ກອງປະຊຸມພາຍໃນປັບປຸງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ

ກອງປະຊຸມພາຍໃນປັບປຸງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ

ກອງປະຊຸມພາຍໃນປັບປຸງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ຈັດຂຶ້ນໃນວັນທີ 30 ມັງກອນ 2023, ເວລາ 10:00-12:00 ໂມງ, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,
ທ່ານ ປອ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ ພ້ອມທັງເປັນຮັກສາການ ປະທານ ສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ໃຫ້ກຽດເປັນປະທານໃນກອງປະຊຸມ ຮ່ວມກັບ ທ່ານ ປອ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະຮອງປະທານຂອງສະມາຄົມ, ບັນດາບໍລິສັດການຢາ, ທ່ານ ຮອງເລຂາທິການ ສຄອຊ ແລະ ວິຊາການຈາກ ພະແນກພັດທະນາອົງກອນທຸລະກິດ, ສະມາຊິກ ແລະ ຂໍ້ມູນຂ່າວສານ. ເຊິງຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອປຶກສາຫາລື, ຂໍທິດຊີ້ນຳ, ສົນທະນາວາງແຜນການຈັດກອງປະຊຸມໃຫ່ຍຂອງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ, ຮຽກປະຊຸມສະມາຊິກທີ່ເປັນເປົ້າໝາຍ, ສ້າງນິຕິກຳຂອງສະມາຊິກ, ຄ່າບຳລຸງສະມາຊິກ ແລະ ລະບຽບການຕ່າງໆ, ໂຄງຮ່າງການຈັດຕັ້ງ, ການເງິນ ແລະ ແຜນວຽກງານອື່ນໆຂອງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword