ກອງປະຊຸມ “ພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊີຟິກ” ຄັ້ງທີສອງ.

ກອງປະຊຸມ “ພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊີຟິກ” ຄັ້ງທີສອງ.

ໃນຕອນເຊົ້າ, ວັນທີ 29 ຕຸລາ 2021, ສະຫະລັດອາເມລິກາ, ໂດຍເປັນຄຸ່ຮ່ວມມືກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມສໍາລັບລາວ ເປັນປີທີສອງຕິດຕໍ່ກັນ ໂດຍຄຽງຄູ່ກັບ ກອງປະຊຸມພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊິຟິກ ທີ່ຈັດຂຶ້ນໃນອິນເດຍ.  ກອງປະຊຸມທາງໄກໄດ້ຈັດຂື້້ນເປັນເວລາເຄິ່ງມື້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ.  ຜູ້ເຂົ້າຮ່ວມປະກອບມີ ພະນັກງານລັດຖະກອນອາວຸໂສ, ບັນດາອໍານວຍການອຸດສາຫະກໍາ, ທຸລະກິດ ແລະ ບໍລິສັດຕ່າງໆ ໃນ ສປປ ລາວ ແລະ ພາກພື້ນ, ທັງຕາງໜ້າຈາກສະຖານເອອັກຄະລັດຖະທູດສະຫະລັດອາເມລິກາ ແລະ ຄຸ່ຮ່ວມພັດທະນາ.

ກອງປະຊຸມໃນຄັ້ງນີ້ ໄດ້ເນັ້ນໃສ່ການຫັນເປັນດິຈິຕອນ ທີ່ປຽບເປັນເຄື່ອງມືໃນການຟື້ນຟູເສດຖະກິດຈາກພະຍາດໂຄວິດ. ກອງປະຊຸມແມ່ນເປີດໂອກາດສໍາລັບຜູ້ນໍາທາງທຸລະກິດຈາກ ສປປ ລາວ, ໄທ, ກໍາປູເຈຍ, ແລະ ສະຫະລັດອາເມລິກາ ໃນການແລກປ່ຽນຄວາມເຂົ້າໃຈກ່ຽວກັບແນວໂນ້ມທາງດິຈິຕອນ ແລະ ສົນທະນາກ່ຽວກັບວິທີການປັບຕົວຂອງພວກເຂົາ ແລະ ກ້າວໄປສູ່ສະພາບແວດລ້ອມເສດຖະກິດໃໝ່ພາຍຫຼັງໂຄວິດ.

ໃນພິທີກ່າວເປີດ ທ່ານເອກອັກຄະລັດຖະທູດອາເມຣິກາ ປະຈຳ ສປປ ລາວ ໄດ້ເນັ້ນເຖິງຄວາມພະຍາຍາມຮ່ວມຂອງລັດຖະບານສະຫະລັດອາເມລິກາ ແລະ ສປປ ລາວ ໃນການສະໜັບສະໜູນບັນດາທຸລະກິດ ໃນໄລຍະທີ່ມີຄວາມທ້າທາຍນີ້.  “ໃນການເປັນສ່ວນໜຶ່ງຂອງຄຸ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ-ລາວ, ທີ່ປີນີ້ແມ່ນສະເຫຼີມສະຫຼອງ ຄົບຮອບ ຫ້າປີ, ສະຫະລັດອາເມລິກາໄດ້ໃຫ້ຄໍາໝັ້ນສັນຍາຢ່າງເລິກເຊິ່ງໃນການສະໜັບສະໜູນ ສປປ ລາວ, ບໍ່ພຽງແຕ່ການແກ້ໄຂສິ່ງທ້າທາຍດ້ານເສດຖະກິດໃນປະຈຸບັນ, ແຕ່ຍັງເສີມສ້າງຄືນ ແລະ ສ້າງຄວາມຈະເລີນຮຸ່ງເຮືອງພາຍຫຼັງໂຄວິດ-19 ໃນປີຕໍ່ໆໄປ.” ກ່າວໂດຍ ທ່ານ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ.

“ໃນໄລຍະມີການລະບາດຂອງພະຍາດ ໂຄວິດ-19, ເຕັກໂນໂລຊີ ໄດ້ເຂົ້າມາມີບົດບາດສູງຂື້ນໃນການດໍາເນີນທຸລະກິດ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຍຸກປົກກະຕິແບບໃໝ່. ທຸລະກິດໄດ້ພະຍາຍາມໃນການຫັນເປັນດິຈິຕອລຫລາຍຂື້ນ. ທະນາຄານໄດ້ເລີ່ມມີການໃຫ້ບໍລິການດິຈິຕອລເພື່ອຄວາມສະດວກສະບາຍໃນການຊໍາລະຕ່າງໆຂອງຜູ້ຊົມໃຊ້.  ຮ້ານຂາຍເຄື່ອງ, ຮ້ານຄ້າ, ແລະ ຮ້ານຂາຍຍ່ອຍ ໄດ້ປັບປຸງຮູບແບບການດໍາເນີນທຸລະກິດຂອງພວກເຂົາ ໂດຍເນັ້ນໃສ່ການສັ່ງເຄື່ອງອອນລາຍ ແລະ ການບໍລິການຂົນສົ່ງ. ໂຮງຮຽນຈໍານວນຫຼາຍ ແລະ ບັນດາມະຫາວິທະຍາໄລ, ໂດຍສະເພາະ ໃນວຽງຈັນ ແມ່ນໄດ້ປ່ຽນເປັນການຮຽນອອນລາຍ.” ກ່າວໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ.

ປະຈຸບັນເປັນປີທີສີ່ ຂອງກອງປະຊຸມພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊິຟິກ ທີ່ສົ່ງເສີມການຄ້າ,​ ການລົງທຶນ ແລະ ການຮ່ວມມືທາງເສດຖະກິດ ລະຫວ່າງ ສະຫະລັດອາເມລິກາ ແລະ ຄຸ່ຮ່ວມມື ທົ່ວພາກພື້ນອິນໂດ-ປາຊິຟິກ. ໃນປີນີ້ກອງປະຊຸມພາກພື້ນໄດ້ເນັ້ນໃຫ້ເຫັນເຖິງກາລະໂອກາດສໍາລັບບໍລິສັດສະຫະລັດອາເມລິກາ ແລະ ຄຸ່ຮ່ວມມືອິນໂດ-ປາຊິຟິກ ໃນການປະຕິບັດບົດບາດຜູ້ນໍາໃນການສ້າງສາພັດທະນາເສດຖະກິດຂອງພາກພື້ນ. ສິ່ງເຫຼົ່ານີ້ໄດ້ກວມເອົາຂໍ້ລິເລີ່ມຍຸດທະສາດ ນໍາໂດຍສະຫະລັດອາເມລິກາ ອິນໂດ-ປາຊິຟິກ ທີ່ຕິດພັນກັບການຟຶ້ນຟູເສດຖະກິດ ແລະ ຄວາມສະຖຽນ, ສະພາບແວດລ້ອມ, ແລະ ນະວັດຕະກໍາດິຈິຕອນ.

ວາລະໄດ້ລວມເອົາພາກສົນທະນາທ້ອງຖິ່ນ ແລະ ພາກພື້ນ ກັບບໍລິສັດທີ່ທັນສະໄໝຕ່າງໆເຊັ່ນ: ໂລຄາ (LOCA), ຟູດແພນດາ (Food Panda) ແລະ ອາດີເຄລາວ (RDK), ລາຍແມນວົງໃນ (LINE MAN Wongnai) (ບໍລິສັດໄທເຕັກ), ບູດ (Boost) (ສະຕາດອັບການເງິນຈຸນລະພາກດິຈິຕອນກໍາປູເຈຍ), ແລະ ໂຊຊຽວກີບເວີ (SocialGiver) (ບໍລິສັດໄທເຕັກ). ຫົວຂໍ້ຂອງພາກສົນທະນາ ກວມເອົາ: “ການເສີມຂະຫຍາຍຄວາມສາມາດດີຈີຕອນຂອງ SMEs ລາວ ເພື່ອເລັ່ງການຟື້ນຟູຈາກ ໂຄວິດ-19 ແລະ ສ້າງພື້ນຖານວຽກງານສໍາລັບການຂະຫຍາຍຕົວຂອງທຸລະກີດໃນໄລຍະຍາວ” ແລະ “ວິທີການຂອງຜູ້ນໍາທາງເຕັກໂນໂລຊີ ແລະ ນະວັດຕະກໍາ ໃນການປະເຊີນໜ້າກັບພະຍາດໂຄວິດ-19”.  ກອງປະຊຸມນີ້ ມີລິ້ງທາງໄກສໍາລັບນັກສົນທະນາພາກພື້ນຂອງກອງປະຊຸມ 500 ບໍລິສັດເຕັກໂນໂລຢີໃນ ສປປ ລາວ ແລະ ການປ້ອງກັນຄວາມປອດໄພທາງໄຊເບີ, ທັງບົດກ່າວທີ່ສໍາຄັນຈາກຜູ້ນໍາທຸລະກິດຂອງ Google ສໍາລັບຫວຽດນາມ, ລາວ ແລະ ກໍາປູເຈຍ, ທີ່ໄດ້ສົນທະນາຂໍ້ລິເລີ່ມຂອງ Google’s ທີ່ຕິດພັນກັບພະຍາດໂຄວິດ.

 

Write a Message

Your email address will not be published.

Related Posts

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more
ກອງປະຊຸມສໍາມະນາ ກ່ຽວກັບລະ ບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS

ກອງປະຊຸມສໍາມະນາ ກ່ຽວກັບລະ ບົບບໍາບັດນໍ້າເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍນໍາໃຊ້ວັດສະດຸມີເດຍ KIDS

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ(ສຄອຊ) ຮ່ວມກັບ ກົມນ້ໍາປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ  ອົງການ JICA ປະຈໍາ ສປປ ລາວ…Read more
ກອງປະຊຸມປືກສາຫາລືຂອງຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງການພັດທະນາ ສີມືແຮງງານໃນ ສປປ ລາວ

ກອງປະຊຸມປືກສາຫາລືຂອງຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງການພັດທະນາ ສີມືແຮງງານໃນ ສປປ ລາວ

ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ(ສຄອຊ), ໄດ້ເຂົ້າເປັນປະທານຮ່ວມໃນກອງປະຊຸມປືກສາຫາລືຂອງຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງການພັດທະນາ ສີມືແຮງງານໃນ ສປປ ລາວ ໃນວັນທີ 04…Read more

Enter your keyword