລິສັດ ຢູນີ້ກາເຟ
5. ບໍລິສັດ ດອກຄຳ ຂົນສົ່ງໂດຍສານ ແລະ ທ່ອງທ່ຽວ
6. ພັດທະຄານ ຈັນທະລັງສີ
7. ຣີສອດ ແລະ ຮ້ານອາຫານວັງປາ ຫ້ວຍປູນ
8. ບໍລິສັດ ພູຊຳ ສະມາດຟຸດ ຈຳກັດຜູ້ດຽວ
9. ບໍລິສັດ ຄາມິນເບວ(ເຄື່ອງສຳອາງ)
10. ສະຫະກອນ ກາເຟວັນໃໝ່
11. ຮ້ານ ໂພໄຊ
ແລະ ຄູ ອາຈານສາຂາສ້ອມແປງ, ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມ ແຂວງ ຫົວພັນ.
ພິເສດ ມີນ້ອງນັກຮຽນ ມ7 ຈາກໂຮງຮຽນ ມສ ແກ້ວປັນຍາ ປະມານ 20ກວ່ານ້ອງເຂົ້າຟັງຕອນເປີດພິທີ ເພື່ອຮັບຮູ້ ເພີ້ມຕື່ມກ່ຽວກັບ ອາຊີວະສຶກສາ ອາດເປັນແນວທາງ ຕໍ່ໜ້າ ໃນການເລືອກສາຍການຮຽນ
ອານາຄົດຂອງຊາວໜຸ່ມ ອານາຄົດຂອງຊາດ ແມ່ນພາລະກິດຂອງພວກເຮົາ
